Homeຂ່າວພາຍ​ໃນອຸດສາຫະກຳ-ການຄ້າ ແຂວງສະຫວັນນະເຂດ ຕັ້ງເປົ້າການຜະລິດສົກນີ້ ໃຫ້ບັນລຸ 2 ພັນຕື້ກວ່າກີບ!

ອຸດສາຫະກຳ-ການຄ້າ ແຂວງສະຫວັນນະເຂດ ຕັ້ງເປົ້າການຜະລິດສົກນີ້ ໃຫ້ບັນລຸ 2 ພັນຕື້ກວ່າກີບ!

Published on

6D1A24AC-87F7-4372-88D3-96633E776D58_w640_s
(ພາບປະກອບ: ໂຮງງານອຸດສາຫະກຳ ປະກອບລົດກະບະແຫ່ງໜຶ່ງ ຢູ່ເຂດເສດຖະກິດພິເສດ ສະຫວັນ-ເຊໂນ)

ຂປລ.ທ່ານ ພອນສະໄໝ ຈັນສີນາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນ​ນະ​ເຂດ ​ເປີດ​ເຜີຍ​ໃນ​ກອງ​ປະຊຸມຕີລາຄາຄືນການເຄື່ອນໄຫວວຽກງານຂອງຕົນໃນສົກປີ 2014-2015 ແລະ ວາງທິດທາງແຜນການສົກປີ 2015- 2016 ​ເມື່ອ​ທ້າຍ​ເດືອນ​ທັນວາ​ຜ່ານ​ມາ​ວ່າ: ໃນໄລຍະ 1 ປີຜ່ານມານີ້, ບັນດາຫົວໜ່ວຍທຸລະກິດເຮັດການຜະລິດ ໄດ້ເຄື່ອນໄຫວ ແລະ ທຳການຜະລິດຢ່າງເປັນປົກກະຕິ, ລວມຍອດມູນຄ່າຜະລິດຕະພັນໃນທົ່ວແຂວງບັນລຸໄດ້ 2.600 ຕື້ກວ່າກີບ, ຂົງເຂດອຸດ ສາ ຫະກຳ ແລະ ຫັດຖະກຳ ມີຍອດມູນຄ່າຜະລິດຕະພັນທັງໝົດ 9.200 ຕື້ກວ່າກີບ, ລວມຍອດມູນຄ່າຈຳໜ່າຍພາຍໃນບັນລຸ 2.400 ຕື້ກວ່າກີບ, ມູນຄ່າການສົ່ງອອກຜະລິດຕະພັນອຸດສາຫະກຳ ແລະ ຫັດຖະກຳປຸງແຕ່ງ ທົ່ວແຂວງບັນລຸໄດ້ 91,73 ລ້ານ ໂດລາ. ປັດຈຸບັນທົ່ວແຂວງ ມີຫົວໜ່ວຍເຮັດທຸລະກິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທັງໝົດ 2.033 ແຫ່ງ, ສາ ມາດສ້າງວຽກເຮັດງານທຳໃຫ້ແກ່ຊາວຜູ້ອອກແຮງງານທັງພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 14 ພັນກວ່າຄົນ.

ໃນສົກປີ 2015-2016 ນີ້, ວາງຄາດໝາຍສູ້ຊົນ​ໃຫ້ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳຂະຫຍາຍຕົວສະເລ່ຍ 12-13%, ອຸດສາຫະກຳເພີ່ມຂຶ້ນ 30-31% ຂອງGDP ຂອງແຂວງ, ມູນຄ່າຜະລິດທັງໝົດ 2.200 ຕື້ກວ່າກີບ, ດັດສົມ ໂຮງງານໄມ້ ແລະ ເຟີນີເຈີຈຳນວນ 285 ແຫ່ງ ໃຫ້ສຳເລັດຢ່າງໜ້ອຍ 80%, ມູນຄ່າສົ່ງອອກ-ນຳເຂົ້າໃຫ້ໄດ້ດຸນສະເລ່ບ 90-100%ຂອງມູນຄ່າລວມເຫລົ່ານີ້ເປັນຕົ້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...