Homeອຸບັດເຫດແລະປາກົດການຫຍໍ້ທໍ້ຖືກສານຕັດສິນ ຕັດອິດສະຫລະພາບ ຍ້ອນຄອບຄອງລະເບີດ ຜິດກົດໝາຍ!

ຖືກສານຕັດສິນ ຕັດອິດສະຫລະພາບ ຍ້ອນຄອບຄອງລະເບີດ ຜິດກົດໝາຍ!

Published on

images
(ພາບປະກອບ)

ຄະນະ​ສານ​ອາຍາ ສານ​ປະຊາ​ຊົນ​ຂັ້ນ​ຕົ້ນ ນະຄອນຫຼວງ​ວຽງຈັນ ໄດ້​ນຳ​ເອົາ​ຄະດີ​ຂອງ​ທ້າວ ທອງ ອາຍຸ 28 ປີ ຢູ່​ບ້ານ​ອຸດົມຜົນ ເມືອງ​ໄຊ​ທານີ ນະຄອນຫຼວງວຽງ​ຈັນ ຂຶ້ນ​ມາ​ພິຈາລະນາ​ຕັດສິນ​ ໃນ​ສະຖານ​ມີ​ວັດຖຸ​ລະເບີດໄວ້​ໃນ​ຄອບ​ຄອງ​ ໂດຍ​ບໍ່​ຖືກຕ້ອງຕາມ​ກົດໝາຍ ໃນ​ວັນ​ທີ 15 ທັນວາ 2015 ຜ່ານ​ມາ.

ຜ່ານ​ການ​ຄົ້ນຄວ້າ​ບັນດາ​ຂໍ້​ມູນ​ຫຼັກ​ຖານ ເອກະສານ​ຕ່າງໆ​ທີ່​ປະກອບ​ຢູ່​ໃນ​ສຳນວນ​ຄະດີ ແລະ ຄຳ​ຮັບ​ສາລະພາບ​ໃນ​ທີ່​ປະຊຸມສານ​ຂອງ​ຈຳເລີຍ ​ແລ້ວ​ເຫັນ​ວ່າ: ຈຳເລີຍ​ມີ​ຄວາມ​ຜິດ​ຢ່າງ​ແທ້​ຈິງ ຈຶ່ງ​ເຫັນ​ຄວນ​ລົງໂທດ​ຈຳເລີຍ ​ໃຫ້​ຈຳ​ຄຸກ​ເປັນ​ເວລາ 6 ເດືອນ ພ້ອມ​ທັງ​ປັບ​ໃໝ 500.000 ກີບ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...