Homeຂ່າວຕ່າງປະເທດເຮືອບິນຂະໜາດນ້ອຍອິນເດຍ ຕົກເສຍຊີວິດ 10 ຄົນ

ເຮືອບິນຂະໜາດນ້ອຍອິນເດຍ ຕົກເສຍຊີວິດ 10 ຄົນ

Published on

400.IPk432CYb87m1rXDf

ຕາມຂ່າວ ຕ່າງປະເທດ, ວັນທີ 22 ທັນວາ 2015, ທ່ານ ມາ​ອີ​ສ ຊາ​ມານ, ລັດຖະມົນຕີ​ ວ່າການ ​ກະຊວງ ການບິນ​ ພົນລະ​ເຮືອນ ​ອິນ​ເດຍ ​ເປີດ​ເຜີຍ​ວ່າ: ​ເຮືອບິນ ຂະໜາດນ້ອຍ ລຸ້ນ ບີ​ຄຣາບ ຊູບ​ເປີ ຄິງ ​ໄດ້​ນຳພາ ​ເຈົ້າໜ້າ​ທີ່ ​ຕຳຫລວດ ອອກ​ລາດ ຕະ​ເວນ ​ໄປ​ຍັງ​ເມືອງ ຮານ​ຊິ ໃນລັດ ຊາຄັນ ທາງຕາ ເວັນອອກ ຂອງປະເທດ ເກີດອຸບັດເຫດຕົກ ຢູ່ເມືອງທວາກາ ຊານນະຄອນຫລວງ ນີວເດລີ ຂອງ​ອິນ​ເດຍ ເສຍຊີວິດ ທັງໝົດ 10 ຄົນ ພາຍຫລັງ ບິນອອກຈາກ ສະໜາມບິນ ສາກົນ ອິນທິຣາ ຄານຖີ ແຕ່ບໍ່ດົນ ກໍບິນ ກັບຄືນມາ ສະໜາມບິນ ແລະ ຕຳໃສ່ ຕົ້ນໄມ້ ໃນຂະນະທີ່ ພະຍາຍາມ ລົງຈອດ ກ່ອນຈະຕຳໃສ່ ກຳແພງ ສະໜາມບິນອີກ ຈົນມາຢຸດຢູ່ ໂຮງງານ ບຳບັດ ນ້ຳເສຍ ໃນເບື້ອງຕົ້ນ ຄາດວ່າ ອາດເກີດຈາກ ຄວາມຂັດຂ້ອງ ທາງດ້ານ ເຕັກນິກ ຂອງເຮືອບິນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...