Homeຂ່າວຕ່າງປະເທດບານປາຍ! 3 ຊາດພັນທະມິດ ຕັດສຳພັນ - ຖອນທູດອອກອີຣ່ານ ປະກາດຈຸດຢືນ ຄຽງຂ້າງຊາອຸຯ!

ບານປາຍ! 3 ຊາດພັນທະມິດ ຕັດສຳພັນ – ຖອນທູດອອກອີຣ່ານ ປະກາດຈຸດຢືນ ຄຽງຂ້າງຊາອຸຯ!

Published on

559000000115301
ພາບສະຖານທູດອາຣັບບີ ຊາອຸດິດ ປະຈຳນະຄອນຫລວງເຕເຮຣານ ປະເທດອີຣ່ານ ຖືກກຸ່ມຜູ່ປະທ້ວງບຸກເຜົາທຳລາຍ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ມັງກອນນີ້ວ່າ ສະຖານະການຄວາມເຄັ່ງຕຶງ ລະຫວ່າງ ອາຣັບບີ ຊາອຸດິດ ແລະ ອີຣ່ານ ໄດ້ບານປາຍ ກາຍເປັນຄວາມຂັດແຍ່ງຫລາຍປະເທດ ເມື່ອລັດຖະບານບາເຣນ ແລະ ສະຫະລັດອາຫລັບເອມິເຣດ ຫລື UAE ໃນຕາເວັນອອກກາງ ລວມທັງລັດຖະບານຊູດັງ ໃນທະວີບອາຟຣິກາ ຊຶ່ງທັງ 3 ປະເທດດັ່ງກ່າວ ມີປະຊາຊົນສ່ວນໃຫຍ່ ເປັນຊາວມຸດສະລິມນິກາຍຊຸນນີ ເຊັ່ນດຽວກັນກັບອາຣັບບີ ຊາອຸດິດ ໄດ້ປະກາດຫລຸດລະດັບຄວາມສຳພັນທາງການທູດ ແລະ ຮຽກຕົວນັກການທູດຂອງຕົນ ປະຈຳຢູ່ປະເທດອີຣ່ານ ກັບຄືນປະເທດທັງໝົດ.

ການເຄື່ອນໄຫວຂອງລັດຖະບານ 3 ປະເທດດັ່ງກ່າວນີ້ ໄດ້ເປັນການປະກາດຊັດເຈນ ໃນການຢືນຢູ່ຂ້າງອາຣັບບີ ຊາອຸດິດ ຊຶ່ງໄດ້ປະກາດ ຕັດຄວາມສຳພັນທາງການທູດ ກັບລັດຖະບານອີຣ່ານ ເມື່ອວັນເສົາທີ 3 ມັງກອນຜ່ານມາ ເປັນການຕອບໂຕ້ ເຫດຜູ່ປະທ້ວງຊາວອີຣ່ານ ບຸກເຜົາສະຖານທູດຂອງຕົນ ປະຈຳນະຄອນຫລວງເຕເຮຣານ ດ້ວຍຄວາມຄຽດແຄ້ນ ຈາກກໍລະນີທີ່ ທາງການອາຣັບບີ ຊາອຸດິດ ປະຫານຊີວິດນັກໂທດ ຄະດີກໍ່ການຮ້າຍລວມ 47 ຄົນ ຊຶ່ງໃນນັ້ນ ແມ່ນລວມມີ ມ່ານ ຊີກ ນິມະຣາ ອັນ-ນິມະຣາ ຄູສອນສາສະໜາອິດສະລາມ ນິກາຍຊີອະ ລວມຢູ່ນຳ ໃນວັນທີ 1 ມັງກອນ 2016.

ນອກຈາກທາງການອາຣັບບີ ຊາອຸດິດ ໄດ້ຕັດສຳພັນທາງການທູດ ກັບລັດຖະບານອີຣ່ານແລ້ວ ຍັງໄດ້ສັ່ງລະງົບຖ້ຽວບິນທັງໝົດ ລະຫວ່າງປະເທດຕົນ ແລະ ອີຣ່ານ ພ້ອມທັງສົ່ງໜັງສືປະທ້ວງ ໄປເຖິງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຕຳນິເຈົ້າໜ້າທີ່ອີຣ່ານ ຈາກຄວາມຫລົ້ມເຫລວ ໃນການປະຕິບັດໜ້າທີ່ ປົກປ້ອງດູແລສະຖານທູດອາຣັບບີ ຊາອຸດິດ ໃນປະເທດຂອງຕົນ.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...