Homeຂ່າວຕ່າງປະເທດຮຸນແຊນ ສະເໜີນັກສິ່ງແວດລ້ອມ ຄັດຄ້ານສ້າງເຂື່ອນ ຕັດໄຟຟ້າອອກເຮືອນ ໄປໃຊ້ທວນໄຟແທນ!

ຮຸນແຊນ ສະເໜີນັກສິ່ງແວດລ້ອມ ຄັດຄ້ານສ້າງເຂື່ອນ ຕັດໄຟຟ້າອອກເຮືອນ ໄປໃຊ້ທວນໄຟແທນ!

Published on

558000014557701

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ທັນວາຜ່ານມານີ້ວ່າ ໃນລະຫວ່າງພິທີເປີດນຳໃຊ້ ເຂື່ອນໄຟຟ້າສະຕຶງຕາໄຕ ຂະໜາດ 246 ເມກະວັດ ຢູ່ແຂວງເກາະກົງ ໃນວັນພຸດທີ 23 ທັນວາ 2015 ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ຕອບໂຕ້ນັກສິ່ງແວດລ້ອມ ທີ່ພາກັນຄັດຄ້ານ ນະໂຍບາຍການກໍ່ສ້າງເຂື່ອນໄຟຟ້າ ຂອງລັດຖະບານກຳປູເຈຍ ດ້ວຍການສະເໜີວ່າ ຈະຕັດໄຟຟ້າຈາກເຮືອນຂອງພວກເຂົາ ແລະ ໃຫ້ພວກເຂົາໄປນຳໃຊ້ທວນໄຟແທນ.

ບັນດານັກສິ່ງແວດລ້ອມ ໄດ້ພາກັນຄັດຄ້ານ ແລະ ວິຕົກກັງວົນ ຕໍ່ກັບແຜນການກໍ່ສ້າງ ເຂື່ອນໄຟຟ້າຈຳນວນ 14 ແຫ່ງ ໃຫ້ສຳເລັດ ພາຍໃນປີ 2020 ຂອງລັດຖະບານກຳປູເຈຍ ຊຶ່ງຈະກະທົບຕໍ່ສັດປ່າ ຫລື ສິ່ງທີ່ມີຊີວິດໃກ້ສູນພັນ ແລະ ພື້ນທີ່ປ່າໄມ້ຕ່າງໆ, ໃນຂະນະທີ່ ນາຍົກລັດຖະມົນຕີກຳປູເຈຍ ລະບຸວ່າ ພວກເຮົາຈຳເປັນຕ້ອງຍອມເສຍ ເພາະກຳປູເຈຍບໍ່ມີທາງເລືອກ.

ທັງນີ້ ກຳປູເຈຍ ເປັນປະເທດທີ່ເພິ່ງພາພະລັງານ ຈາກການນຳເຂົ້ານ້ຳມັນເຊື້ອໄຟ ແລະ ຄວາມຕ້ອງພະລັງານດ້ານອື່ນໆ ແມ່ນນັບມື້ນັບສູງຂຶ້ນເລື້ອຍໆ ເຮັດໃຫ້ຄ່າໃຊ້ຈ່າຍຕໍ່ໜ່ວຍ ຢູ່ໃນລະດັບແພງທີ່ສຸດໃນບັນດາປະເທດອາຊຽນ.

ທ່ານ ຮຸນແຊນ ກ່າວວ່າ ” ພວກເຮົາສາມາດເຮັດທວນໄຟ ໃຫ້ແກ່ນັກສິ່ງແວດລ້ອມຫົວຮຸນແຮງ ເພື່ອໄວ້ນຳໃຊ້ໄດ້ ແລະ ຈະຕັດໄຟຟ້າຈາກເຮືອນຂອງພວກເຂົາ “

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...