Homeຂ່າວເຫດການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຈັດກອງປະຊຸມ ຄັ້ງທີ 38 ຮັບຮອງຫລາຍບັນຫາສໍາຄັນ!

ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຈັດກອງປະຊຸມ ຄັ້ງທີ 38 ຮັບຮອງຫລາຍບັນຫາສໍາຄັນ!

Published on

ABC_6718 somsavad 1

ຂປລ. ກອງປະຊຸມ ​ຄັ້ງ​ທີ 38 ຂອງ​ຄະນະ​ກໍາມະການ​ຮ່ວມ​ທະວີພາຄີ ​ລະຫວ່າງ​ ລັດຖະບານ​ ແຫ່ງ​ ສປປ ລາວ ​ແລະ ສສ ຫວຽດນາມ​ ໄດ້ຈັດຂຶ້ນ​ໃນ​ວັນ​ທີ 27 ທັນວາ 2015 , ​ທີ່​ນະຄອນຫລວງ​ວຽງ​ຈັນ​, ໂດຍ​ເປັນ​ປະທານ​ຮ່ວມ​ ລະຫວ່າງ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ທ່ານ ຫງວຽນ ຊວນ ຟຸກ ຮອງນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ ພ້ອມ​ບັນດາ​ລັດຖະມົນຕີວ່າການ, ຊ່ວຍ​ວ່າການ, ຫົວໜ້າ​ກົມ ​ແລະ ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ດັ່ງກ່າວ, ​ໄດ້​ສຸມ​ໃສ່​ຕີ​ລາຄາ ​ແລະ ທົບທວນຄືນ​ ສະພາບ​ການຈັດ​ຕັ້ງປະຕິບັດ​ສັນຍາ​ຮ່ວມ​ມື​ ລາວ–ຫວຽດນາມ ​ໄລຍະ 2011-2015; ການຈັດ​ຕັ້ງ​ປະຕິບັດ​ ບັນດາ​ຂໍ້​ຕົກລົງ​ ຂອງ​ສອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ; ​ເນື້ອ​​ໃນ​ບົດບັນທຶກ​ກອງ​ປະຊຸມ ຄັ້ງ​ທີ 37 ​ແລະ ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ທະວີພາຄີ ລະຫວ່າງ​ ສອງ​ລັດຖະບານ​ ປີ 2015 ​ເພື່ອ​ໃຫ້​ເຫັນ​ແຈ້ງ​ອັນ​​ໃດ​ທີ່​ປະຕິບັດ​ໄດ້​ອັນ​ໃດ​ຍັງ​ປະຕິບັດ​ບໍ່​ໄດ້ ​ເຊິ່ງຈະ​ໄດ້​ເປີດ​ໂອກາດ​ໃຫ້​ຄະນະຜູ້​ແທນ​ທັງ​ສອງ​ຝ່າຍ​ສະ​ເໜີ ​ແລະ ປະກອບ​ຄໍາ​ຄິດ​ຄໍາ​ເຫັນ​ຮ່ວມ​ກັນ​ ໃຫ້​ຫລາຍ​ຂຶ້ນ​ກວ່າ​ເກົ່າ; ພ້ອມ​ທັງ ​ປຶກສາ​ຫາລື​ທິດ​ທາງ​ແຜນການ​ຮ່ວມ​ມື​ທະວິ​ພາຄີ ໄລຍະ 2016-2020 ​ແລະ ​ແຜນການ​ຮ່ວມ​ ປະ​ຈໍາປີ 2016 ​ໃຫ້​ສອດຄ່ອງ​ກັບ​ສະພາວະ​ຄວາມ​ເປັນ​ຈິງ​ ຂອງ​ທັງ​ສອງ​ຝ່າຍ ​ແນ່​ໃສ່​ປະ​ຕິ​ບັດ​ຂໍ້​ຕົກລົງ​ຂອງ​ສອງ​ກົມ​ການ​ເມືອງ ​ແລະ ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ທະວີ​ພາຄີ ລະຫວ່າງ​ ສອງ​ລັດຖະບານ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ກອງ​ປະຊຸມ​ຄັ້ງ​ນີ້​, ທັງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ຮ່ວມ​ກັນ​ ໃນ​ເອກະສານ​ສໍາຄັນ​ຕ່າງໆ​ຄື: ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ທະວີ​ພາຄີ ​ໄລຍະ 2016-2020, ລະຫວ່າງ​ ສອງ​ລັດຖະບານ;  ຂໍ້​ຕົກລົງ​ວ່າ​ດ້ວຍ ​ແຜນການ​ຮ່ວມ​ມື ​ປະ​ຈໍາປີ 2016 ລະຫວ່າ​ງ ສອງ​ລັດຖະບານ; ບົດ​ບັນທຶກ​ກອງ​ປະຊຸມ ​ຄັ້ງ​ທີ 38, ລະບຽບການ​ທົດ​ລອງ​ ມອບ​ໃຫ້​ລັດຖະບານ​ລາວ ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ​ ໂຄງການ​ກໍ່ສ້າງ​ໂຮງຮຽນ​ມັດທະຍົມ​ສົມ ບູນ​ອານຸວົງ ​ທີ່​ແຂ​ວງ​ໄຊ​ສົມບູນ, ​ໂດຍ​ມີ​ການ​ປະສານ​ສົມທົບ​ກັບ​ຝ່າຍ​ ຫວຽດນາມ, ສັນຍາ​ຮ່ວມ​ມື ​ປະ​ຈໍາປີ 2016 ລະຫວ່າງ​ ກະຊວງ​ສຶກສາ​ທິການ ​ແລະ ກິລາ​ລາວ ກັບກະຊວງ​ສຶກສາ ​ແລະ ບໍາລຸງ​ສ້າງ​ຫວຽດນາມ ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...