spot_img
Homeຂ່າວການພັດທະນາລາວຮ່ວມມືຍີ່ປຸ່ນ ຂະຫຍາຍອາຄານຜູ້ໂດຍສານ ສະໜາມບິນສາກົນວັດໄຕ ຫລັງໃໝ່!

ລາວຮ່ວມມືຍີ່ປຸ່ນ ຂະຫຍາຍອາຄານຜູ້ໂດຍສານ ສະໜາມບິນສາກົນວັດໄຕ ຫລັງໃໝ່!

Published on

efbbe73913f3f5ba2daf3e6475688c45

ພິທີ​ວາງ​ສີ​ລາ​ລຶກ​ໂຄງການ ຂະຫຍາຍ​ອາຄານ​ຜູ້ໂດຍສານ​ສະໜາມ​ບິນ​ສາກົນ​ວັດ​ໄຕ ຈັດ​ຂຶ້ນວັນ​ທີ 28 ທັນວາ 2015 ທີ່​ນະຄອນ​ຫຼວງ​ວຽງ​ຈັນ ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ​ດຣ. ບຸນ​ຈັນ ສິນທະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ທ່ານ ເຄ​ອິ​ຊິ ອິ​ຊີ ລັດຖະມົນຕີວ່າການ​ກະຊວງ​ທີ່​ດິນ ພື້ນຖານໂຄງ​ລ່າງ ຂົນສົ່ງ ແລະ ທ່ອງທ່ຽວ​ ປະເທດ​ຍີ່ປຸ່ນ ພ້ອມ​ດ້ວຍລັດຖະມົນຕີ​ຊ່ວຍ​ວ່າການ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ​ດຣ. ບຸນ​ຈັນ ສິນ​ທະ​ວົງ ກ່າວ​ວ່າ: ເນື່ອງ​ຈາ​ກວ່າ​ຈຳນວນຜູ້ໂດຍສານ​ ຂອງ​ສະໜາມ​ບິນ​ສາກົນ​ວັດ​ໄຕ ​ແມ່ນ​ມີ​ການ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ໂດຍ​ປຽບທຽບຈາກປີ 2011 ທີ່​ມີ​ຈຳນວນ 520.000 ຄົນ ມາ​ເປັນ 1.100.000 ຄົນ ​ໃນປີ 2015 ເຊິ່ງ​ເຫັນ​ໄດ້​ວ່າ​ມີ​ການເພີ່ມ​ຂຶ້ນ​ເທົ່າ​ຕົວ ແລະ ຄາດ​ຄະເນ​ໄດ້​ວ່າ​ຈະ​ມີ​ຈຳນວນ​ເພີ່ມ​ຂຶ້ນເປັນ 2.800.000 ຄົນ ໃນ​ປີ 2028 ເນື່ອງ​ຈາກ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ-ສັງຄົມ ແລະ ການ​ເຂົ້າ​ເປັນ​ປະຊາ​ຄົມເສດຖະກິດ​ອາ​ຊຽນ​ຂອງ ​ສປປ ລາວ ໃນ​ທ້າຍ​ປີ​ນີ້ ອາຄານ​ໂດຍສານ​ຂອງ​ສະໜາມ​ບິນ​ສາກົນ​ວັດໄຕ​ ທີ່​ມີ​ໃນ​ປັດຈຸບັນ ແມ່ນ​ບໍ່​ສາມາດ​ຮອງ​ຮັບ​ ການ​ເພີ່ມ​ຂຶ້ນ​ດັ່ງກ່າວ​ຂອງ​ຈຳນວນ​ຜູ້ໂດຍສານ ເວົ້າ​ລວມແມ່ນ ​ບໍ່​ສາມາດ​ຮອງຮັບ​ການ​ຂະຫຍາຍຕົວ ​ຂອງ​ວຽກງານ​ການບິນ​ໃນ​ອະນາຄົດ​ໄດ້ ພ້ອມ​ນີ້ ໃນ​ປີ 2016 ທີ່​ຈະ​ມາ​ເຖິງນີ້ ​ສປປ ລາວ ກໍ່​ຍັງ​ຈະ​ໄດ້​ຮັບກຽດ​ເປັນ​ເຈົ້າພາບ ແລະ ເປັນ​ປະທານ​ກອງ​ປະຊຸມ​ອາ​ຊຽນ ​ໃນ​ຕົ້ນເດືອນ​ກັນຍາ​ອີກ​ດ້ວຍ ດັ່ງນັ້ນ ການ​ກະກຽມ​ດ້ານ​ວຽກ​ງານການບິນ ແລະ ອາຄານ​ຜູ້​ໂດຍສານ​ໃຫ້​ມີ​ຄວາມ​ພ້ອມ​ສູງ​ສຸດ ແມ່ນ​ສິ່ງ​ທີ່​ຈຳເປັນ ແລະ ສຳຄັນ ທັງ​ນີ້ ກໍ່​ເພື່ອ​ຮອງ​ຮັບ​ເຮືອບິນຂອງ​ຜູ້​ບໍລິຫານ​ລະດັບ​ສູງ​ຈາກຫຼາຍ​ປະເທດ​ ທີ່​ຈະ​ເຂົ້າ​ຮ່ວມ​ກອງປະຊຸມ​ດັ່ງກ່າວ ໂດຍ​ໄລຍະ​ເວລາ​ຂອງ​ການ​ດຳເນີນ​ໂຄງການແມ່ນ 32 ເດືອນ ໃຊ້​ງົບປະມານການ​ກໍ່ສ້າງ​ມູນ​ຄ່າ 61 ລ້ານ​ໂດລາ​ສະຫະລັດ ຫຼື ປະມານ 488 ຕື້​ກີບ ໂດຍ​ການ​ກູ້​ຢືມ​ຈາກ​ລັດ​ຖະບານ​ຍີ່ປຸ່ນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...