Homeຂ່າວພາຍ​ໃນນາຍົກລັດຖະມົນຕີຕ້ອນຮັບ ທູດບຣູໄນອຳລາ

ນາຍົກລັດຖະມົນຕີຕ້ອນຮັບ ທູດບຣູໄນອຳລາ

Published on

DSC_0133 thongsing 1

ຂປລ. ຕອນ​ເຊົ້າ​ວັນ​ທີ 30 ທັນວາ 2015 ທີ່​ຫ້ອງ​ວ່າການ​ລັດຖະບານ, ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ອຳ​ລາ​ຂອງ ທ່ານ ດຣ. Haji Emran Bahar ​​ເອກ​ອັກຄະຣາຊະ​ທູດ ວິສາມັນຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ບຣູ​ໄນ ດາຣູຊາ​ລາມ ປະຈຳ ສ​ປປ ລາວ ໃນ​ໂອກາດ ​ສຳ​ເລັດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ ຢູ່ ສປປ ລາວ.

ທ່ານ​ນາຍົກລັດຖະມົນຕີ ​ໄດ້​ສະ​ແດງຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​​ ໃນການ​ປະຕິບັດ​ໜ້າ​ທີ່​ການ​ທູດຢູ່ ສປປ ລາວ ​ຂອງ ທ່ານ ດຣ. Haji Emran Bahar ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ສ​ອງປະ​ເທດລາວ ​ແລະ ບຣູ​ໄນ ​ໃຫ້​ນັບ​ມື້​ກ້າວໜ້າ​ຂະຫຍາຍຕົວ​ຂຶ້ນ​ໄປ​ເລື້ອຍໆ. ພ້ອມ​ນີ້, ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍຫລັງ​ທີ່​ທ່ານ​ທູດ ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ແລ້ວ ທ່ານ​ ຈະ​ສືບ​ຕໍ່​ເຄື່ອນ​ໄຫວ​ຊຸກຍູ້​ສົ່ງ​ເສີມ ສາຍ​ພົວພັນ​ຮ່ວມ​ມື ລະຫວ່າງ ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດພວກ​ເຮົາ ​ໃຫ້​ນັບ​ມື້​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ. ພ້ອມ​ທັງ​ໄດ້​ອວຍພອນ​ໃຫ້ ​ທ່ານ​ເອກ​ອັກຄະ​ຣາຊະທູດ ບຣູ​ໄນ ຈົ່ງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະຫວັດດີ​ພາບ ​ແລະ ປະສົບ​ຜົນ​ສຳ​ເລັດ​ໃນ​ພາລະກິດ​ໃໝ່​ຂອງ​ຕົນ.

​ໂອກາດ​ດຽວ​ກັນ ທ່ານ ດຣ. Haji Emran Bahar ກໍ​ໄດ້​ສະ​ແດງ​ຄວາມ​​ຂອບ​ໃຈ​ມາ​ຍັງ ​ທ່ານນາຍົກລັດຖະມົນຕີ ທີ່​ໄດ້​ສະຫລະ​ເວລາ​ອັນ​ມີ​ຄຸນຄ່າ​ ໃຫ້ການ​ຕ້ອນຮັບຢ່າງ​ອົບ​ອຸ່ນ​, ພ້ອມ​ທັງ​ ຖື​ໂອກາດ​ນີ້ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ​ບັນດາ​ການ​ນຳ​ ພັກ-ລັດ​ຂອງ​ລາວ ຕະຫລອດ​ຮອດ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ທີ່​ໄດ້​ໃຫ້ການ​ຮ່ວມ​ມື​ເປັນ​ຢ່າງ​ດີ ​ແລະ ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ ໃນ​ຕະຫລອດ​ໄລຍະ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ ຈົນ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໜ້າ​ເພິ​່ງພໍ​ໃຈ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...