Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາລະນະສຸກເຜີຍ ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍ 1 ພັນກວ່າຄົນແລ້ວ!

ກະຊວງສາທາລະນະສຸກເຜີຍ ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍ 1 ພັນກວ່າຄົນແລ້ວ!

Published on

20140613111746
(ພາບປະກອບ)

ຂປລ. ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 1.775 ກວ່າຄົນ ໃນຂອບເຂດທົ່ວປະເທດ ແຕ່ບໍ່ມີຜູ້ເສຍຊີວິດຂະນະ​ທີ່​ ກະຊວງ​ສາ​ທາ​ລະນະ​ສຸກ​ ​ເລັ່ງປະສານ​ງານ​ກັບ​ໜ່ວຍ​ງານ​ວິຊາ​ສະ​ເພາະ​​ໃນ​ທົ່ວ​ປະ​ເທດ​ ຢ່າງ​ໃກ້ຊິດ ​ເພື່ອ​ແກ້ໄຂ​ບັນ​ຫາ​ດັ່ງກ່າວ ໃຫ້ຫລຸດລົງເທື່ອລະກ້າວ.

ທ່ານ ສຈ.ດຣ. ​ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ໄດ້​ລາຍ​ງານ​ໃຫ້​ຮູ້​ ​ເມື່ອ​ບໍ່​ດົນ​ນີ້​ວ່າ: ປັດຈຸບັນ ພະຍາ​ດ​ໄ​ຂ້ຍຸງ​ລາຍ ​ແຜ່​ຂະຫຍາຍ​ເປັນ​ວົງ​ກວ້າງ ຕັ້ງ​ແຕ່​ຕົວ​ເມືອງ​ຈົນ​ຮອດ​ຊົນນະບົດ ​ເກີດ​ຂຶ້ນ​ໃນ​ຫລາຍໆ​ແຂວງ​ພ້ອມ​ກັນ ​ໃນ​ທົ່ວ​ປະ​ເທດ ​ໃນ​ນັ້ນ, ​ແຂວງ​ທີ່​ຖືກ​ຜົນ​ກະທົບ​ຫລາຍ ​ ແມ່ນ​ແຂວງ​ທີ່​ມີ​ພົນລະ​ເມືອງ​ໜາ​ແໜ້ນ, ຕໍ່​ກັບ​ບັນ​ຫາ​ດັ່ງກ່າວ ກະຊວງ​ສາທາລະ​ນະ​ສຸກ ​ໄດ້​ເອົາ​ໃຈ​ໃສ່​ຕິດຕາມ, ​ເກັບ​ກຳ ​ແລະ ​ໃຫ້​ພາກສ່ວນ​ກ່ຽວຂ້ອງ ລາຍ​ງານ​ສະພາບ​ໄຂ​້ຍຸ​ງລາຍ ຢູ່​ແຕ່ລະ​ແຂ​ວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຢ່າງ​ເປັນປະ​ຈຳ ພ້ອມໂຄສະນາ​ສຸຂະ​ສຶກສາ​ໃຫ້​ຄວາມ​ຮູ້ ​ແລະ ປຸກລະດົມ ​ພໍ່​ແມ່​ປະຊາຊົນ ​ໃຫ້​ເປັນ​ເຈົ້າ​ການ​ໃນ​ການ​ທຳລາຍ​ແຫ​ລ່ງ​ເພ​າະພັນ​ຍຸງ​ລາຍ ​ໂດຍ​ປະຕິບັດ​ຄຳ​ຂວັນ 5 ປ ຢ່າງ​ເປັນ​ປະຈຳ ​ເຊັ່ນ: ປິດຝາ​ພາຊະນະ​ນຳ​ໃຊ້​ໃນ​ເຮືອນ ​ແລະ ນອກ​ເຮືອນ ​ເພື່ອ​ບໍ່​ໃຫ້​ຍຸງ​ໄຂ່​ໃສ່; ປ່ຽນ​ນ້ຳ​ໃນ​ພາສະ​ນະ ​ເຊັ່ນ: ​ເຕົ້າ​ດອກ​ໄມ້, ນ້ຳ​ຮອງ​ຕີນ​ຕູ້, ຖ້ານ​ຮອງ​ຈອກ​ນ້ຳ; ປ່ອຍປາ​ຫາງ​ນົກ​ຍຸງ ​ເພື່ອ​ໃຫ້​ກິນ​ໜອນ​ນ້ຳ​ຍຸງ​ລາຍ; ປັບປຸງ ​ໂດຍ​ການ​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ​ອ້ອມ​ເຮືອນ ບໍ່​ໃຫ້​ມີ​ກະ​ໂປ໊ະ, ກະ​ປ໊ອງ, ຢາງ​ຕີນລົດ​ທີ່​ມີ​ນ້ຳ​ຂັງ ​ແລະ ປະຕິບັດໃຫ້​ເປັນນິ​​ໃສ ​ເປັນ​ປະຈຳ​ທຸກໆ​ວັນ.

ປັດຈຸບັນ ພໍ່​ແມ່​ປະຊາຊົນ​ຈຳນວນ​ໜຶ່ງ ຍັງ​ເຂົ້າ​ໃຈ​ວ່າ: ​ວຽກ​ງານ​ການທຳລາຍ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍ ​ເປັນ​ໜ້າ​ທີ່​ຂອງກະຊວງ​ສາທາລະນະ​ສຸກ, ​ໜ້າ​ທີ່​ຂອງ​ແພດ​-ໝໍຢູ່ສະ​ນັ້ນ, ​ຮຽກ​ຮ້ອງ​ໃຫ້​ພາກສ່ວນ​ກ່ຽວຂ້ອງ ລົງ​ສົມທົບ​ກຳ​ອຳນາດ​ການ​ປົກຄອງ​​ແຕ່ລະ​ຂັ້ນ ​ໂດຍ​ສະ​ເພາະ​ຂັ້ນ​ແຂວງ, ​ເມືອງ, ບ້ານ ປຸກລະດົມ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ວ່າ ​ ວຽກ​ງານ​ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍ​ ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ​ແລະ ​ເປັນຄວາມ​ຮັບ​ຜິດ​ຊອບ​ຂອງ​ຊຸມ​ຊົນ ທັງ​ແມ່ນ​ຄວາມ​ຮັບຜິດຊອບ​ໂດຍ​ກົງ​ຂອງ​ແຕ່​ລະ​ຄອບຄົວ ທີ່​ຈະ​ຕ້ອງ​ໄດ້​ຊ່ວຍ​ກັນ​ກຳຈັດ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍ​ໃຫ້​ໝົດ​ໄປ ​ເພື່ອ​ຫລຸດຜ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໄຂ້​ຍຸງ​ລາຍ ​ໃຫ້​ຫລຸດ​ລົງ​ເທື່ອ​ລະ​ກ້າວ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...