Homeຂ່າວເຫດການຄະນະພົວພັນຕ່າງປະເທດສູນກາງພັກ ຕີລາຄາວຽກງານຜ່ານມາ

ຄະນະພົວພັນຕ່າງປະເທດສູນກາງພັກ ຕີລາຄາວຽກງານຜ່ານມາ

Published on

3-1

ກອງປະຊຸມສະຫຼຸຸບ ວຽກງານເຄື່ອນໄຫວຕ່າງປະ ເທດ ປະຈຳປີ 2015 ຂອງບັນ ດາອົງການພັກ ສູນກາງແນວ ລາວສ້າງຊາດ, ອົງການຈັດຕັ້ງ ມະຫາຊົນ, ສະມາຄົມມິດຕະ ພາບ, ຄະນະສັນຕິພາບ
ແລະ ສາມັກຄີຂອງລາວໄດ້ຈັດ ຂຶ້ນໃນວັນທີ 22 ທັນວານີ້, ທີ່ຄະນະພົວພັນຕ່າງປະເທດ ສູນກາງພັກ ໂດຍການເປັນ ປະທານຂອງທ່ານ ດຣ. ນາງ ສູນທອນ ໄຊຍະຈັກ ຫົວໜ້າ ຄະນະພົວພັນຕ່າງ ປະເທດສູນ ກາງພັກ, ມີບັນດາຄະນະກົມ, ພະນັກງານກ່ຽວຂ້ອງຈາກອົງ ການຈັດຕັ້ງຂອງພັກ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ວັນຊາ ລາວເຍຍດາ ຫົວໜ້າຫ້ອງການຄະນະພົວພັນຕ່າງ ປະເທດສູນກາງພັກໄດ້ຜ່ານບົດສະຫຼຸຸບກ່ຽວກັບການເຄື່ອນ ໄຫວວຽກງານການຕ່າງປະເທດ ຂອງພັກ ແລະ ການ ທູດ ປະຊາຊົນໃນໄລຍະ 1 ປີຜ່ານມາໂດຍໄດ້ຕີລາຄາດ້ານດີ, ດ້ານຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ສະເໜີທິດທາງແຜນ ການເຄື່ອນໄຫວໃນຕໍ່ໜ້າຂອງ ບັນດາອົງການຈັດຕັ້ງດັ່ງກ່າວ ຫຼັງ ຈາກນັ້ນ ກອງປະຊຸມຍັງໄດ້ ແລກປ່ຽນຄວາມຄິດເຫັນກ່ຽວ ກັບການຈັດຕັ້ງປະຕິບັດການ ເຄື່ອນໄຫວວຽກງານການຕ່າງ ປະເທດຂອງພັກ ສູນກາງແນວ ລາວສ້າງຊາດ ບັນດາອົງການ ຈັດຕັ້ງມະຫາຊົນຂັ້ນສູນ ກາງ ສະມາຄົມມິດຕະພາບ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ເປັນຕົ້ນແມ່ນການພົວພັນປະສານງານການນຳໃຊ້ງົບປະມານ ແລະ ອື່ນໆດ້ວຍຄວາມຮັບຜິດຊອບສູງ.

ຕອນທ້າຍ, ທ່ານ ດຣ. ນາງ ສູນທອນ ໄຊຍະຈັກ ໄດ້ເນັ້ນວ່າ: ໃນເງື່ອນໄຂທີ່ລາວ ພວມມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນການ ເຄື່ອນໄຫວຕ່າງປະເທດຂອງພັກ ແລະ ການທູດປະຊາ ຊົນ ຂອງອົງການຈັດຕັ້ງມະຫາຊົນ ຍິ່ງມີຄວາມຈຳເປັນ ແລະ ແມ່ນໜ້າທີ່ຂອງອົງການທີ່ກ່ຽວຂ້ອງ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ສະເໝີຕົ້ນສະເໝີປາຍ ແນໃສ່ ເຮັດໃຫ້ການທູດການເມືອງ ແລະ ການທູດປະຊາຊົນມີຄວາມ ຕິດພັນກັບການທູດເສດຖະ ກິດການທູດວັດທະນະທຳ-ສຶກສາ ແລະ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບໃຫ້ດີຂຶ້ນ ກວ່າເກົ່າ ຈຶ່ງຮຽກຮ້ອງໃຫ້ບັນ ດາອົງການຈັດຕັ້ງຂອງພັກ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງ ເຊີດຊູຄວາມເປັນເຈົ້າການນຳ ໃຊ້ທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ ເພື່ອ ຈັດຕັ້ງຜັນຂະຫຍາຍແນວທາງ ການຕ່າງປະເທດຂອງລາວ ໃຫ້ປະກົດຜົນເປັນຈິງປະກອບ ສ່ວນຢ່າງສົມກຽດເຂົ້າໃນພາ ລະກິດປົກປັກຮັກສາສັນຕິພາບ ສະຖຽນລະພາບ ແລະ ການພັດທະນາ ຂອງມວນມະນຸດໃນທົ່ວໂລກ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...