Homeຂ່າວເຫດການປະທານປະເທດແຫ່ງ ສປປລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ປະທານປະເທດແຫ່ງ ສປປລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

Published on

ABC_6677 choummali 1

ຂປລ. ໃນວັນທີ 26 ທັນວາ 2015 ນີ້, ທີ່ທໍານຽບປະທານ​ປະ​ເທດ ນະຄອນຫລວງ​ວຽງ​ຈັນ,  ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ​ ໄດ້​ໃຫ້​ກຽດຕອນຮັບ ທ່ານ ຫງວຽນ ຊວນ ຟຸກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ປະທານ​ຄະນະ​ກໍາມະການ​ຮ່ວມ​ມື​ຫວຽດນາມ–ລາວ ພ້ອມ​ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່  ສປປ ລາວ ແຕ່ວັນທີ 25-27 ທັນວາ 2015.

ທ່ານ ຈູມມາລີ ໄຊຍະສອນ ໄດ້​ສະ​ແດງ​ຄວາ​ມຊົມ​ເຊີຍ, ຍິນ​ດີຕ້ອນຮັບ​ອັນ​ອົບ​ອຸ່ນຕໍ່​ການ​ຢ້ຽມຢາມ ສປປ ລາວ​ ຂອງທ່ານ ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກໍາມະການ​ຮ່ວມ​ມື​ ຫວຽດນາມ–ລາວ ພ້ອມ​ຄະນະ, ​ເຊິ່ງ​ເປັນການ ປະກອບສ່ວນ​ສໍາຄັນ​​ເຂົ້າ ໃນການເສີມຂະຫຍາຍສາ​ຍພົວພັນ​ມິດຕະພາບ ​​ແລະ ການ​ຮ່ວມ​ມືແບບ​ພິ​ເສດຮອບດ້ານທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ ​ສອງ​ພັກ​ ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ​ລາວ-ຫວຽດນາມ ​ໃຫ້​ນັບ​ມື້​​ແຕກດອກ​ອອກ​ຜົນ​ງອກ​ງາມ​ຍິ່ງໆ​ຂຶ້ນ.

​ໃນ​ໂອກາດ​ດັ່ງກ່າວ, ທ່ານ ຫງວຽນ ຊວນ ຟຸກ ​ກໍ​ໄດ້​ສະ​ແດງ​ຄວາມຂອບ​ໃຈຕໍ່ ທ່ານ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ທີ່ ​ໄດ້​ສະຫລະ​ເວລາ​ອັນ​ມີຄ່າ ​ໃຫ້ກຽດ​ຕ້ອນຮັບ​ອັນ​ອົບ​ອຸ່ນ, ພ້ອມ​ທັງ ​ແຈ້ງ​ໃຫ້​ຊາບ​​ເຖິງຈຸດປະສົງຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ ໃນ​ຄັ້ງ​ນີ້, ໂດຍສະເພາະ​ໄດ້​​ເຂົ້າ​ຮ່ວມ​ພິທີ​ມອບ-ຮັບ ​ສູນ​ອົງຄະ​ທຽມ ​ແລະ ຟື້ນ​ຟູ​ສະມັດ​ຕະພາບ 686 ບ້ານ​ເກີນ, ​ພິທີເຊັນ​ບົດ​ບັນ​ທຶກຮ່ວມ​ມື​ແຮກສ່ຽວ​ ລະຫວ່າງ ​ສູນ​ອົງຄະ​ທຽມ 686 ບ້ານ​​ເກີນ ​ແລະ ​​ໂຮງໝໍ​ດາ​ນັງ ລວມທັງ ​ແຈ້ງ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ຄັ້ງ​ທີ 38 ປະ​ຈໍາປີ 2015 ຢູ່ ສປປ ລາວ.

ໃນມື້​ດຽວກັນ​ນີ້ ທ່ານ ຫງວຽນ ຊວນ ຟຸກ ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກໍາມະການ​ຮ່ວມ​ມື​ ຫວຽດນາມ–ລາວ ກໍ​ໄດ້​ເຂົ້າ​ຢ້ຽມ​ຄໍານັບ ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ແລະ ທ່ານນາງ ປາ​ນີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ​ຢູ່​ນະຄອນຫລວງ​ວຽງ​ຈັນ ​ເຊັ່ນ​ດຽວ​ກັນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...