Homeຂ່າວຕ່າງປະເທດໜ່ວຍກູ້ໄພຈີນພົບຜູ່ລອດຊີວິດ ຈາກເຫດດິນເຈື່ອນຢູ່ເຊິນເຈິ້ນແລ້ວ ແຕ່ຍັງສູນຫາຍອີກ 70 ຄົນ!

ໜ່ວຍກູ້ໄພຈີນພົບຜູ່ລອດຊີວິດ ຈາກເຫດດິນເຈື່ອນຢູ່ເຊິນເຈິ້ນແລ້ວ ແຕ່ຍັງສູນຫາຍອີກ 70 ຄົນ!

Published on

EyWwB5WU57MYnKOuX7GJq9AVW5aZVpdsfY83W67k23pzwubT8xhrKU

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ທັນວານີ້ວ່າ ໜ່ວຍກູ້ໄພຂອງຈີນ ໄດ້ພົບຜູ່ລອດຊີວິດແລ້ວ 1 ຄົນ ຫລັງຈາກທີ່ກຳລັງ ເລັ່ງຄົ້ນຫາຜູ່ລອດຊີວິດ ຈາກເຫດດິນເຈື່ອນ ຢູ່ເຂດອຸດສາຫະກຳ ເຫິງໄຕ້ອິ໋ວ (Hengtaiyu) ເມືອງເຊິນເຈິ້ນ ແຂວງກວາງຕຸ້ງ ປະເທດຈີນ ຊຶ່ງເຮັດໃຫ້ຕຶກຖະຫລົ່ມລົງກ່ວາ 33 ຫລັງ ໃນວັນອາທິດທີ 20 ທັນວາຜ່ານມາ ໂດຍຜູ່ລອດຊີວິດລາຍນີ້ ໄດ້ຮັບບາດເຈັບ ແລະ ຖືກນຳສົ່ງໂຮງໝໍແລ້ວ.

ທັງນີ້ ການພົບຜູ່ລອດຊີວິດດັ່ງກ່າວ ໄດ້ເຮັດໃຫ້ເຈົ້າໜ້າທີ່ ແລະ ອາສະໝັກກ່ວາ 5 ພັນຄົນ ມີຄວາມຫວັງວ່າ ອາດຍັງມີຜູ່ລອດຊີວິດ ທີ່ຍັງຕິດຄ້າງຢູ່ກ້ອງຊາກຫັກພັງຂອງຕຶກອາຄານຢູ່ ຊຶ່ງປັດຈຸບັນຍັງຄົງມີຜູ່ສູນຫາຍ ກ່ວາ 70 ຄົນ ແລະ ພົບສົບຜູ່ເສຍຊີວິດແລ້ວ 4 ຄົນ.

NjpUs24nCQKx5e1D7sB8Kg7tRpRyxI1VHhBwEE8y3Sv

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...