Homeຂ່າວການພັດທະນາກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2015

ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2015

Published on

2-1 2-2

ເພື່ອເປັນການທົບ ທວນ ແລະ ຕີລາຄາຄືນການ ເຄື່ອນໄຫວວຽກງານຕິດຕາມ, ກວດກາ. ກອງປະຊຸມວຽກງານ ກວດກາທົ່ວປະເທດ ປະຈຳປີ 2015 ໄດ້ເປີດຂຶ້ນຢ່າງເປັນ ທາງການໃນຕອນເຊົ້າວັນທີ 29 ທັນວານີ້ ທີ່ຫ້ອງປະຊຸມ ໃຫຍ່ຂອງຄະນະກວດກາສູນກາງພັກ, ພາຍໃຕ້ການເປັນ ປະທານຂອງ ສະຫາຍ ດຣ. ບຸນທອງ ຈິດມະນີ ກຳມະການ ກົມການ ເມືອງສູນກາງພັກ ປະທານຄະນະກວດກາສູນກາງ ພັກ ປະທານອົງການກວດກາ ລັດຖະບານ ຫົວໜ້າອົງການ ຕ້ານການສໍ້ລາດບັງຫຼວງຂັ້ນ ສູນກາງ ໂດຍມີສະຫາຍຮອງ ເລຂາ, ລັດຖະມົນຕີຊ່ວຍວ່າການ, ຮອງປະທານຄະນະກວດກາສູນກາງພັກ, ປະທານຄະນະກວດກາແຂວງ, ນະຄອນຫຼວງ, ຫົວໜ້າກົມກວດກາ, ຮອງຫົວໜ້າກົມກວດກາກະຊວງ-ອົງການ ພ້ອມດ້ວຍພະນັກງານຄະນະກວດກາ ສູນກາງພັກເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຟັງການລາຍງານ ແລະ ຄົ້ນຄວ້າປະກອບຄຳເຫັນ ຕໍ່ຮ່າງບົດສະຫຼຸຸບຕີລາຄາການ ເຄື່ອນໄຫວວຽກງານກວດກາ ປະຈຳປີ 2015 ແລະ ທິດທາງ ແຜນການ ປະຈຳປີ 2016, ຮັບຟັງການເຜີຍກ່ຽວກັບບົດ ແນະນຳເລກທີ 307/ອກລ, ລົງວັນທີ 30 ກັນຍາ 2015 ວ່າດ້ວຍລະບຽບການຄຸ້ມຄອງ ແລະ ນຳໃຊ້ສຳນວນເອກະ ສານແຈ້ງ ຊັບສິນ, ບົດບັນທຶກ ການປະສານງານລະຫວ່າງອົງ ການກວດກາລັດຖະບານກັບ ອົງການກວດສອບແຫ່ງລັດ. ຈາກນັ້ນ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຈະໄດ້ພ້ອມກັນປະກອບ ຄຳຄິດຄຳເຫັນຕໍ່ ບັນຫາຕ່າງໆ ກ່ຽວກັບວຽກງານ ກວດກາຈຳນວນໜຶ່ງ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...