Homeຂ່າວການພັດທະນາປະເທດເພື່ອນມິດ ໃຫ້ການຊ່ວຍເຫຼືອ ກະຊວງຍຸຕິທຳ

ປະເທດເພື່ອນມິດ ໃຫ້ການຊ່ວຍເຫຼືອ ກະຊວງຍຸຕິທຳ

Published on

4-1

ກະຊວງຍຸຕິທຳ ໄດ້ຮັບການຊ່ວຍເຫຼືອເຄື່ອງຄອມພິວເຕີຈຳນວນ 20 ເຄື່ອງ ຈາກຄະນະກຳມະການການນຳ  ແຂວງກວາງບິ້ງ ສສ ຫວຽດນາມ. ພິທີມອບ – ຮັບ ໄດ້ຈັດຂຶ້ນ ທີ່ກະຊວງດັ່ງກ່າວ ໂດຍການ ກ່າວມອບຂອງທ່ານ ເຢືອງ ວັນເຟືອງ ຫົວໜ້າຕົວແທນທະນາຄານລົງທຶນ ແລະ ພັດທະນາຫວຽດ ນາມ ປະຈຳ ສປປ ລາວ ຊຶ່ງ ເປັນຜູ້ຕາງ ໜ້າໃຫ້ຄະນະກຳ ມະການການນຳແຂວງກວາງ ບິ້ງແລະ ກ່າວຮັບໂດຍທ່ານ ບຸນເກີດ ສັງສົມສັກ ລັດ ຖະມົນຕີວ່າການກະຊວງຍຸຕິ ທຳ ຊຶ່ງມີພະນັກງານທີ່ກ່ຽວ ຂ້ອງຂອງທັງ ສອງຝ່າຍເຂົ້າ ຮ່ວມເປັນສັກຂີພິຍານ.
ໃນໂອກາດນີ້ ທ່ານລັດ ຖະມົນຕີວ່າການກະຊວງຍຸຕິ ທຳ ໄດ້ກ່າວສະແດງຄວາມ ຂອບໃຈເປັນຢ່າງສູງ ແລະ ຍ້ອງຍໍຊົມເຊີຍຕໍ່ ທ່ານ ເຢືອງ ວັນ ເຟືອງ ທີ່ຕາງໜ້າໃຫ້ຄະ ນະກຳ ມະການການນຳແຂວງ ກວາງບິ້ງ ຊຶ່ງໄດ້ໃຫ້ການຊ່ວຍ ເຫຼືອກະຊວງຍຸຕິທຳ ແຫ່ງ ສປປ ລາວ ເວົ້າລວມ, ເວົ້າສະເພາະການອຸປະຖຳຊ່ວຍເຫຼືອເຄື່ອງ ຄອມພິວເຕີ ຈຳນວນ 20 ເຄື່ອງໃນຄັ້ງນີ້ ແມ່ນເປັນການ ປະກອບສ່ວນອັນໃຫຍ່ຫຼວງ ໃນການພັດທະນາຂະແໜງ ການຍຸຕິທຳ ເພາະເຄື່ອງຄອມ ພິວເຕີເຫຼົ່ານີ້ ຈະໄດ້ນຳໄປ ແຈກຢາຍໃຫ້ພະແນກຍຸຕິທຳ ແຂວງ ແລະ ຫ້ອງການຍຸຕິທຳ ເມືອງ ໃນຂອບເຂດທົ່ວປະ ເທດ ເພື່ອນຳໃຊ້ເຂົ້າໃນວຽກງານ ໃຫ້ເກີດປະໂຫຍດສູງສຸດ ແລະ ຫວັງຢ່າງຍິ່ງວ່າ ການພົວພັນ ຮ່ວມມື ແລະ ຊ່ວຍເຫຼືອກັນ ລະຫວ່າງ ສປປ ລາວ ແລະ ແຂວງກວາງບິ້ງ ຈະມີບາດ ກ້າວຂະຫຍາຍຕົວຍິ່ງຂຶ້ນ ພ້ອມ ທັງອວຍພອນໃຫ້ ທ່ານ ເຢືອງ ວັນ ເຟືອງ ຈົ່ງປະສົບຜົນສຳ ເລັດໃນໜ້າ ທີ່ວຽກງານ.
ໃນວັນດຽວກັນນີ້ ທີ່ກະ ຊວງຍຸຕິທຳ ກໍໄດ້ມີພິທີມອບ- ຮັບການຊ່ວຍເຫຼືອ ຈຳນວນ 200.000 ໂດລາສະຫະລັດ ເພື່ອຈັດຊື້ພາຫະນະລົດຈັກ ໃຫ້ບັນດາຫ້ອງການຍຸຕິທຳ ເມືອງທົ່ວປະເທດ ຊຶ່ງກ່າວ ມອບໂດຍ ທ່ານ ຮາຈິ ເອມ ຣານ ບາຮາ (Haji Emran Bahar) ເອກອັກຄະລາຊະ ທູດບຣູໄນ ດາຣູຊາລາມ ປະ ຈຳ ສປປ ລາວ ແລະ ກ່າວຮັບ ໂດຍ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງ ຍຸຕິທຳ ໂດຍການເຂົ້າຮ່ວມ ເປັນສັກຂີພິຍານຂອງພະນັກ ງານທີ່ກ່ຽວຂ້ອງທັງສອງຝ່າຍ.
ໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີວ່າການກະຊວງ ຍຸຕິທຳ ໄດ້ກ່າວສະແດງຄວາມ ຂອບໃຈເປັນຢ່າງສູງ ແລະ ຍ້ອງຍໍຊົມເຊີຍຕໍ່ທ່ານເອກອັກ ຄະລາຊະທູດບຣູໄນ ດາຣູຊາ ລາມ ກໍຄືລັດຖະບານບຣູໄນ ດາຣູຊາລາມ ທີ່ໄດ້ໃຫ້ການ ຊ່ວຍເຫຼືອກະຊວງຍຸຕິທຳ ແຫ່ງ ສປປ ລາວ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະການ ຊ່ວຍເຫຼືອໃນຄັ້ງນີ້ ເປັນການ ປະກອບສ່ວນອັນໃຫຍ່ຫຼວງ ໃນການພັດທະນາຂະແໜງ ການຍຸຕິທຳ ເພາະຈະໄດ້ນຳ ໄປມອບໃຫ້ພະແນກຍຸຕິທຳ ແຂວງ ແລະ ຫ້ອງການຍຸຕິທຳ ເມືອງໃນຂອບ ເຂດທົ່ວປະເທດ ເພື່ອນຳໃຊ້ເຂົ້າໃນການເຄື່ອນ ໄຫວວຽກງານໃຫ້ເກີດປະ ໂຫຍດສູງສຸດ ແລະ ຫວັງຢ່າງ ຍິ່ງວ່າການພົວພັນຮ່ວມມື ແລະ ຊ່ວຍເຫຼືອກັນລະຫວ່າງ ສປປ ລາວ ແລະ ສະຖານທູດ ບຣູໄນ ດາຣູຊາລາມ ຈະມີ ບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ພ້ອມທັງອວຍພອນໃຫ້ທ່ານ ເອກອັກຄະລາຊະທູດ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...