Home​ຂ່າວທ່ອງທ່ຽວນັກທ່ອງທ່ຽວເຂົ້າລາວ ຫລາຍກວ່າ 4 ລ້ານຄົນ ໃນປີ 2015 ສ້າງລາຍຮັບກ່ວາ 640 ລ້ານໂດລາ!

ນັກທ່ອງທ່ຽວເຂົ້າລາວ ຫລາຍກວ່າ 4 ລ້ານຄົນ ໃນປີ 2015 ສ້າງລາຍຮັບກ່ວາ 640 ລ້ານໂດລາ!

Published on

Alms-tourist-attraction-Luang-Prabang-Laos

ຂປລ. ໝົດປີ 2015 ນີ້ ຄາດວ່າຈະມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງ​ທ່ຽວ ສປປ ລາວ ເພີ່ມຂຶ້ນ ຈາກຈຳນວນ 2.700.000 ກວ່າຄົນ ໃນປີ 2011 ມາເປັນ 4.100.000 ຄົນ ໃນປີ 2014 ແລະ ເພີ່ມເປັນ 4.332.000 ຄົນ ໃນປີ 2015  ເພີ່ມຂຶ້ນ 4% ອັນເຮັດໃຫ້ມີລາຍຮັບເພີ່ມຂຶ້ນ ຄື ຈາກ 400 ກວ່າລ້ານໂດລາສະຫະລັດ ໃນປີ 2011 ມາເປັນ 560 ລ້ານໂດລາສະຫະລັດ ໃນປີ 2014 ແລະ ຈະເພີ່ມຂຶ້ນເປັນ 670 ລ້ານໂດລາສະຫະລັດ ໃນປີ 2015 ພ້ອມນີ້ ບັນດາບໍລິສັດທ່ອງທ່ຽວກໍ ໄດ້ເພີ່ມຈາກ 236 ບໍລິສັດ ໃນປີ 2011 ມາເປັນ 342 ບໍລິສັດ ໃນປີ 2014, ໂຮງແຮມ, ເຮືອນພັກ ແລະ ລີສອດ ເພີ່ມຂຶ້ນຈາກ 1.926 ແຫ່ງ ມີ 32.960 ຫ້ອງນອນ ໃນປີ 2011 ມາເປັນ 2.426 ແຫ່ງ ມີຫ້ອງນອນ 44.600 ກວ່າຫ້ອງນອນ.

ແຫລ່ງຂ່າວຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປີດເຜີຍຕື່ມວ່າ: ປັດ​ໄຈສຳຄັນທີ່ເຮັດໃຫ້ ວຽກງານການທ່ອງທ່ຽວຂະຫຍາຍຕົວ ດັ່ງທີ່ກ່າວມານັ້ນ ຍ້ອນການທ່ອງທ່ຽວ ໄດ້ຮັບການປັບປຸງ ແລະ ພັດທະນາເປັນກ້າວໆ ຢ່າງ ຕໍ່ເນື່ອງ ຫລັງຈາກທີ່ມີການປັບປຸງການຈັດຕັ້ງ ເຮັດໃຫ້ການເຄື່ອນໄຫວວຽກງານ ມີຄວາມສະດວກຄ່ອງຕົວເປັນລະບົບ ແລະ ມີກຳລັງແຮງຂຶ້ນ ອັນພົ້ນເດັ່ນແມ່ນ ສປປ ລາວ ໄດ້ຮັບການເລືອກໃຫ້ເປັນປະເທດ ທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກໃນປີ 2013 ແລະ ເມືອງຫລວງພະບາງ ກໍໄດ້ຮັບລາງວັນ ເປັນເມືອງທ່ອງທ່ຽວທີ່ດີເດັ່ນຂອງໂລກ ອີກໃນປີ 2015, ນອກນີ້ ການທ່ອງທ່ຽວແບບອານຸລັກ ປະຊາຊົນມີສ່ວນຮ່ວມ ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍຢ່າງກວ້າງຂວາງຢ່າງຕໍ່ເນື່ອງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...