spot_img
Homeຂ່າວພາຍ​ໃນຈີນຈັບມືເຊື້ອໄຟລາວ ສ້າງໂຮງງານກັ່ນນ້ຳມັນຂະໜາດໃຫຍ່ ເພື່ອຫລຸດຜ່ອນການນຳເຂົ້າ ຄາດ 2017 ສຳເລັດ!

ຈີນຈັບມືເຊື້ອໄຟລາວ ສ້າງໂຮງງານກັ່ນນ້ຳມັນຂະໜາດໃຫຍ່ ເພື່ອຫລຸດຜ່ອນການນຳເຂົ້າ ຄາດ 2017 ສຳເລັດ!

Published on

0f3d5ebd6e60c0609ed1ddff7e0bf463

ບໍລິສັດ ອຸດສາຫະກຳ​ຕົ່ງແຢນຢຸນ​ນານ ຈຳກັດ ເຊິ່ງ​ເປັນ​ຜູ້​ຖື​ຮຸ້ນລາຍ​ໃຫຍ່​ຮ່ວມ​ກັບບໍລິສັດ ນ້ຳມັນ​ເຊື້ອ​ໄຟ​ລາວ ແລະ ບໍລິສັດ ຮ່ວມ​ທຶນ​ລາວ-ຈີນ ໄດ້​ໃຊ້​ທຶນ 179 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 1.432 ຕື້​ກີບ ສ້າງ​ໂຮງ​ກັ່ນນ້ຳມັນ​ຂະໜາດ​ໃຫຍ່​ ໃນ​ເຂດ​ພັດທະ​ນາ​ກວມ​ລວມໄຊ​ເຊດ​ຖາ ຄາດ​ວ່າ​ຈະ​ສາມາດ​ສະໜອງ​ນ້ຳມັນ​ແອັດ​ຊັງ ແລະ ກາ​ຊວນ​ພຽງພໍ​ກັບ​ຄວາມ​ຕ້ອງການ​ພາຍ​ໃນ.

ທ່ານ ອຸດອນ ແຍງ​ວັນນະ​ວົງ ຫົວໜ້າ​ຄະນະ​ບໍລິຫານ​ເຂດ​ພັດທະ​ນາ​ກວມ​ລວມ​ໄຊ​ເຊດ​ຖາ (​ຂພຊ) ນະຄອນຫຼວງ​ວຽງ​ຈັນ ໃຫ້​ຮູ້​ບໍ່​ດົນ​ນີ້​ວ່າ: ໂຄງການ​ກໍ່ສ້າງໂຮງ​ກັ່ນ​ນ້ຳມັນ ທີ່​ມີ​ມູນ​ຄ່າ​ມະຫາສານ​ ກຳລັງ​ມີ​ການ​ກໍ່ສ້າງ​ໃນ​ເຂດພັດທະນາ​ກວມ​ລວມ​ໄຊ​ເຊດ​ຖາ ມາ​ແຕ່​ໄລຍະ​ທ້າຍ​ປີ 2014 ໄດ້​ມີຄວາມ​ຄືບ​ໜ້າ​ແລ້ວ ປະມານ 30% ຂອງ​ການ​ກໍ່ສ້າງ​ທັງ​ໝົດ ປັດຈຸບັນ​ ກຳລັງ​ມີ​ການ​ຂຸ້ນຂ້ຽວ​ກໍ່ສ້າງ​ຖັງ​ບັນຈຸ​ນ້ຳມັນໜ່ວຍ​ທີ 12 ຈາກ​ທີ່​ມີ​ທັງ​ໝົດ 16 ຖັງ ເຊິ່ງ​ແຕ່ລະ​ຖັງ​ຈະ​ສາມາດ​ບັນຈຸ​ນ້ຳມັນ​ບໍ່ຕ່ຳ​ກວ່າ 5 ລ້ານ​ລິດ ການ​ກໍ່ສ້າງ ຄາດ​ວ່າ​ຈະ​ໃຊ້​ເວລາ 2 ປີ ຈຶ່ງ​ຈະສຳເລັດ ແລະ ດຳເນີນ​ການ​ຜະລິດ​ໃນ​ຕົ້ນ​ປີ 2017.

ໂຄງການ​ກໍ່ສ້າງ​ໂຮງ​ກັ່ນ​ນ້ຳມັນ ກໍ່​ເພື່ອ​ຫຼຸດຜ່ອນ​ການ​ນຳ​ເຂົ້ານ້ຳມັນ​ຈາກ​ຕ່າງປະເທດ ເນື່ອງຈາກ​ໂຮງ​ກັ່ນ ​ຈະ​ສາມາດ​ຜະລິດນ້ຳມັນ​ແອັດ​ຊັງ​ໄດ້ປະມານ 230.000 ໂຕນ​ຕໍ່​ປີ ນ້ຳມັນ​ກາຊວນ 380.000 ໂຕນ​ຕໍ່​ປີ ແລະ ແກັດ​ແຫຼວ 12.000 ໂຕນ​ຕໍ່​ປີ ສຳລັບ​ນ້ຳມັນ​ແອັດ​ຊັງ ແລະ ກາຊວນ​ແມ່ນ​ຈະ​ສະໜອງ​ໃຫ້​ກັບບໍລິສັດ ນ້ຳມັນ​ເຊື້ອ​ໄຟ​ລາວ ຈຳໜ່າຍ​ພາຍ​ໃນ ສ່ວນ​ແກັດ​ແມ່ນຈະ​ສະໜອງ​ໃຫ້​ກັບ​ປະເທດ​ໃກ້ຄຽງ.

ໂຄງການ​ພັດທະນາ​ໂຮງ​ກັ່ນນ້ຳມັນ ​ໄດ້​ມີ​ການ​ສຶກ​ສາຜົນ​ກະທົບ​ດ້ານ​ສິ່ງແວດລ້ອມ ແລະ ສັງຄົມ​ຢ່າງ​ລະອຽດ​ ມີ​ການ​ປະຕິບັດຕາມ​ກົນ​ໄກ ເງື່ອນໄຂ ແລະ ລະບຽບ​ການ​ຂອງ​ກະຊວງ​ຊັບ​ພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດລ້ອມ ພ້ອມ​ກັນ​ນີ້ ອຳນາດ​ການປົກຄອງ​ນະຄອນຫຼວງ​ວຽງ​ຈັນ ແລະ ກອງ​ເລຂາ​ຄະນະ​ກຳ​ມະການ​ແຫ່ງ​ຊາດ​ລາວ ເພື່ອ​ຄຸ້ມຄອງ​ເຂດ​ເສດຖະກິດ​ພິເສດ ແລະ ເຂດ​ເສດຖະກິດ​ສະເພາະ (​ຄຂພສ) ກໍ່​ໄດ້​ລົງ​ຕິດຕາມ​ກວດກາ ແລະ ຊຸກຍູ້​ຢ່າງ​ເປັນ​ປົກກະຕິ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...