spot_img
Homeຂ່າວເຫດການສະຫຼຸຸບເຫດການເດັ່ນ ປະຈຳປີ 2015

ສະຫຼຸຸບເຫດການເດັ່ນ ປະຈຳປີ 2015

Published on

6-1 S-1

ໃນປີ 2015 ໄດ້ມີຫຼາຍເຫດການພົ້ນເດັ່ນທາງດ້ານການ ເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ທີ່ເກີດຂຶ້ນຢູ່ພາຍ ໃນປະເທດເຮົາ ແລະ ຕ່າງປະເທດ, ແຕ່ໜັງສືພິມ ປະຊາຊົນ ຂໍຍົກເອົາບາງເຫດການເດັ່ນມາສະເໜີດັ່ງນີ້:
1.  ເປີດໂຄງການຍົກຍ້າຍ  ຈັດສັນເມືອງກະລຶມໃໝ່ ແຂວງເຊກອງ: ໂຄງການດັ່ງກ່າວໄດ້  ເປີດຂຶ້ນໃນວັນທີ 25 ເມສາ  2015 ໂດຍການເຂົ້າຮ່ວມຂອງ ທ່ານປະທານ ປະເທດ   ຈູມມາລີ ໄຊຍະສອນ ເປັນໂຄງການບຸລິ  ມະສິດຂອງລັດຖະບານທີ່ມີ   ມູນຄ່າຫຼາຍກວ່າ 930 ຕື້ກີບ  ເພື່ອສ້າງເມືອງດັ່ງກ່າວໃຫ້ມີ  ໂສມໜ້າໃໝ່ ແລະ ຍົກລະດັບ   ຊີວິດການເປັນຢູ່ຂອງປະຊາ  ຊົນໃຫ້ດີຂຶ້ນເທື່ອລະກ້າວຕາມ  ແນວທາງນະໂຍບາຍຂອງພັກ   ແລະ ລັດຖະບານ.
2. ສປປ ລາວ ປະກາດ  ຈົບຊັ້ນປະຖົມສຶກສາບຳລຸງທົ່ວ  ປະເທດ ຢ່າງເປັນທາງການໃນວັນ  ທີ 28/8/2015 ທີ່ນະຄອນຫຼວງ    ວຽງຈັນໂດຍການເຂົ້າຮ່ວມຂອງ ທ່ານປະທານປະເທດ ຈູມມາລີ  ໄຊຍະສອນ ຊຶ່ງ ສປປ ລາວໄດ້  ເອົາໃຈໃສ່ວຽກງານດັ່ງກ່າວມາ  ແຕ່ປີ 1976 ເປັນຕົ້ນມາ ແລະ  ມາຮອດປະຈຸບັນມີປະຊາກອນ ໃນເກນອາຍຸ 15-45 ປີໄດ້ຈົບ ການລຶບລ້າງຄວາມບໍ່ຮູ້ໜັງ ສື  ແລະ ຈົບຊັ້ນປະຖົມບຳລຸງ ທັງໝົດ 640.743 ຄົນ,  ຍິງ 338.739 ຄົນ ຊຶ່ງຜົນສຳ  ເລັດດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນ  ວ່າ ສປປ ລາວ ສາມາດບັນລຸ   ເປົ້າໝາຍສະຫັດສະວັດດ້ານ  ການພັດທະນາທີ 2 ໂດຍພື້ນ  ຖານ.
3. ພິທີອ່ວາຍແລວນ້ຳ  ໂຄງການກໍ່ສ້າງເຂື່ອນໄຟຟ້າ  ນ້ຳຂອງໄຊຍະບູລີໄດ້ ຈັດຂຶ້ນ ໃນວັນທີ 26 ມັງກອນ  2015 ທີ່ແຂວງໄຊຍະບູລີ ໂດຍເປັນ ກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ພ້ອມດ້ວຍລັດຖະມົນ ຕີ, ເຈົ້າແຂວງ, ເຈົ້າເມືອງພ້ອມ  ດ້ວຍແຂກຖືກເຊີນຈາກພາກ  ລັດ ແລະ ເອກະຊົນເຂົ້າຮ່ວມ  ໂຄງການ ພະລັງໄຟຟ້າຝາຍ  ນ້ຳລົ້ນນ້ຳຂອງໄຊຍະບູລີ ເປັນ  ໂຄງການໜຶ່ງທີ່ມີຄວາມສຳຄັນ ຢູ່ໃນແຜນພັດທະນາພະລັງ   ງານໄຟຟ້າຂອງ ສປປ ລາວ  ເປົ້າໝາຍຂອງ ການພັດທະ ນາ  ແມ່ນເພື່ອຂຸດຄົ້ນ ແລະ ເສີມ  ຂະຫຍາຍທ່າແຮງຂອງປະ  ເທດທີ່ມີແມ່ນ້ຳລຳເຊຫຼາຍ ສາ   ມາດຜະລິດພະລັງງານໄຟຟ້າ   ສະໜອງໃຫ້ແກ່ການຊົມໃຊ້  ພາຍໃນ ແລະ ສົ່ງອອກສ້າງ  ລາຍຮັບໃຫ້ກັບປະເທດຊາດ.
4. ເປີດນຳໃຊ້ຂົວຂ້າມ   ນ້ຳງື່ມມາລີນີຢ່າງເປັນທາງການ ຂົວຂ້າມນ້ຳງື່ມມາລີນີຢູ່ຈຸດບ້ານ ເມືອງເກົ່າ-ປາກກະຍຸງ ເມືອງ ວຽງຄຳ ແຂວງວຽງຈັນໄດ້ເປີດ ນຳໃຊ້ຢ່າງເປັນທາງການໃນ ວັນທີ 30 ມັງກອນ 2015 ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ສົມສະຫວາດ  ເລັ່ງສະຫວັດ ຮອງນາຍົກລັດ  ຖະມົນຕີ ຜູ້ຊີ້ນຳວຽກງານການ  ຜະລິດ ແລະ ຈໍລະຈອນ, ມີບັນ  ດາລັດຖະມົນຕີວ່າການ, ຊ່ວຍ  ວ່າການ, ເຈົ້າແຂວງ, ເຈົ້າເມືອງ  ພ້ອມດ້ວຍແຂກຖືກເຊີນເຂົ້າ  ຮ່ວມ, ຂົວດັ່ງກ່າວໄດ້ກໍ່ສ້າງ ມາແຕ່ເດືອນ 1/2011 ລວມ ມູນຄ່າການກໍ່ສ້າງທັງໝົດ 18.416.000 ໂດລາສະຫະ  ລັດ ຂົວມີຄວາມຍາວ 274,05  ແມັດ, ກວ້າງ 11,50 ແມັດ   ແລະ ກໍ່ສ້າງທາງເຂົ້າຂົວສອງ   ເບື້ອງຍາວ 990 ແມັດ.
5. ໄຂບັ້ນສຳຫຼວດພົນລະ  ເມືອງ ແລະ ທີ່ຢູ່ອາໄສທົ່ວປະ   ເທດ ຄັ້ງທີ IV ກອງປະຊຸມໄຂບັ້ນ ສຳຫຼວດພົນລະເມືອງ   ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ IV ໄດ້ຈັດຂຶ້ນໃນ ວັນທີ 9   ກຸມພາ 2015 ຢູ່ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານ ແລະ ກ່າວໄຂບັ້ນສຳຫຼວດດັ່ງກ່າວ ຂອງທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດ ຖະມົນຕີ ຜູ້ຊີ້ນຳວຽກງານເສດ ຖະກິດມະຫາພາກ ແລະ ບໍລິ ການທັງເປັນຫົວໜ້າຊີ້ນຳລະ ດັບຊາດ ຊຶ່ງມີບັນດາຄະນະ ຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດ ຂັ້ນແຂວງໃນຂອບເຂດທົ່ວປະ ເທດພ້ອມດ້ວຍທຸກພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມຜ່ານການ ສຳຫຼວດຕົວຈິງການຈົດນັບໃນ ວັນທີ 1 ມີນາ 2015 ສະແດງໃຫ້ ຮູ້ວ່າພົນລະເມືອງລາວທັງໝົດ ຢູ່  ສປປ ລາວ ມີ 6.492.400 ຄົນ ໃນນັ້ນມີເພດຍິງ 3.237.600  ຄົນ.
6. ລະນຶກວັນສ້າງຕັ້ງພັກ  ຄົບຮອບ 60 ປີ.
+ ເນື່ອງໃນໂອກາດລະ  ນຶກວັນສ້າງຕັ້ງພັກ ປປ ລາວ  ຄົບຮອບ 60 ປີ ບັນດາຜູ້ນຳ   ພັກ-ລັດເຮົາ ນຳໂດຍສະຫາຍ  ຈູມມາລີ ໄຊຍະສອນ ເລຂາທິ  ການໃຫຍ່ຄະ ນະບໍລິຫານງານ  ສູນກາງພັກ ປປ ລາວ ປະທານ  ປະເທດໄດ້ເຂົ້າຮ່ວມໃນກິດຈະ  ກຳຕ່າງໆເຊັ່ນ: ງານວາງສະ  ແດງຮູບພາບ 60 ປີ ແຫ່ງການ  ຊີ້ນຳໆພາຂອງພັກ ປປ ລາວ  ໄດ້ໄຂຂຶ້ນໃນວັນທີ 20 ມີນາ    ທີ່ຫໍພິພິທະພັນ ໄກສອນ ພົມວິ  ຫານ ຕອນຄ່ຳວັນທີ 21 ມີນາ  ສະຫາຍ ຈູມມາລີ ໄຊຍະສອນ  ພ້ອມດ້ວຍສະຫາຍກົມການ  ເມືອງສູນ ກາງພັກ, ກຳມະການ  ສູນກາງພັກ, ຜູ້ນຳພັກ-ລັດພະ  ນັກງານບຳນານກໍໄດ້ຊົມການ  ສະແດງສິລະປະວັນນະຄະດີ  ທີ່ຫໍວັດທະນະທຳແຫ່ງຊາດ   ແລະ ນອກນີ້ ຜູ້ນຳພັກ-ລັດຍັງ  ໄດ້ໄປວາງພວງມາລາທີ່ອະນຸ  ສາວະລີນັກຮົບນິລະນາມອີກ  ດ້ວຍ.

7. ເປີດການນຳໃຊ້ຂົວ ມິດຕະພາບລາວ-ມຽນມາ:
ຂົວມິດຕະພາບລາວ-ມຽນມາ (ຊຽງກົກ-ຊຽງລາບ) ແມ່ນໝາກຜົນຂອງການຮ່ວມ  ມືລະຫວ່າງລັດຖະບານ ສປປ   ລາວ ແລະ ສສ ມຽນມາໂຄງ  ການດັ່ງກ່າວໄດ້ລົງມືກໍ່ສ້າງມາ ແຕ່ເດືອນກຸມພາ 2013 ແລະ ໄດ້ສຳເລັດເປີດການນຳໃຊ້ຂົວ ມິດຕະພາບລາວ-ມຽນມາຢ່າງ ເປັນທາງການໃນວັນທີ 9 ພຶດສະພາ 2015 ໂດຍໃຫ້ກຽດ ເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ເຮົາ ແລະ ທ່ານ ເທນເຊນ ປະທານາທິບໍດີ ແຫ່ງ ສສ ມຽນມາ ພ້ອມດ້ວຍການນຳຂັ້ນສູງ, ລັດຖະມົນຕີວ່າການ, ຊ່ວຍວ່າການ ແລະ ເຈົ້າແຂວງຂອງ ສອງປະເທດລາວ-ມຽນມາ, ປະຊາຊົນເມືອງລອງ ແຂວງ ຫຼວງນ້ຳທາ ແລະ ເມືອງທ່າຂີ້ ເຫຼັກລັດຊານເຂົ້າຮ່ວມ; ຂົວດັ່ງ ກ່າວມີຄວາມຍາວ 691,6 ແມັດ, ກວ້າງ 10,9 ແມັດ, ສາ ມາດຮັບນ້ຳໜັກລົດບັນທຸກ 10 ລໍ້ໄດ້ 75 ໂຕນ, ຮັບແຮງສັ່ນ ຂອງແຜ່ນດິນໄຫວໄດ້ 7,0 ຣິກ ເຕີລົງມາ ແລະ ເຮືອກຳປັ່ນ 500 ໂຕນ,​ ສາມາດລອດຜ່ານໄດ້. ໂຄງການນີ້ໄດ້ດຳເນີນການກໍ່ ສ້າງໃຊ້ເວລາ 2 ປີ 2 ເດືອນ, ມີມູນຄ່າ 26 ລ້ານໂດລາສະຫະ ລັດ ຊຶ່ງນຳໃຊ້ງົບປະມານພາຍ  ໃນຂອງລັດຖະບານສອງປະ ເທດລາວ ແລະ ມຽນມາ.
8. ໄຂການນຳໃຊ້ສະໜາມ ບິນສາກົນອັດຕະປືຢ່າງເປັນ ທາງການ:
ສະໜາມບິນສາກົນແຂວງ ອັດຕະປື, ໄຂການນຳໃຊ້ຢ່າງ ເປັນທາງການໃນວັນທີ 30/5/ 2015 ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຈູມມາລີ ໄຊຍະສອນ  ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ປປ ລາວ, ທ່ານ ເຈືອງ ເຕິນ ຊາງ ກຳມະການກົມການເມືອງສູນກາງ ພັກ ພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ, ບັນ ດາການນຳພັກ-ລັດຂັ້ນສູງລາວ-ຫວຽດນາມ, ບັນດາແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ; ໂຄງການນີ້ໄດ້ຮັບ ການສະໜອງສິນເຊື່ອ ແລະ ລົງທຶນຈາກ ບໍລິສັດ ຮຸ້ນສ່ວນ ຮ່ວາງແອັງຢາລາຍ ສສ ຫວຽດ ນາມ ໂດຍບໍ່ມີດອກເບ້ຍໃນ ມູນຄ່າທັງໝົດ 36,19 ໂດລາ ສະຫະລັດ ໂດຍໃຊ້ເວລາກໍ່ສ້າງ 2 ປີ ສຳເລັດ 100%.
9. ສະຫາຍ ຈູມມາລີ ໄຊຍະສອນ ໄດ້ຮັບການຕ້ອນ ຮັບອັນອົບອຸ່ນຈາກຜູ້ນຳ ສປ ຈີນ.
ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະ ເທດເຮົາໄດ້ເຂົ້າຮ່ວມພິທີລະ ນຶກວັນໄຊຊະນະໃນສົງຄາມ ຕ້ານຟາດຊິດໂລກ ຄົບຮອບ 70 ປີ ລະຫວ່າງ ວັນທີ 31/8- 6/9/2015 ທີ່ນະຄອນຫຼວງປັກ ກິ່ງ ສປ ຈີນ.
ໃນໂອກາດດັ່ງກ່າວສະຫາຍ ສີ ຈີ້ນ ຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ ປະທານ ປະເທດ ແຫ່ງ ສປ ຈີນໄດ້ຕ້ອນ ຮັບ ແລະ ພົບປະກັບສະຫາຍ ຈູມມາລີ ໄຊຍະສອນ ຢ່າງອົບ ອຸ່ນ ໂດຍທັງສອງຝ່າຍໄດ້ແຈ້ງ ໃຫ້ກັນຊາບກ່ຽວກັບສະພາບ ການຂອງແຕ່ລະປະເທດ, ແລກ  ປ່ຽນຄຳຄິດເຫັນຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບ ກັນ ກ່ຽວກັບການ ເສີມຂະຫຍາຍ ສາຍພົວພັນແບບຄູ່ຮ່ວມຍຸດ ທະສາດຮອບດ້ານລະຫວ່າງ ສປປ ລາວ ແລະ ສປ ຈີນ, ພ້ອມທັງໄດ້ແລກປ່ຽນທັດສະ ນະຕໍ່ບາງບັນຫາພາກພື້ນ ແລະ ສາກົນທີ່ສອງ ຝ່າຍມີຄວາມສົນ ໃຈຮ່ວມກັນ.
10. ພະນະທ່ານ ຈູມມາລີ ໄຊຍະສອນ ພົບປະກັບປະທາ ນາທິບໍດີອາເມຣິກາ. ເນື່ອງໃນ ໂອກາດເຂົ້າຮ່ວມກອງປະຊຸມ ສຸດຍອດອົງການ ສປຊ ຄັ້ງທີ 70 (25/9-1/10/2015) ພະນະ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດເຮົາ ພ້ອມ ດ້ວຍພັນລະຍາໄດ້ພົບປະກັບ ປະທານາທິບໍດີຂອງສະຫະລັດ ອາເມຣິກາ ພະນະທ່ານ ບາຣັກ ໂອບາມາ ພ້ອມດ້ວຍພັນລະ ຍາຢູ່ທີ່ນະຄອນຫຼວງ ນິວຢອກ. ການພົບປະໃນຄັ້ງນີ້ເປັນນິມິດ ໝາຍອັນດີງາມຂອງການພົວ ພັນອັນແໜ້ນແຟ້ນລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...