Homeຂ່າວຕ່າງປະເທດລັດຖະບານໂຊມາລີ ສັ່ງຫ້າມສະຫລອງວັນຄຣິສມາສ ເພາະຖືເປັນໄພຄຸກຄາມ ຕໍ່ສາສະໜາອິດສະລາມ!

ລັດຖະບານໂຊມາລີ ສັ່ງຫ້າມສະຫລອງວັນຄຣິສມາສ ເພາະຖືເປັນໄພຄຸກຄາມ ຕໍ່ສາສະໜາອິດສະລາມ!

Published on

EyWwB5WU57MYnKOuX7GJq9Ff8Pf4OSWsORt2RJoKKgBBfHtyAFgabP

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ທັນວານີ້ວ່າ ລັດຖະບານໂຊມາລີ ປະເທດໃນທະວີບອາຟຣິກາໃຕ້ ໄດ້ອອກຄຳສັ່ງ ຫ້າມບໍ່ໃຫ້ມີການຈັດງານ ສະເຫລີມສະຫລອງ ເທດສະການຄຣິສມາສ ໂດຍໃຫ້ເຫດຜົນວ່າ ເທດສະການດັ່ງກ່າວຂອງຊາວຄຣິສ ແມ່ນເປັນໄພຄຸກຄາມ ຕໍ່ຄວາມສັດທາຂອງສາສະໜາອິດສະລາມ ພ້ອມທັງສັ່ງໃຫ້ໜ່ວຍງານ ດ້ານຄວາມໝັ້ນຄົງຕ່າງໆ ນຳໃຊ້ມາດຕະການ ເພື່ອສະກັດກັ້ນ ບໍ່ໃຫ້ມີການຈັດງານດັ່ງກ່າວນີ້ຂຶ້ນ ພາຍໃນປະເທດ.

ແນວໃດກໍຕາມ, ຄຳສັ່ງດັ່ງກ່າວ ແມ່ນຄວບຄຸມສະເພາະ ຊາວມຸດສະລິມ ພ້ອມດ້ວຍບັນດາໂຮງແຮມ ແລະ ສະຖານທີ່ຕ່າງໆເທົ່ານັ້ນ ໂດຍຊາວຕ່າງປະເທດ ທີ່ເປັນຊາວຄຣິສຕຽນ ຍັງອະນຸຍາດໃຫ້ຈັດງານສະຫລອງໄດ້ ແຕ່ຕ້ອງຈັດສະເພາະ ພາຍໃນເຮືອນຂອງຕົນເອງເທົ່ານັ້ນ.

ທ່ານ ໂມຮຳໝັດ ເຄໂຣ ເຈົ້າໜ້າທີ່ລະດັບສູງ ກະຊວງສາສະໜາ ແລະ ຍຸຕິທຳໂຊມາລີ ໄດ້ໃຫ້ສຳພາດວ່າ ” ການໃຫ້ຊາວມຸດສະລິມ ສະເຫລີມສະຫລອງວັນຄຣິສມາສ ພາຍໃນປະເທດໂຊມາລີນັ້ນ ບໍ່ແມ່ນສິ່ງທີ່ຖືກຕ້ອງ ເນື່ອງຈາກເລື່ອງແນວນີ້ ຄືກັບວ່າເປັນການ ປະຖິ້ມສາສະໜາ ”

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...