HomeມູມໄອທີລາວLG ເປີດໂຕສະມາດໂຟນຕະກູນ K Series ໃໝ່ມາພ້ອມກັບເທັກໂນໂລຢີກ້ອງຂັ້ນສູງ

LG ເປີດໂຕສະມາດໂຟນຕະກູນ K Series ໃໝ່ມາພ້ອມກັບເທັກໂນໂລຢີກ້ອງຂັ້ນສູງ

Published on

image

ພາຍໃນງານ CES ຕ່າງກໍມີຫຼາກຫຼາຍບໍລິສັດທີ່ຂົນເອົາສິນຄ້າຂອງຕົນເອງມາເປີດໂຕຫຼືໂຊໃຫ້ຜູ້ບໍລິໂພກໄດ້ເຫັນແລະລອງໃຊ້ ໜຶ່ງໃນນັ້ນທີ່ໜ້າສົົນໃຈຫຼາຍນັ້ນກໍຄື LG K Serie ເຊິ່ງມື້ວານນີ້ເອງ LG ກໍໄດ້ປະກາດເປີດໂຕໂທລະສັັບລຸ້ນໃໝ່ພ້ອມກັນ 2 ລຸ້ນເລີຍກໍຄື LG K10 ແລະ LG K7 ທັງສອງລຸ້ນນີ້ແມ່ນເປັັນແບບໜ້າຈໍໂຄ້ງ 2.5D ນຳ.

ສຳລັບສະເປັັກຂອງທັັງ 2 ລຸ້ນມີດັ່ງນີ້:

image

+ LG K10:
– ໜ້າຈໍຂະໜາດ 5.3 ນິ້ວ ພ້ອມກັບຄວາມລະອຽດແບບ 720 x 1280 (HD).
– ສຳລັບລຸ້ນ LTE ຈະໃຊ້ຊິບປະມວນຜົນ quad-core 1.2GHz ຫຼື 1.3GHz.
– ສຳລັບລຸ້ນ 3G ຈະໃຊ້ຊິບປະມວນຜົນ quad-core 1.3GHz
– ROM ແບ່ງອອກເປັນ 2 ລຸ້ນຍ່ອຍຄື 16GB  8GB
– RAM ແບ່ງອອກເປັນ 3 ລຸ້ນຍ່ອຍຄື 2GB, 1.5GB ແລະ 1GB.
–  ສຳລັບລຸ້ນ LTE ມີ 2 ລຸ້ນຍ່ອຍຄື ລຸ້ນກ້ອງຫຼັງ 13 ລ້ານພິກເຊວ, ກ້ອງໜ້າ 8 ລ້ານພິກເຊວ ແລະລຸ້ນກ້ອງຫຼັງ 13 ລ້ານພິກເຊວ ກ້ອງໜ້າ 5 ລ້ານພິກເຊວ.
– ສຳລັບລຸ້ນ 3G ກ້ອງຫຼັງ 8 ລ້ານພິກເຊວ ແລະ ກ້ອງໜ້າ 8 ລ້ານພິກເຊວ
– ແບັດເຕີຣິໃຫ້ມາ 2300mAh
– ໂຕເຄື່ອງມີ 3 ສີຄື: White, Indigo ແລະ Gold.

image

+ LG K7:
– ໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ 480 x 854.
– ສຳລັບລຸ້ນ LTE ຈະໃຊ້ຊິບປະມວນຜົນ quad-core 1.1GHz
– ສຳລັບລຸ້ນ 3G ຈະໃຊ້ຊິບປະມວນຜົນ quad-core 1.3GHz
– ROM 16GB ພ້ອມກັບ RAM1.5GB
– ROM 8GB ພ້ອມກັບ RAM 1 GB
– ກ້ອງຫຼັງ 8 ລ້ານພິກເຊວ , ກ້ອງໜ້າ 5 ລ້ານພິກເຊວ
– ໃຫ້ແບັດເຕີຣີມາ 2125mAh
– ມີ 3 ສີໃຫ້ເລຶອກ White, Black ແລະ Gold

image

ສຳລັບລາຄາແລະມື້ຂາຍຕອນນີ້ຍັງບໍ່ມີປະກາດອອກມາໃດໆ ຄາດວ່າຈະປະກາດອອກມາໃນໄວໆນີ້

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...