Homeວັນນະກຳວາລະສານລາວດວງເດືອນ ວາລະສານນ້ອງໃໝ່ ເວທີສຳລັບນັກຂຽນ-ນັກປະພັນ ກຽມອອກວາງຈຳໜ່າຍ!

ວາລະສານລາວດວງເດືອນ ວາລະສານນ້ອງໃໝ່ ເວທີສຳລັບນັກຂຽນ-ນັກປະພັນ ກຽມອອກວາງຈຳໜ່າຍ!

Published on

douangdeune 1

ຂປລ. ວັນທີ 27 ທັນວາ 2015 ທີ່ຜ່ານມານີ້ ທີ່ສວນອາຫານເສລີພາບໃໝ່ ນະຄອນຫລວງວຽງຈັນ, ສຳນັກພິມ ລາວດວງເດືອນ ໄດ້ຈັດງານພົບປະສັງສັນ ນັກຂຽນ-ນັກກະວີ ແລະ ກຽມ​ວາງ​ຈຳໜ່າຍວາລະສານນ້ອງໃໝ່ ຂອງ ສປປ ລາວ ທີ່ມີຊື່ວ່າ “ ລາວດວງເດືອນ”, ເປັນກຽດເຂົ້າຮ່ວມໃນງານມີ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີຜູ້ຕາງໜ້າກົມພິມຈຳໜ່າຍ ບັນດາທ່ານ ໃນຄະນະບໍລິຫານສະມາຄົມນັກປະພັນລາວ ພ້ອມດ້ວຍເພື່ອນຮ່ວມງານ, ນັກຂຽນ-ນັກກະວີ, ສິລະປິນ, ແຂກຖືກເຊີນ ​ແລະ ຜູ້ໃຫ້ການສະໜັບສະໜູນເຂົ້າຮ່ວມຢ່າງຫລວງຫລາຍ.

ວາລະສານ “ລາວດວງເດືອນ” ເປັນວາລະສານກ່ຽວກັບ ສິລະປະ-ວັດທະນະທຳ, ວັນນະກຳສ້າງສັນຮ່ວມສະໄໝ ພາຍໃນເຫລັ້ມປະກອບໄປດ້ວຍເນື້ອໃນສາລະ ທີ່ຫລາກຫລາຍ ເຊັ່ນ: ຂ່າວການເຄື່ອນໄຫວໃນວົງການວິຈິດສິນ, ດົນຕີ, ກະວີ, ເພງ ແລະ ເລື່ອງສັ້ນ ລວມເຖິງການວິຈານວັນນະຄະດີ ແລະ ອື່ນໆ.

ທ່ານ ປັນຍາ ພັນທະພານິດ ຫົວໜ້າບັນນາທິການວາລະສານ ລາວດວງເດືອນ ກ່າວວ່າ: ວາລະສານສະບັບປະຖົມມະລຶກນີ້ ເປັນສະບັບພິເສດ ເຊິ່ງມີຄວາມໜາ 155 ໜ້າ ໃນນີ້ໄດ້ຮີບໂຮມເອົາຜົນງານການຂຽນ ຂອງນັກຂຽນ-ນັກກະວີ 40 ທ່ານ ເພື່ອເປັນການຮ່ວມ ສະຫລອງ ສປປ ລາວ ຄົບຮອບ 40 ປີ ພາຍໃຕ້ຄຳຂວັນ “40 ປີ ສປປ ລາວ 40 ນັກຂຽນ-ນັກກະວີ” ເຊິ່ງຕໍ່ໄປກໍຈະເລີ່ມພິມປົກກະຕິດ້ວຍຂະໜາດທີ່ບາງລົງ ແຕ່ຈະເພິ່ມເນື້ອໃນໃຫ້ມີຫລາຍສີສັນກວ່າເກົ່າ, ວາລະສານລາວດວງເດືອນ ຈະມີວາງຈຳໜ່າຍຕາມສະຖາບັນການສຶກສາໃນທົ່ວປະເທດ ແລະ ຕາມຮ້ານຂາຍປຶ້ມທົ່ວໄປ​ໃນ​ໄວໆ​ນີ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...