Homeຂ່າວພາຍ​ໃນນາຍົກຯຊີ້ນໍາ 6 ບັນຫາຮີບດ່ວນ ຢູ່ກອງປະຊຸມລັດຖະບານ ເນັ້ນກຽມກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ!

ນາຍົກຯຊີ້ນໍາ 6 ບັນຫາຮີບດ່ວນ ຢູ່ກອງປະຊຸມລັດຖະບານ ເນັ້ນກຽມກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ!

Published on

Thongsing 1

ຂປລ. ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ​ ​ແຫ່ງສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້ໃຫ້​ທິດຊີ້ນໍາຕໍ່ສະມາຊິກ​ລັດຖະບານ​ ເພື່ອນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈ ທີ່​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ຢູ່​ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນທັນວາ 2015 ໄດ້ໄຂຂຶ້ນ​ໃນວັນທີ 21​ ທັນວາ 2015 ຜ່ານ​ມາ​​ ໄປ​ຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ໃຫ້​ເກີດ​ດອກ​ອອກ​ຜົນ ປະກອບ​ມີ 6 ບັນຫາ​ສໍາຄັນ​ດັ່ງ​ນີ້:

ເດືອນ​ມັງກອນ ປີ 2016 ຈະ​ມີ​ຫລາຍ​ວຽກທີ່ສຳຄັນຂອງພັກ​ເຮົາ​​ເປັນຕົ້ນ ​ແມ່ນການ​ດຳ​ເນີນ​​ກອງ​ປະຊຸມ​ໃຫຍ່ ຄັ້ງທີ X ຂອງ​ພັກ ​ແລະ ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ເທື່ອ​ສຸດ​ທ້າຍ ຂອງ​ສະ​ໄໝ​ທີ IX ຂອງ​ພັກ ຈຶ່ງ​ສະ​ເໜີ​ໃຫ້​ບັນດາ​ສະຫາຍ ​ເອົາ​ໃຈ​ໃສ່​ກະກຽມ​ດ້ານ​ຕ່າງໆ ​ໂດຍ​ສະ​ເພາະ ​ແມ່ນ​ດ້ານເນື້ອ​ໃນ ​ທີ່​ຈະລາ​ຍງານຕໍ່​ກອງ​ປະຊຸມ​ດັ່ງກ່າວໃຫ້​ຮັດກຸມ, ຄົບ​ຖ້ວນ ​ແລະ ສອດຄ່ອງ​ກັບ​ສະພາບຄວາມ​ເປັນ​ຈີ​ງຂອງ​ແຕ່​ລະ​ພາກສ່ວນ, ນອກຈາກ​ນັ້ນ ກໍ​ໃຫ້​ເອົາ​ໃຈ​ໃສ່ຕື່ມ ກ່ຽວ​ກັບບັນ​ຫາ​ຄວາ​ມ​ເປັນ​ລະບຽບ​ຮຽບຮ້ອຍໃນ​ສັງຄົມ, ຄວາມ​ສະ​ຫງົບ​ປອດ​ໄພ​ຮອບດ້ານ ​ແລະ ການ​ປະດັບ​ປະດາຕົບ​ແຕ່ງສຳນັກງານ, ອົງການ ກໍ​ຄື​ຕົວ​ເມືອງ​ ໃຫ້​ມີຄວາມ​ສະອາດ​ຈົບງາມ, ພ້ອມທັງ ​ສ້າງ​ຂະ​ບວນການ​ແຂ່ງຂັນ​ຮັກຊາດ ​ແລະ ພັດທະນາ ​ເຮັດ​ໃຫ້​ກອງ​ປະຊຸມ​ໃຫຍ່ ຄັ້ງທີ X ຂອງ​ພັກ ມີ​ບັນຍາກາດ​ທີ່​ດີ ​ແລະ ມີ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ເອົາ​ໃຈ​ໃສ່​ຈັດຕັ້ງຜັນ​ຂະຫຍາຍ​ ມະຕິ​ກອງ​ປະຊຸມສະ​ໄໝ​ສາມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VII ​ໃຫ້​ມີ​ໝາກ​ມີ​ຜົນ​ຕົວ​ຈິງ ພ້ອມ​ກັນນັ້ນ ກໍ​ໃຫ້ຄົ້ນ​ຄ້ວາ​ກະກຽມບຸກຄະລາ​ກອນ ​ໃນ​ຂະ​ແໜງ​ການ​ຕົນ​ເອງ ທີ່​ຈະ​ສະໝັກ​ເຂົ້າ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VIII ​ໃຫ້​ຮັບປະກັນ​ໄດ້ ຜູ້​ທີ່​ມີ​ເງື່ອນ​ໄຂ ​ແລະ ມີ​ມາດຖານ​ຄົບ​ຖ້ວນ​.

​ເດືອນ​ມັງກອນ​ ກໍ​ຈະ​ແມ່ນ​ວັນ​ ຄົບຮອບ 67 ປີ ຂອງ​ການ​ສ້າງຕັ້ງ ວັນກອງທັບ​ປະຊາຊົນ​ລາວ ​ແລະ ປີ​ໃໝ່​ສາກົນ 2016 ຈຶ່ງ​ສະ​ເໜີ​ໃຫ້​ບັນດາ​ສະຫາຍ ​ເອົາ​ໃຈ​ໃສ່​ສະ​ເຫລີມສະຫລອງ​ວັນ​ດັ່ງກ່າວ ​ໃຫ້​ມີ​ບັນຍາກາດ​ທີ່​ດີ, ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ມີ​ຄວາມ​ສະຫງົບ​ປອດ​ໄພ ຮັບປະກັນ​ໄດ້​ດ້ານ​ເນື້ອ​ໃນ ​ແລະ ບົນ​ຈິດ​ໃຈ​ປະຢັດ.

ໃຫ້ສືບຕໍ່​ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ–ສັງຄົມ ປະຈຳ​ສົກ​ປີ 2015-2016 ກໍ​ຄື​ແຜນ​ງົບປະມານ​ແຫ່ງ​ລັດ ​ແລະ ​ແຜນ​ລາຍ​ຮັບ–ລາຍ​ຈ່າຍ ​ໃຫ້​ບັນລຸ​ຕາມ​ຄາດໝາຍ.

ໃຫ້​ເອົາ​ໃຈ​ໃສ່​​ເຮັດວຽກ​ງານ​ປ້ອງ​ກັນຊາ​ດ–ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ມີ​ຄວາມໜັກ​ແໜ້ນ ​ແລະ ​ເຂັ້ມ​ແຂງ​ຕື່ມ ພ້ອມ​ກັນນັ້ນ ກໍ​ໃຫ້​ເອົາ​ໃຈ​ໃສ່​​ແກ້​ໄຂປະກົດ​ການ​ຫຍໍ້​ທໍ້​ຕ່າງໆ​ ໃນ​ສັງຄົມ​ເປັນຕົ້ນ ​ແມ່ນ​ບັນຫາ​ຢາ​ເສບ​ຕິດ, ຂີ້ລັກ​ງັດ​ແງະ, ກຸ່ມ​ແກ້ງ​ອັນ​ຕະພານກວນ​ເມືອງ, ບັນຫາ​ອຸບັດຕິ​ເຫດ ​ແລະ ລົດຕິດຕາມ​ທ້ອງ​ຖະໜົນ ​ແລະ ອື່ນໆ. ພ້ອມ​ກັນນັ້ນ ​ໃຫ້​ເອົາ​ໃຈ​ໃສ່​ມີ​ສະຕິ ​ແລະ ຕິດຕາມ​ການ​ເຄື່ອນ​ໄຫ​ວຂອງ​ຄົນ​ບໍ່​ດີ ທີ່​ຈະ​ເຄື່ອນ​ໄຫວ​ສ້າງ​ຄວາມ​ວຸ້ນ​ວາຍ, ຄວາມ​ບໍ່​ສະຫງົບ, ຫາງ​ສຽງ​ສັງຄົມ ​ໃນ​ໄລຍະ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ ​ຄັ້ງທີ X ຂອງ​ພັກ, ຕ້ອງ​ມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​ເຂັ້ມງວ​ດ, ​ເດັດຂາດ ​ແລະ ຕໍ່​​ເນື່ອງ, ຕ້ອງ​ແກ້​ໄຂ​ບັນຫາ​ໄວ ​ແລະ ມີ​ວິທີ​ປ້ອງ​ກັນ​ແຕ່​ຫົວທີ.

ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ​ຊຸກຍູ້​ຕື່ມ ກ່ຽວ​ກັບ​ຂະ​ບວນການ​ຜະລິດ​ລະດູ​ແລ້ງ​ ໃຫ້​ທັນ​ເວລາ ​ແລະ ມີ​ໝາກ​, ມີ​ຜົນ​ຕົວຈິງ​ກວ່າ​ເກົ່າ, ພ້ອມ​ກັນນັ້ນ ກໍ​ໃຫ້​ເອົາ​ໃຈ​ໃສ່​ປ້ອງ​ກັນ​ພະຍາດ​ລະບາດ​ຕາມ​ລະດູ​ການ, ບັນຫາ​ໜູ​ຂີ, ຕັກ​ແຕນ ​ແລະ ມີ​ມາດ​ຕະການ​ປ້ອງ​ກັນ​ໄຟ​ໄໝ້​ປ່າ ​ເຊິ່ງອາດ​ຈະ​ເກີດ​ຂຶ້ນ​ໄວ້​ແຕ່​ຫົວທີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...