Homeຂ່າວພາຍ​ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີVII ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີVII ອັດລົງດ້ວຍຜົນສຳເລັດອັນຈົບງາມ

Published on

DSC_9931 pany 1

ຂປລ. ກອງ​ປະຊຸມ​ສະພາ​ສະ​ໄໝ​ສາມັນ​​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ເຊິ່ງ​ໄດ້​ດຳ​ເນີນ​ມາແຕ່​ວັນ​ທີ 7-25 ທັນວາ 2015, ທີ່​ນະຄອນຫລວງ​ວຽງ​ຈັນ ​ໄດ້​ອັດ​ລົງ​ດ້ວຍ​ຜົນສຳ​ເລັ​ດອັນ​ຈົບງາມ. ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ​ໃຫ້​ກຽດ​ເຂົ້າ​ຮ່ວມຂອງທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ມີ​ການ​ນຳ​ພັກ–ລັດ, ສະມາຊິກ​ລັດຖະບານ, ພະນັກງານ​ອາວຸ​ໂສ-​ບຳນານ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ​ ທຸກ​ເຂດ​ເລືອກ​ຕັ້ງ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ທ່ານ ສົມ​ພັນ ​ແພງ​ຄຳ​ມີ, ​ຮອງ​ປະທານ​ສະພາ​​ແຫ່ງ​ຊາດ, ຄວບ​ຕຳ​ແໜ່​ງຫົວໜ້າ​ຫ້ອງ​ວ່າ​ການສະພາ​ແຫ່ງ​ຊາດ ​ໄດ້​ຖະ​ແຫລ​ງຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ຕໍ່​ສື່​ມວນ​ຊົນ ​ໃນ​ວັນ​ທີ 25 ທັນ ວາ 2015 ນີ້​ວ່າ: ກອງ​ປະຊຸມ​ໄດ້​ພິຈາລະນາ​ຮັບຮອງ​ເອົາລັດຖະທຳ​ມະນູນ ສະບັບ​ປັບປຸງ​ ປີ 2015​ ​ເຊິ່ງ​ເປັນ​ກົດໝາຍ​ພື້ນຖານ​ຂອງ​ຊາດ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ປັບປຸງ​ບູລະນະ ອົງການ​ອຳນາດ​ລັດ​ໃຫ້​ເຂັ້ມ​ແຂງ, ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ລັດ–ຄຸ້ມ​ຄອງ​ສັງຄົມ ດ້ວຍ​ກົດໝາຍ​ມີ​ຄວາມ​ເຂັ້ມ​ງວດ ​ແລະ ສັກສິດ. ກອງ​ປະຊຸມ​ໄດ້​ພິຈາລະນາ​ຮັບຮອງ​ເອົາ​ກົດໝາຍ​ ທັງ​ໝົດ 11 ສະບັບ, ​ໃນ​ນີ້​ມີ​ກົດໝາຍ​ສ້າງ​ ໃໝ່​ຈຳນວນ 4 ສະບັບ ຄື: ກົດໝາຍ​ວ່າ​ດ້ວຍ​ສະພາ​ປະຊາຊົນ​ຂັ້ນ​ແຂວງ, ກົດໝາຍ​ວ່າ​ດ້ວຍພະນັກງານ–ລັດຖະກອນ, ກົດໝາຍ​ວ່າ​ດ້ວຍ​ຕ້ານ​ການ​ຄ້າ​ມະນຸດ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນຊາ​ດ. ກົດໝາຍ​ປັບປຸງ​ໃໝ່​ ຈຳນວນ 7 ສະບັບ​ ຄື: ກົດ​ໝາຍວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນຂອງ​ລັດ, ກົດໝາຍວ່າ​ດ້ວຍ​ງົບປະມານ, ກົດໝາຍ​ວ່າ​ດ້ວຍ​ສ່ວຍ​ສາ​ອາກອນ, ກົດໝາຍ​ວ່າ​ດ້ວຍ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ກົດໝາຍ​ວ່າ​ດ້ວຍ​ລັດຖະບານ.

ກອງ​ປະຊຸ​ມ ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານຂອງ​ລັດຖະບານ​ ກ່ຽວ​ກັບຮ່າງ​ແຜນ​ພັດທະນາ​ເສດຖະ ກິດ–ສັງຄົມ 5 ປີ ຄັ້ງ​ທີ VIII (2016-2020), ຍຸດ​ທະ​ສາດ​ຮອດ​ປີ 2025, ວິ​ໄສ​ທັດ​ຮອດ​ປີ 2030, ການ​ປະຕິບ​ດ​ໂຄງການ​ດາວ​ທຽມລາວ ​ແລະ ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ລາວ–ຈີນ, ການ​ຄຸ້ມ​ຄອງ​ລັດ–ຄຸ້ມ​ຄອງ​​ເສດຖະກິດ–ສັງຄົມ​​ໃນ 4 ຂະ​ແໜງການ​ຂອງ​ລັດຖະບານ ຄື: ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ທະນາຄານ​ແຫ່ງສປປ ລາວ. ພ້ອມ​ທັງ​ພິຈາລະນາ​ຮັບຮອງ ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ທົດ​ລອງ 3 ສ້າງ ​ແລະ ການ​ເຄື່ອນ​ໄຫວ​ວຽກງານ 5 ປີ​ ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII (2011-2015).

ກອງ​ປະຊຸມ ​ໄດ້​ພິຈາລະນາ​ຮັບຮອງກ່ຽວກັບ​ການ​ກະກຽມບັ້ນ​ເລືອກ​ຕັ້ງ ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII, ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ​ແລະ ການ​ສ້າງ​ຕັ້ງສະພາ​ປະຊາຊົນ​ຂັ້ນ​ທ້ອງ​ຖິ່ນ, ຮັບຮອງ​ບົດ​ລາຍ​ງານ​ຂອງອົງການ​ກວດ​ສອບ​ແຫ່ງ​ລັດ ກ່ຽວກັບ​ຜົນ​ການກວດ​ສອບ​ບົດ​ສະຫລຸບ​ຂາດ​ຕົວ ຂອງ​ການ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2013-2014, ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ການ​ແກ້​ໄຂ​ການລະ​ເມີດ ​ແລະ ການ​ກວດຄືນ​ຜົນ​ການກວດ​ສອບ. ພິ​ເສດ ​ໃນ​ໄລຍະ​ການ​ດຳ​ເນີນ​ກອງ​ປະຊຸມ ​ໄດ້​ມີ​ປະຊາຊົນ​ສົ່ງ​ຄວາມ​ຄິດ​ເຫັນ ​ຜ່ານ​ໂທລະສັບ​ສາຍ​ດ່ວນຈຳນວນ 152 ສາຍ ​ເຊິ່ງສ່ວນ​ໃຫຍ່​ແມ່ນ​ກ່ຽວຂ້ອງ​ກັບສ້ອມ​ແປງ​ຖະໜົນຫົນທາງ, ​ເງິນ​ອຸດໜູນ ​ແລະ ​ເງິນ​ນະ​ໂຍບາຍ​ຕ່າງໆ ​ເຊິ່ງທາງ​ສະພາ​ແຫ່ງ​ຊາດ ໄດ້​ສະຫລຸບ​ສັງ​ລວມ ​ແລະ ມອບ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ຜ່ານ​ທາງ​ສື່​ມວນ​ຊົນ​ໄປ​ແລ້ວ.

ໂອກາດ​ນີ້ ທ່ານນາງ​ປານີ ຢາ​ທໍ່ຕູ້ ປະທານ​ສະພາ​ແຫ່ງ​ຊາດ ໄດ້ກ່າວສູນທອນພົດ ປິດກອງປະຊຸມ ເຊິ່ງມີບາງຕອນສຳຄັນ ໄດ້ຊີ້ໃຫ້ເຫັນວ່າ: ສະພາແຫ່ງຊາດຊຸດທີ VII ກໍ​​ໃກ້​ຈະໝົດວາລະ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ຂ້າງໜ້ານີ້ ​ເຊິ່ງ​ໃນ​ໄລຍະ 5 ປີ ຜ່ານມາ​ໃນ​ຖານະ​ເປັນ​ອົງການ​ແຫ່ງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຕ່ລະ​ທ່ານ ​ໄດ້​ຍົກ​ສູງ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ການ​ເມືອງ ​ໃນ​ການ​ຄົ້ນຄວ້າ​ພິຈາລະນາ ​ແລະ ຕົກລົງບັນຫາ​ສຳຄັນ​ຂອງ​ຊາດ, ພ້ອມ​ທັງ​ລົງ​ໃກ້ຊິດຕິດ​ແທດ, ຮັບ​ຟັງ​ຂໍ້​ຄິດ​ເຫັນ​ຂອງ​ປະຊາຊົນ ​ແລະ ນຳ​ສະ​ເໜີຕໍ່ພາກສ່ວນ​ກ່ຽວຂ້ອງ ພິຈາລະນາ​ແກ້​ໄຂ​ຕາມ​ຄວາມ​ເໝາະສົມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...