spot_img
Homeຂ່າວຕ່າງປະເທດກູ້ໄພຈີນຄົ້ນພົບສົບທຳອິດ ເຫດດິນເຈື່ອນ-ຕຶກຖະຫລົ່ມຢູ່ເຊິນເຈິ້ນ ແຕ່ຍັງສູນຫາຍອີກ 76 ຄົນ!

ກູ້ໄພຈີນຄົ້ນພົບສົບທຳອິດ ເຫດດິນເຈື່ອນ-ຕຶກຖະຫລົ່ມຢູ່ເຊິນເຈິ້ນ ແຕ່ຍັງສູນຫາຍອີກ 76 ຄົນ!

Published on

EyWwB5WU57MYnKOuX7FjI5zmVzDDkxxxlSzLMx9313H9tfSFREzmVE

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ທັນວານີ້ວ່າ ເຈົ້າໜ້າທີ່ກູ້ໄພຂອງຈີນ ໄດ້ຄົ້ນພົບສົບຜູ່ເສຍຊີວິດ ຄົນທຳອິດແລ້ວ ຈາກເຫດດິນເຈື່ອນ ຢູ່ເຂດນິຄົມອຸດສາຫະກຳ ເຫິງໄຕ້ອິ໋ວ (Hengtaiyu) ເມືອງເຊິນເຈິ້ນ ແຂວງກວາງຕຸ້ງ ຊຶ່ງເປັນເຫດເຮັດໃຫ້ ຕຶກຖະຫລົ່ມກ່ວາ 33 ຫລັງ ໃນວັນອາທິດທີ 20 ທັນວາຜ່ານມາ ຈົນເຖິງປັດຈຸບັນ ເຈົ້າໜ້າທີ່ສາມາດຊ່ວຍເຫລືອ ຜູ່ລອດຊີວິດໄດ້ແລ້ວ 7 ຄົນ ແລະ ຍັງມີຜູ່ສູນຫາຍອີກ 76 ຄົນ.

ທັງນີ້ ເຫດການດັ່ງກ່າວເກີດຂຶ້ນ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ກອງດິນ ແລະ ເສດວັດສະດຸກໍ່ສ້າງຢູ່ເທິງເນີນພູແຫ່ງໜຶ່ງ ທີ່ຖືກປະໄວ້ດົນກ່ວາ 2 ປີ ແລ້ວ ໄດ້ໄຫລເຈື່ອນລົງມາ ທັບຖົມເຂດຊຸມຊົນດັ່ງກ່າວ ກວມພື້ນທີ່ຫລາຍກ່ວາ 380,000 ຕາແມັດ ຫລື ຂະໜາດໃຫຍ່ເທົ່າກັບເດີ່ນເຕະບານ 50 ເດີ່ນ ຊຶ່ງບາງຈຸດ ດິນໄດ້ເຈື່ອນລົງມາຖົມໜາເຖິງ 10 ແມັດ.

ຫລັງຈາກເກດເຫດ ເຈົ້າໜ້າທີ່ຂອງຈີນ ໄດ້ເຂົ້າກວດຄົ້ນສຳນັກງານບໍລິສັດ ເຊິນເຈິ້ນ ອີ້ຊຽງຫລົງ ອິນເວສເມັ້ນ ເດເວລັອບເມັ້ນ ຊຶ່ງເປັນເຈົ້າຂອງສະຖານທີ່ ກອງດິນ ແລະ ເສດວັດສະດຸກໍ່ສ້າງ ດັ່ງກ່າວ ແຕ່ກໍບໍ່ພົບມີພະນັກງານຢູ່ຈັກຄົນແລ້ວ.

Rescuers work at the site of a landslide that hit an industrial park in Shenzhen, south China's Guangdong province on December 22, 2015. Rescuers struggled to claw away a massive mound of mud engulfing an industrial district in China on December 22 in a desperate bid to find survivors among 76 missing people following a landslide that occurred despite multiple warnings. CHINA OUT AFP PHOTO / AFP

 TOPSHOT - In this aerial photograph, Chinese rescuers work at the site of a landslide that hit an industrial park in Shenzhen in south China's Guangdong province on December 21, 2015. Some 85 people were missing on December 21 after a huge landslide caused by illegal soil dumping buried more than 30 factory and residential buildings in a sea of mud, China's second industrial disaster in four months. CHINA OUT AFP PHOTO / STR / AFP / STR

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...