Homeຂ່າວຕ່າງປະເທດໂລກອາຫລັບແຕກຫັກ! ອາຣັບບີ ຊາອຸດິດ ປະກາດຕັດສຳພັນ-ຂັບນັກການທູດອີຣ່ານ ອອກນອກປະເທດ!

ໂລກອາຫລັບແຕກຫັກ! ອາຣັບບີ ຊາອຸດິດ ປະກາດຕັດສຳພັນ-ຂັບນັກການທູດອີຣ່ານ ອອກນອກປະເທດ!

Published on

559000000064701

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ມັງກອນນີ້ວ່າ ທ່ານ ອາເດັນ ອັນ-ຍູເບອີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ອາຣັບບີ ຊາອຸດິດ ໄດ້ອອກມາຖະແຫລງ ໃນວັນອາທິດທີ 3 ມັງກອນຜ່ານມານີ້ ໂດຍໄດ້ຢືນຢັນວ່າ ລັດຖະບານອາຣັບບີ ຊາອຸດິດ ໄດ້ຕັດສຳພັນທາງການທູດ ກັບລັດຖະບານອີຣ່ານ ພ້ອມອອກຄຳສັ່ງ ໃຫ້ເຈົ້າໜ້າທີ່ການທູດທັງໝົດ ຂອງອີຣ່ານ ອອກຈາກດິນແດນຂອງຕົນ ພາຍໃນ 48 ຊົ່ວໂມງ ຫລັງຈາກທີ່ເກີດເຫດການ ກຸ່ມຜູ່ປະທ້ວງຊາວອີຣ່ານ ບຸກເຂົ້າໂຈມຕີສະຖານທູດຂອງຕົນ ປະຈຳນະຄອນຫລວງເຕເຮຣານ ປະເທດອີຣ່ານ ໃນວັນເສົາທີ 2 ມັງກອນຜ່ານມາ.

ທັງນີ້ ເນື່ອງຈາກກຸ່ມຜູ່ປະທ້ວງ ທີ່ກໍ່ເຫດບຸກໂຈມຕີສະຖານທູດ ພາກັນຄຽດແຄ້ນຈາກກໍລະນີ ທີ່ລັດຖະບານອາຣັບບີ ຊາອຸດິດ ທີ່ຄົນໃນປະເທດ ສ່ວນໃຫຍ່ເປັນ ຊາວມຸດສະລິມນິກາຍຊຸນນີ ທຳການປະຫານຊີວິດ ທ່ານ ຊິກ ນິມະຣາ ອັນ-ນິມະຣາ ຄູສອນສາສະໜາອິດສະລາມນິກາຍຊີອະ ຊຶ່ງເປັນນິກາຍທີ່ຊາວອີຣ່ານສ່ວນໃຫຍ່ນັບຖື ໃນຂໍ້ຫາກ່ຽວຂ້ອງກັບການກໍ່ການຮ້າຍ ອັນນຳມາຊຶ່ງຫາງສຽງວິພາກວິຈານ ຈາກລັດຖະບານອີຣ່ານ ແລະ ບັນດາປະເທດມຸດສະລິມນິກາຍຊີອະ.

ການປະກາດຕັດຄວາມສຳພັນ ແລະ ຂັບໄລ່ນັກການທູດອີຣ່ານ ຂອງລັດຖະບານອາຣັບບີ ຊາອຸດິດ ໃນຄັ້ງນີ້ ຖືເປັນຈຸດຕ່ຳສຸດ ຂອງຄວາມສຳພັນລະຫວ່າງສອງປະເທດ ທີ່ມີຄວາມເຄັ່ງຕຶງມາຍາວນານ ຫລາຍທົດສະວັດ ໂດຍລັດຖະບານອາຣັບບີ ຊາອຸດິດ ໃນຖານະທີ່ເປັນຜູ່ນຳ ໃນໂລກມຸດສະລິມນິກາຍຊຸນນີ ມັກຈະກ່າວຫາອີຣ່ານ ຊຶ່ງເປັນຜູ່ນຳຊາດມຸດສະລິມນິກາຍຊີອະວ່າ ໄດ້ດຳເນີນການແຊກແຊງ ກິດຈະການຂອງໂລກອາຫລັບມາໂດຍຕະຫລອດ.

EyWwB5WU57MYnKOuX7JBRVEUU2NhXNEJmBZXiC8lbTOOZAo5wf91zM
ສະຖານທູດອາຣັບບີ ຊາອຸດິດ ປະຈຳນະຄອນຫລວງເຕເຮຣານ ປະເທດອີຣ່ານ ຖືກກຸ່ມຜູ່ປະທ້ວງບຸກໂຈມຕີ ໃນວັນທີ 2 ມັງກອນ 2016

 

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...