Homeຂ່າວພາຍ​ໃນທ່ານ ວັນໄຊ ແພງຊຸມມາ ເຂົ້າຮັບໜ້າທີ່ເປັນ ເຈົ້າແຂວງຫົວພັນ ຄົນໃໝ່!

ທ່ານ ວັນໄຊ ແພງຊຸມມາ ເຂົ້າຮັບໜ້າທີ່ເປັນ ເຈົ້າແຂວງຫົວພັນ ຄົນໃໝ່!

Published on

DSC_0080 samneua 1

ຂປລ. ພິທີ​ມອບ-ຮັບ​ໜ້າ​ທີ່ ​ລະຫວ່າງ ທ່ານ ຄໍາ​ຮຸ່ງ ​ເຮືອງ​ວົງ​ສີ ​ເຈົ້າ​ແຂວງ​ຜູ້​ເກົ່າ (​ໄປ​ຮັບ​ໜ້າ​ທີ່​ໃໝ່)​ແລະ ທ່ານ ວັນ​ໄຊ ​ແພງ​ຊຸມ​ມາ ​​ເປັນ​​ເຈົ້າ​ແຂວງ​ຄົນ​ໃໝ່​ ພ້ອມ​ນັ້ນ, ​ກໍ​ໄດ້​ປະກາດ​​ແຕ່ງ​ຕັ້ງ​ບັນດາ​ຮອງ​ເຈົ້າ​ແຂວງ​ຄົນ​ໃໝ່​ ຈໍານວນ 3 ທ່ານ ຄື: ທ່ານນາງ ​ແພງ ກັນຍາ​ພິມ, ທ່ານ ພັນ​ທອງ ​ເພັດ​ໄຊ​ສົມບູນ ​ແລະ ທ່ານ ພູ​ໂຊນ ທໍາ​ມະ​ວິໄຊ. ພິທີ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ທັນວາ 2015 ທີ່​ຫ້ອງ​ວ່າ​ການ​ປົກ​ຄອງ​ແຂວງ​ດັ່ງກ່າວ ໂດຍ​ມີ​ທ່ານ ຈັນ​ສີ ​ໂພ​ສີ​ຄໍາ ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້​າຄະນະ​ຈັດ​ຕັ້ງສູນ​ກາງ​ພັກ, ມີ​ບັນດາ​ຄະນະ​ພັກ, ພະນັກງານ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ.

​ ເພື່ອ​ສືບ​ຕໍ່​ຊີ້​ນໍາ-​ນໍາພາ ​ແລະ ຄຸ້ມ​ຄອງ​ບໍລິຫານ​ວຽກ​ງານ​ແຂວງ​ຫົວພັນ ​ທີ່​ການຈັດ​ຕັ້ງ​ພັກ-ລັດຖະບານ​ມອບ​ ໝາຍ​ໃຫ້​ ທັງ​ປະຕິບັດ​ພາລະ​ບົດບາດ, ໜ້າ​ທີ່ ​ແລະ ຂອບ​ເຂດ​ສິດ​ຂອງ​ຕົນ​ໃຫ້​ປະສົບ​ຜົນ​ສໍາ​ເລັດ​ນັ້ນ, ທ່ານ ຈັນ​ສີ ​ໂພ​ສີ​ຄໍາ ​ໄດ້​ໃຫ້​ກຽດ​ໂອ້​ລົມ​ໂດຍ​ກ່າວ​ວ່າ: ການ​ມອບ​ໝາຍ​ຮັບ​ໜ້າ​ທີ່​ ລະຫວ່າງ​ເຈົ້າ​ແຂວງ​ຜູ້​ເກົ່າ ​ແລະ ຜູ້​ໃໝ່​ໃນ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​ເປັນ​ຢ່າງ​ຍິ່ງ​ທີ່​ເຈົ້າ​ແຂວງ​ຜູ້​ໃໝ່​ ຈະ​ໄດ້​ສືບ​ຕໍ່​ນໍາພາ, ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ພັກ-ລັດ​ ໃຫ້​ປະກົດ​ຜົນ​ເປັນ​ຈິງ. ພ້ອມກັນ​ນັ​້ນ ກໍ​ເພື່ອ​ເປັນ​ການ​ຮອງ​ຮັບ​ບໍ​າລຸງຍົກ​ລະດັບ​ພະນັກງານ​ການ​ນໍາ​ຜູ້​ທີ່​ມີ​ ຄວາມ​ຮູ້, ຄວາມ​ສາມາດ​ເຂົ້າ​ໃນ​ພາລະກິດ​ລວມຂອງ​ຊາດ. ການ​ໝູນວຽນ, ການ​ຊັບ​ຊ້ອນ​ໜ້າ​ທີ່​ເຊິ່ງ​ແມ່ນ​ເປັນ​ເລື່ອງ​ປົກກະຕິ, ທັງ​ເປັນ​ກົດ​ເກນ ​ແລະ ທັງ​ແມ່ນ​ຫລັກການ​ຂອງ​ພັກ​ເຮົາ​ທີ່​ເຄິຍປະຕິ ບັດ​ກັນ​ມາ.

ພ້ອ ​ມກັນ​ນີ້, ທ່ານ​ເຈົ້າ​ແຂວງ​ຜູ້​ໃໝ່​ ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ນໍາພາ​ເຕົ້າ​ໂຮມ​ຄວາມ​ສາມັກ​ຄີ​ໃນ​ໝູ່​ຄະນະ, ພະນັກ​ງານ-ລັດຖະກອນໃຫ້​ແໜ້ນແຟ້ນ, ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ພະນັກງານການ​ນໍາ​​ແຂວງ ລວມທັງ​ພະນັກງານ-ລັດ ຖະກອນ​ທົ່ວ​ແຂວງ​ຫົວພັນ ​ໃຫ້​ມີ​ຫລັກ​ສະນະຫ​ລັກ​ໝັ້ນ​ການ​ເມືອງໜັກ​ແໜ້ນ, ສ້າງ​ໃຫ້​ພະນັກງານ​ມີ​ສະ ຕິ​ເຄົາລົບ​ລະບຽບ-ກົດໝາຍ, ມີ​ສະຕິ​ຕໍ່​ການຈັດ​ຕັ້ງ, ​ເພີ້​ມທະວີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ນໍາພາ​ສະມາຊິກ​ພັກ-ພະນັກງານ​ໃນ​ຂົງ​ເຂດ ​ທີ່​ຕົນ​ຮັບຜິດ ຊອບ​ໃຫ້​ມີ​ຜົນ​ສໍາ​ເລັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...