Homeຂ່າວພາຍ​ໃນປະທານປະເທດ ອອກລັດຖະດຳລັດ ປະກາດວັນເລືອກຕັ້ງ 20 ມີນາ 2016 ນີ້!

ປະທານປະເທດ ອອກລັດຖະດຳລັດ ປະກາດວັນເລືອກຕັ້ງ 20 ມີນາ 2016 ນີ້!

Published on

Captureດກດ

ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ໄດ້​ອອກດຳລັດວ່າ​ດ້ວຍ​ການ​ປະກາດ​ເລືອກ​ຕັ້ງ​ ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ສະ​ມາຊິກ​ສະພາ​ປະຊາຊົນ ຂັ້ນ​ແຂວງ ນະຄອນຫຼວງ.

ການ​ປະກາດ​ວັນ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ ນະຄອນ​ຫຼວງ ໂດຍ​ຖື​ເອົາ​ວັນ​ອາທິດທີ 20 ມີນາ 2016 ເປັນ​ວັນ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ ນະຄອນຫຼວງ ຢ່າງ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະເທດ.

ອີງ​ຕາມ​ລັດ​ຖະ​ທຳ​ມະນູນ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ສະບັບ​ປັບປຸງ ປີ 2015 ມາດຕາ 67 ວ່າ​ດ້ວຍ​ສິດ ແລະ ໜ້າທີ່​ຂອງ​ປະທານ​ປະເທດ ອີງ​ຕາມ​ມາດຕາ 32 ຂອງ​ກົດໝາຍ​ວ່າດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ ວ່າ​ດ້ວຍ​ການ​ກຳນົດ​ວັນ​ເລືອກ​ຕັ້ງ ອີງ​ຕາມ​ໜັງສື​ສະເໜີ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະບັບ​ເລກ​ທີ 0181/​ຄປຈ ລົງ​ວັນ​ທີ 22 ທັນວາ 2015.

ພ້ອມ​ດຽວ​ກັນ ທ່ານ​ປະທານ​ປະເທດ ຍັງ​ໄດ້​ອອກດຳລັດ​ວ່າ​ດ້ວຍ​ການ​ປະກາດ​ລາຍ​ຊື່ ​ຄະນະ​ກຳມະການ​ເລືອກ​ຕັ້ງ​ລະດັບ​ຊາດ ເພື່ອ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ສະມາຊິກ​ສະພາ​ປະຊາ​ຊົນ​ຂັ້ນ​ແຂວງ ນະຄອນຫຼວງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...