Homeອຸບັດເຫດແລະປາກົດການຫຍໍ້ທໍ້ອົງການ​ພຸດທະ​ສາສະໜາ​ສຳພັນ​ຫວຽດນາມ ມອບ 1 ​ແສນ​ໂດ​ລາ ຊ່ວຍສ້າງ​ໂຮງຮຽນ​ສົງ​ຂອງ​ລາວ!

ອົງການ​ພຸດທະ​ສາສະໜາ​ສຳພັນ​ຫວຽດນາມ ມອບ 1 ​ແສນ​ໂດ​ລາ ຊ່ວຍສ້າງ​ໂຮງຮຽນ​ສົງ​ຂອງ​ລາວ!

Published on

monk school

ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ຮ່ວມ​ພິທີ​ຊາ​ປະ​ນາ​ກິດ​ສົບ​ ພະ​ອາຈານ ມະຫາ​ຜ່ອງ ສະມາ​ເລີກ ອະດີດ​ປະທານ​ສູນ​ກາງ​ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ​ ອົງ​ທີ 4 ຂອງ​ຄະນະ​ຜູ້​ແທນ​ຂັ້ນສູງ ສູນ​ກາງ​ອົງການ​ພຸດທະ​ສາສະໜາ​ສຳພັນ​ຫວຽດນາມ ນຳ​ໂດຍ ​ພະ​ອາຈານ ທິກ​ທຽນ​ເຍິນ ປະທານ​ສະພາ​ບໍລິຫານ ​ອົງການ​ພຸດທະ​ສາສະໜາ​ສຳພັນ​ຫວຽດນາມ ​ໄດ້​ສະໜັບສະໜູນ​ເງິນສົດ​ຈຳນວນ 1 ​ແສນ​ໂດ​ລາ​ສະຫະລັດ ຫລື ປະມານ 800 ກວ່າ​ລ້ານ​ກີບ ​ໃຫ້​ແກ່​ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ ​ນຳ​​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ ​ແລະ ຂະຫຍາຍ​ໂຮງຮຽນ​ສົງ ​ເຊິ່ງພິທີ​ມອບ-ຮັບ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 21 ທັນວາ​ນີ້ ທີ່​ນະຄອນຫລວງ​ວຽງ​ຈັນລະຫວ່າງ​ພະ​ອາຈານທິກ​ທຽນ​ເຍິນ ​ແລະ ພະ​ອາຈານ ​ໂງ່ນ ດຳລົງ​ບຸນ ປະທານ​ສູນ​ກາງ​ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ.

ໃນ​ໂອກາດ​ນີ້ ກໍ​ມີ​ການ​ພົບ​ປະ​ສອງ​ຝ່າຍ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ, ຮ່ວມ​ມື​ຊ່ວຍ​ເຫລືອດ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ພຸດທະ​ສາສະໜາ​ສອງ​ປະ​ເທດລາວ-ຫວຽດນາມ ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ, ພ້ອມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໃຫ້​ນັບ​ມື້ຈະ​ເລີ​ນຮຸ່ງ​ເຮືອງ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ສາຍ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ ​ແລະ ຮອບດ້ານ ​ລະຫວ່າງ​ສອງ​ປະ​ເທດລາວ-ຫວຽດນາມ ​ໃຫ້​ໝັ້ນຄົງ​ທະ​ນົງ​ແກ່ນ​ ຊົ່ວ​ກາລະ​ນານ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...