spot_img
Homeຂ່າວການພັດທະນາເຜີຍແຜ່ການກະກຽມຄວາມພ້ອມເປັນເຈົ້າພາບກອງປະຊຸມທະຫານອາຊຽນ

ເຜີຍແຜ່ການກະກຽມຄວາມພ້ອມເປັນເຈົ້າພາບກອງປະຊຸມທະຫານອາຊຽນ

Published on

5-1 5-2

ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄດ້ເຜີຍແຜ່ການກະກຽມຄວາມ ພ້ອມເປັນເຈົ້າພາບ ແລະ ເປັນ ປະທານກອງປະຊຸມທະຫານ ອາຊຽນ ຂອງກອງທັບປະຊາ ຊົນລາວ ຊຶ່ງການເຜີຍແຜ່ມີຂຶ້ນ ໃນວັນທີ 23 ທັນວານີ້ ທີ່ສະໂມສອນກົມໃຫຍ່ການເມືອງ ກອງທັບ ເຜີຍແຜ່ໂດຍ ສະຫາຍພົນໂທ ຈັນສະໝອນ ຈັນຍາລາດ ກຳມະການສູນກາງພັກ ລັດຖະມົນຕີຊ່ວຍວ່າການກະ ຊວງປ້ອງກັນປະເທດ ແລະ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ພົນໂທ ຈັນສະໝອນ ໄດ້ຍົກ ໃຫ້ເຫັນກ່ຽວກັບອາຊຽນ ແລະ ການກະກຽມເປັນເຈົ້າພາບ, ເປັນປະທານກອງປະຊຸມທະ ຫານອາຊຽນຂອງກອງທັບປະ ຊາຊົນລາວໃນປີ 2016 ນີ້ວ່າ:  ຄືດັ່ງຮູ້ແລ້ວວ່າໃນປີ 2016 ນີ້ ສປປ ລາວເຮົາ ຈະໄດ້ຮັບກຽດ ເປັນເຈົ້າພາບ ແລະ ປະທານ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ເວົ້າລວມ, ເວົ້າສະ ເພາະກອງທັບປະຊາຊົນລາວ ເຮົາກໍຈະໄດ້ເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາ ຊຽນ ຄັ້ງທີ 10 ແລະ ກອງປະ ຊຸມໃນຂອບ ທະຫານອາຊຽນ ອື່ນໆ ຈະມີ 19 ກອງປະຊຸມ ດ້ວຍກັນ.
ການເປັນເຈົ້າພາບ ແລະ ເປັນປະທານບັນດາກອງປະ ຊຸມອາຊຽນ ຂອງກອງທັບປະ ຊາຊົນລາວໃນເທື່ອນີ້ ແມ່ນມີ ຄວາມໝາຍສຳຄັນທາງປະ ຫວັດສາດການທະຫານ ໃນ ການພົວພັນຮ່ວມມືສາກົນ, ເປັນການຈັດຕັ້ງຜັນຂະຫຍາຍ ແນວທາງການຕ່າງປະເທດທີ່ ສ້າງສັນ, ສະເໝີຕົ້ນສະເໝີ ປາຍ ແລະ ຢ່າງມີຫຼັກການ ຂອງພັກເຮົາ ໃນໄລຍະໃໝ່, ແມ່ນການປະຕິບັດສິດ ແລະ ພັນທະຂອງ ສປປ ລາວ ໃນຖາ ນະທີ່ເປັນປະເທດສະມາຊິກ ຂອງປະຊາຄົມອາຊຽນ, ທັງ ເປັນການເຊີດຊູບົດບາດຄວາມ ເຊື່ອໝັ້ນຂອງບັນດາ ປະເທດ ສະມາຊິກອາຊຽນ ທີ່ມີຕໍ່ລັດ ຖະບານ ແຫ່ງ ສປປ ລາວ ກໍຄື ຕໍ່ກອງທັບປະຊາຊົນລາວ ໃນ ການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການ ຮ່ວມມືໃນ ພາກພື້ນ ແລະ ໃນ ໂລກ ໂດຍຢຶດໝັ້ນ ແລະ ປະຕິ ບັດຢ່າງຖືກຕ້ອງບັນດາຫຼັກ ການ, ຄວາມເປັນແກນກາງ ແລະ ເປັນພະລັງຂັບເຄື່ອນ ຂອງອາຊຽນ, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການປົກປັກ ຮັກສາ ແລະ ສົ່ງເສີມສັນຕິພາບ ສະຖຽນລະພາບ, ຄວາມໝັ້ນ ຄົງ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນອາຊຽນ; ໃນຂະ ນະດຽວກັນ ກໍເປັນການສ້າງ ເງື່ອນໄຂອຳນວຍຄວາມສະ ດວກໃຫ້ແກ່ຂະບວນການປົກ ປັກຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມ ເປັນລະບຽບຮຽບຮ້ອຍໃນສັງ ຄົມ ແລະ ການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ ພວກເຮົາ, ຍົກສູງບົດບາດທາງ ດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ຂອງຊາດ, ຂອງກອງທັບເຮົາ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງຂຶ້ນຕື່ມອີກກ້າວໜຶ່ງ.
ພ້ອມກັນນີ້ ຍັງເປັນການ ປະກອບສ່ວນເຂົ້າໃນການພັດ ທະນາຊັບພະຍາກອນມະນຸດ ໃນການສຶກສາຮ່ຳຮຽນປະສົບ ການເຮັດວຽກງານວິຊາສະ ເພາະໃນດ້ານຕ່າງໆ ໃຫ້ແກ່ ພະນັກງານ, ນາຍ ແລະ ພົນທະຫານຂອງກອງທັບປະຊາຊົນລາວ ເປັນຕົ້ນແມ່ນປະສົບ ການທາງດ້ານການພົວພັນ ຮ່ວມມືສາກົນ, ການຈັດຕັ້ງ ກອງປະຊຸມລະດັບສາກົນ ແລະ ອື່ນໆ ຊຶ່ງໃນປີ 2016 ກອງ ທັບປະຊາຊົນລາວ ໄດ້ເປັນ ເຈົ້າພາບ ແລະ ເປັນປະທານ ບັນດາກອງປະຊຸມກອງທັບອາ ຊຽນ ຈຳນວນ 19 ກອງປະຊຸມ, ໃນນັ້ນ ກອງປະຊຸມ ທີ່ມີ ຄວາມ ໝາຍຄວາມສຳຄັນທີ່ສຸດ ແມ່ນ ກອງປະຊຸມລັດຖະມົນຕີປ້ອງ ກັນປະເທດ ແລະ ກອງປະຊຸມ ປິ່ນອ້ອມອື່ນໆ ຊຶ່ງພວກເຮົາ ໄດ້ມີການກະກຽມ ວຽກງານ ຕ່າງໆຢ່າງ ມີແຜນການລະອຽດ ແລະ ສຳເລັດເປັນທີ່ຮຽບຮ້ອຍ ແລ້ວ.
ສັງລວມໂດຍພື້ນຖານແລ້ວ, ການກະກຽມຄວາມ ພ້ອມໃນການເປັນເຈົ້າພາບ ແລະ ເປັນປະທານອາຊຽນ ຂອງກອງທັບປະຊາຊົນລາວໃນປີ 2016 ແມ່ນໄດ້ຮັບການ ຈັດຕັ້ງ ປະຕິບັດສຳເລັດຕາມ ແຜນການທີ່ໄດ້ກຳນົດໄວ້, ຄະ ນະຊີ້ນຳລວມໄດ້ເປັນເຈົ້າການ ຊີ້ນຳ, ຊຸກຍູ້ວາງທິດທາງແຜນ ການວຽກງານສອດຄ່ອງກັບ ສະພາບຄວາມເປັນຈິງຂອງ ກອງທັບ, ບັນດາອະນຸກຳມະການ, ພະນັກງານວິຊາການ ກອງເລຂາອາຊຽນ, ບັນດາອະ ນຸກຳມະການ ແລະ ພາກສ່ວນ ອື່ນໆທີ່ກ່ຽວຂ້ອງ ໄດ້ເປັນເຈົ້າ ການສ້າງແຜນການ ເຄື່ອນໄຫວ ວຽກງານຕ່າງໆດ້ວຍຄວາມຮັບ ຜິດຊອບ ແລະ ເປັນເຈົ້າການ ໄດ້ມີການຄົ້ນຄວ້າປຶກສາຫາລື ບັນຫາຕ່າງໆ ທີ່ພົວພັນກັບ ການກະກຽມດ້ານຕ່າງໆໃນ ແຕ່ລະໄລຍະ.
ໄປຄຽງຄູ່ກັບເງື່ອນໄຂທີ່ ເອື້ອອຳນວຍນັ້ນ, ການປະຕິ ບັດໜ້າທີ່ກະກຽມໃຫ້ແກ່ການ ເປັນເຈົ້າພາບ ແລະ ເປັນປະ ທານກອງປະຊຸມອາຊຽນຂອງ ກອງທັບເຮົາ ກໍຍັງມີສິ່ງທ້າ ທາຍ ແລະ ຂໍ້ຫຍຸ້ງຍາກບາງ ດ້ານ ເປັນຕົ້ນແມ່ນຄວາມຮູ້, ບົດຮຽນ ແລະ ປະສົບການ ໃນການຈັດຕັ້ງກອງປະຊຸມ ລະດັບສາກົນບໍ່ທັນຫຼາຍແຕ່ ເຖິງຢ່າງໃດກໍຕາມ, ຍ້ອນມີ ການຊີ້ນຳໆພາຂອງຄະນະພັກ ກະຊວງປ້ອງກັນປະເທດ ແລະ ຄວາມຕັດສິນໃຈອັນສູງສົ່ງຂອງພະນັກງານກອງເລຂາ, ບັນດາອະນຸກຳມະການ ແລະ ທຸກໆພາກສ່ວນ ທີ່ກ່ຽວຂ້ອງ ເຊື່ອໝັ້ນວ່າ ການເປັນເຈົ້າ ພາບ ແລະ ເປັນປະທານບັນ ດາກອງປະຊຸມອາຊຽນຂອງ ກອງທັບປະຊາຊົນລາວໃນປີ 2016 ທີ່ຈະມາເຖິງ ຈະປະສົບຜົນສຳເລັດ ຢ່າງຈົບງາມ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສສ ຫວຽດນາມ ຕັ້ງເປົ້າໃຫ້ພາສາອັງກິດ ເປັນພາສາທີສອງ ໃນປີ 2035

ຫວຽດນາມປັບແຜນການຮຽນຄັ້ງສຳຄັນໃນປະເທດ ໂດຍຕັ້ງເປົ້າໃຫ້ພາສາອັງກິດເປັນພາສາທີສອງ ພາຍໃນປີ 2035 ເຊິ່ງຈະຄ່ອຍໆເລີ່ມໃນແຕ່ລະໂຮງຮຽນທົ່ວປະເທດ. ສຳລັບໂຄງການນີ້ ແມ່ນເລີ່ມແຕ່ປີ 2025 ໄປຈົນເຖິງປີ 2035 ແລະ ມີແຜນຈະຂະຫຍາຍໄປຕື່ມຈົນຮອດປີ 2045 ໂດຍກຳລັງຄັດເລືອກວິທະຍາໄລ ແລະ...

ເປີດການນໍາໃຊ້ຢ່າງເປັນທາງການ ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດ

ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ...

ຫຼາຍເພຈໃນລາວຖືກແອບອ້າງ!

ເຕືອນໄພ! ທາງສື່ສັງຄົມອອນລາຍ ປັດຈຸບັນໄດ້ມີກຸ່ມຄົນບໍ່ດີ ຫຼື ມິດສາຊີບ ພະຍາຍາມສ້າງເພຈປອມຂອງສຳນັກຂ່າວຕ່າງໆຂຶ້ນຫຼາຍ. ເມື່ອ 2 ອາທິດທີ່ຜ່ານມານີ້, ຜູ້ນຳໃຊ້ສື່ສັງຄົມອອນລາຍພົບເຫັນເພຈປອມທີ່ແອບອ້າງເປັນເພຈຂອງສຳນັກຂ່າວເພື່ອຍິງໂຄສະນາຂາຍສິນຄ້າຕ່າງໆ ໂດຍໄດ້ນຳໃຊ້ໂລໂກ້, ພາບໜ້າປົກ, ຂໍ້ມູນຂ່າວລົງໃນເພຈປອມເພື່ອໃຫ້ຜູ້ອ່ານເຊື່ອຖື ຫຼັງຈາກນັ້ນແມ່ນຍິງໂຄສະນາ ແລະ...

ພະຍາກອນອາກາດ ເຊົ້າວັນທີ 28 ເມສາ 2025

ພາກເໜືອ-ພາກກາງກຽມຮັບມື ສະພາບອາກາດຮ້ອນ-ຮ້ອນເອົ້າ ອຸນຫະພູມສູງສຸດ 40 ອົົງສາ ຄວາມກົດດັນຕ່ຳຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ. ພະຍາກອນອາກາດ ແຕ່ເວລາ 07...