Homeຂ່າວພາຍ​ໃນພະມະຫາກະສັດ ແຫ່ງ ລາຊະອານາຈັກກຳປູເຈຍ ສືບຕໍ່ສະເດັດຢ້ຽມຢາມລາວ

ພະມະຫາກະສັດ ແຫ່ງ ລາຊະອານາຈັກກຳປູເຈຍ ສືບຕໍ່ສະເດັດຢ້ຽມຢາມລາວ

Published on

1-1 1-2

ພະບາດສົມເດັດພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດແຫ່ງ ລາຊະອານາຈັກກຳປູເຈຍ ໄດ້ ສືບຕໍ່ສະເດັດຢ້ຽມຢາມລາວ ໃນວັນທີ 22 ທັນວາ ເປັນມື້ທີ 2 ຂອງການສະເດັດ ຢ້ຽມຢາມ ລາວ. ຕອນເຊົ້າ ພະບາດສົມເດັດ ໄດ້ໄປວາງພວງມາລາທີ່ ອະນຸສາວະລີນັກຮົບນິລະນາມ ໂດຍມີການນຳຂັ້ນສູງຂອງ ລາວ ຮ່ວມຕິດຕາມ. ຕອນບ່າຍ ພະບາດສົມເດັດ ກໍໄດ້ສືບຕໍ່ ສະເດັດຢ້ຽມຢາມວັດສີສະເກດ ໂດຍມີພະນະທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍອຳນາດການປົກຄອງ, ເຖົ້າແກ່ແນວໂຮມໃຫ້ກຽດຕ້ອນຮັບການສະເດັດ.
ໃນໂອກາດດັ່ງກ່າວ ພະ ບາດສົມເດັດພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ກໍໄດ້ມອບພະພຸດທະຮູບ 1 ອົງໃຫ້ ແກ່ວັດສີສະເກດ ໂດຍມີພະສົງຂອງອົງການພຸດທະສາສະໜາສຳພັນລາວເຂົ້າ ຮ່ວມ ມອບພະພຸດທະຮູບດັ່ງກ່າວ ເພາະວັດສີສະເກດເປັນວັດທີ່  ມີຄວາມສຳຄັນທາງປະຫວັດ ສາດທີ່ລອດພົ້ນຈາກການຈູດ ເຜົາທຳລາຍຂອງສັກດີນາຕ່າງດ້າວ ທີ່ມາຮຸກຮານລາວ ໃນ ລະຫວ່າງປີ ຄ.ສ 1827-1828 ວັດແຫ່ງນີ້ ຖືກສ້າງຂຶ້ນໃນປີ ຄ.ສ 1818 ໂດຍການນຳພາ ຂອງເຈົ້າອານຸວົງ ກະສັດອົງ ສຸດທ້າຍຂອງຣາຊະວົງວຽງຈັນ ເວລາຕໍ່ມາ ພະບາດສົມ ເດັດ ພະບໍຣົມມະນຽດ ໂນໂຣ ດົມ ສີຫາໂມນີ ກໍສະເດັດໄປ ຢ້ຽມຢາມຫໍພິພິທະພັນແຫ່ງຊາດ ໂດຍມີພະນະທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະ ໃຫ້ກຽດຕ້ອນຮັບການສະເດັດຢ້ຽມຢາມ ຊຶ່ງຫໍພິພິທະພັນແຫ່ງຊາດ ຖືກສ້າງຂຶ້ນໃນປີ ຄ.ສ 1925 ເບື້ອງຕົ້ນເປັນອາຄານຊັ້ນດຽວ ໃຊ້ເປັນສຳນັກງານຂອງເຈົ້າ ຄອງນະຄອນຫຼວງ ວຽງຈັນໃນສະໄໝນັ້ນ. ນອກນັ້ນຍັງເຄີຍ ເປັນບ່ອນປະກາດເອກະລາດ ແລະ ເປີດກອງປະຊຸມຄະນະ ລັດຖະບານແນວລາວອິດສະ ລະຄັ້ງປະຖົມມະລືກ. ແຕ່ພາຍ ຫຼັງເກີດສົງຄາມກາງເມືອງ ກໍເຮັດໃຫ້ອາຄານຫຼັງນີ້, ຖືກທຳລາຍເປັນບາງສ່ວນ. ໃນປີ 1946 ອາຄານດັ່ງກ່າວໄດ້ຖືກ ບູລະນະຄືນໃໝ່ໃຫ້ກາຍເປັນອາຄານ 2 ຊັ້ນ ແລະ ເຄີຍຖືກໃຊ້ເປັນສຳນັກງານລັດຖະບານໃນປີ 1952. ພາຍ ຫຼັງປົດປ່ອຍປີ 1975 ໄດ້ກາຍເປັນຫໍວາງສະແດງມູນເຊື້ອປະຕິວັດລາວ ແລະ ຫໍພິພິທະພັນປະຕິວັດລາວຮອດປີ 2000 ຈຶ່ງຖືກຍົກລະດັບມາເປັນຫໍພິພິທະພັນ ແຫ່ງຊາດລາວ ຈົນເຖິງປະຈຸບັນ.
ໃນຕອນເຊົ້າຂອງວັນທີ 23 ທັນວານີ້ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງລາຊະອານາຈັກກຳປູເຈຍ ກໍໄດ້ສະເດັດກັບຄືນປະເທດດ້ວຍຄວາມສະ ຫວັດ ດີພາບ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...