spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດພິຈາລະນາວຽກງານຂົງເຂດ ເສດຖະກິດ-ການເງິນ

ສະພາແຫ່ງຊາດພິຈາລະນາວຽກງານຂົງເຂດ ເສດຖະກິດ-ການເງິນ

Published on

DSC_9464 somdi 1

ຂປລ.ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 7 ​​ໄດ້ດຳ​ເນີນມາ​ເປັນມື້​ທີ 12 ​ໃນວັນ​ທີ 22 ທັນວາ 2015, ​ເຊິ່ງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ສສຊ ທຸກ​ເຂດ​ເລືອກ​ຕັ້ງ ​ໄດ້​ສືບຕໍ່ສຸມ​ໃສ່ພິຈາລະ ນາປະກອບ​ຄຳ​ຄິດ​ຄຳ​ເຫັນ​ ​ແລະ ​ຮັບຮອງ​ເອົາຜົນ​ການຈັດ​ຕັ້ງ​ປະຕິບັດ ​ການ​ທົດ​ລອງ​ວຽກງານ 3 ສ້າງ, ຮ່າງ​ວິ​ໄສ​ທັດ​ຮອດ​ປີ 2030 ​ແລະ ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມຮອດ​ປີ 2025, ພ້ອມ​ດ້ວຍ​ຮ່າງ​ແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII​ແລະ ​ແຜນງົບປະມານ​ແຫ່ງ​ລັດ 5 ປີ ຄັ້ງ​ທີ VIII.

ທ່ານ ຄຳໝັ້ນ ສູນ​ວິ​ເລີດ ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ຕາງໜ້າລັດຖະບານ ​ໄດ້​ຊີ້​ໃຫ້​ເຫັນ​ກ່ຽວກັບ​ສະພາບ​ລວມ ກໍ​ຄື ຜົນສຳ​ເລັດ ​ແລະ ຂໍ້ຄົງຄ້າງ ​ໃນ​ການ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ 03/ກມສພ ວ່າ​ດ້ວຍ​ການ​ທົດ​ລອງ​ວຽກງານ​ 3 ​ສ້າງ ​ເຊິ່ງມີຈຳນວນ 52 ​ເມືອງ 109 ບ້ານ ທົ່ວ​ປະ​ເທດ ​ໃນ​ໄລຍະ​ຜ່ານ​ມາ ​ເຊິ່ງສາມາດ​ເຮັດ​ໃຫ້​ທຸກ​ບ້ານ​ເປົ້າໝາຍ​ໃໝ່ ທີ່​ມີ​ລັກສະນະ​ຮອບດ້ານ. ອັນ​ພົ້ນ​ເດັ່ນ​ແມ່​ລະບົບ​ການ​ເມືອງ​ໄດ້​ຮັບ​ການ​ປັບປຸງໜັກ​ແໜ້ນ​ເຂັ້ມ​ແຂງ, ປະຊາຊົນ​ບັນດາ​ເຜົ່າມີສະຕິຕື່ນຕົວ​ເປັນ​ເຈົ້າ​ການ​ ເຂົ້າ​ຮ່ວມ​ໃນ​ຂະ​ບວນການ​ຫລາຍ​ຂຶ້ນ, ຕົວ​ແບບ​ໃນ​ການ​ຜະ ລິດ​ສິນຄ້າ​ເກີດ​ຂຶ້ນ​ຢ່າງ​ແຜ່​ຫລາຍ, ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ​ໃນ​ຂະນະ​ດຽວກັນ ປະຊາຊົນ​ໃນ​ບ້ານ​ 3 ​ສ້າງ ​ແລະ ອ້ອມ​ຂ້າງ ກໍໄດ້​ຮັບ​ຜົນປະ​ໂຫຍ​ດຕົວ​ຈິງ​ຈາກ​ໂຄງການ​ລົງທຶນ​ຂອງ​ລັດ ​ເພື່ອ​ການ​ພັດທະນາ​ໃນ​ຫລາຍ​ດ້ານ, ລວມທັງ​ການ​ໃຫ້​ສິນ​ເຊື່ອ​ເພື່ອ​ການ​ຜະລິດ​ເປັນ​ສິນຄ້າ ​ແລະ ອື່ນໆ ​ເຊິ່ງມີ​ມູນ​ຄ່າ​ຫລາຍ​ຕື້​ກີບ. 3 ປີ ຜ່ານມາ ​ເຫັນ​ວ່າ​ມີ​ບ້ານ​ ​ແລະ ຄອບຄົວພັດທະນາ​ເກີດ​ຂຶ້ນ, ນັບ​ທັງ​ຄອບຄົວຕົວ​ແບບ, ຜູ້​ປະກອບ​ການ ​ແລະ ນັກ​ພັດທະນາ​ດີ​ເດັ່ນ ຢ່າງ​ຫລວງຫລາຍ, ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ ​ເພີ່ມ​ຂຶ້ນ​ທຸກ​ເມືອງ ​ແລະ ບ້ານ​ເປົ້າໝາຍ.

ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ເງິນ ​​ໄດ້​ຍົກ​ໃຫ້​ເຫັນ​ບາງ​ບັນຫາ​ພົ້ນ​ເດັ່ນຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ໄລຍະ 15 ປີ ໂດຍ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ GDP ໄດ້​ມີ​ການ​ຂະຫຍາຍຕົວດ້ວຍ​ຈັງຫວະ​ສະ​ເລ່ຍ 7,1% ຕໍ່​ປີ ​ໃນ​ໄລະຍະ​ປີ 2001-2010 ​ແລະ ປະມານ 8% ​ໃນ​ປີ2011-2015, ສະ​ເລ່ຍລາຍ​ຮັບ​ເພີ່ມ​ຂຶ້ນ​ຈາກ 319 ​ໂດ​ລາ​ສະຫະລັດ ມາ​ເປັນ 1.671 ​ໂດ​ລາ​ສະຫະລັດ​ໃນ​ປັດຈຸບັນ. ​ໂຄງ​ປະກອບ​ແຮງ​ງານ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ປີ2005 ສາມາດ​ຢຸດຕິ​ການ​ປູກ​ຝິ່ນ​ຢ່າງ​ຂາດ​ຕົວ, ຢຸດຕິ​ການຖາງ​ປ່າ​ເຮັດ​ໄຮ່ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ໂດຍ​ພື້ນຖານ ​ໃນ​ປີ 2010. ສຳລັບ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ 5 ປີ ຄັ້ງ​ທີ VII ຜ່ານ​ມາ GDP ຂະຫຍາຍຕົວ 7,9% ລາຍ​ໄດ້ 1.700 ​​ໂດ​ລາ​ສະຫະລັດ ຕໍ່​ຄົນ​ຕໍ່​ປີ, ລັດຖະບານ​ໄດ້​ປັບປຸງ​ກົນ​ໄກ​ການ​ສ້າງ​ລາຍ​ຮັບ​ງົບປະມານ​ເພີ່ມ​ຂຶ້ນ, ປັບປຸງ​ກົນ​ໄກ​ການ​ຄ້າ​ ລະຫວ່າງ​ປະ​ເທດ​ເຮັດ​ໃຫ້​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ, ປະຊາກອນ​ເພີ່ມ​ຂຶ້ນ​ປະມານ 1 ລ້ານ​ຄົນ​ໃນ​ຮອບ 10 ປີຜ່ານ ມາ, ການ​ດຳ​ເນີນ​ທຸລະ​ກິດ, ການ​ຜະລິດ, ການ​ບໍລິການ ​ແລະ ການ​ລົງທຶນ ສືບ​ຕໍ່​ມີ​ບັນຍາກາດ​ທີ່​ດີ, ການ​ພັດທະນາ​ຊັບພະຍາ​ກ​ອນມະນຸດ ​ໄປ​ຕາມ​ເປົ້າ​ໝາຍ​ສະຫັດ​ສະ​ວັດ, ບັນດາ​ແຫ​ລ່ງທ່ອງ​ທ່ຽວ​ໄດ້​ຮັບ​ການ​ພັດທະນາ ​ແລະ ປັບປຸງ​ໃຫ້​ດີຂຶ້ນ​ກ່ວາ​ເກົ່າ, ປັດຈຸບັນ​ ມີ​ແຫ​ລ່ງທ່ອງ​ທ່ຽວ​ທຳ​ມະ​ຊາດ 1.093 ​ແຫ່ງ, ວັດທະນະທຳ 541 ​ແຫ່ງ ​ແລະ​ແຫ​ລ່ງທ່ອງ​ທ່ຽວ​ທາງປະຫວັດສາດ 282 ​ແຫ່ງ.

ສຳລັບຮ່າງ​ວິ​ໃສ​ທັດຮອດ​ປີ 2030 ຍຸດ​ທະ​ສາດ​ການ​ພັດທະນາ ​ເສດຖະກິດ-ສັງຄົມ ​ໄລຍະ 10 ປີ 2016-2025 ​ແລະ ​ແມ່ນ​ສູ້​ຊົນ​ພັດທະນາ​ປະ​ເທດ ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດທະ ນາ ໃນ​ປີ 2020, ກ້າວ​ສູ່​ປະ​ເທດ​ກຳລັງ​ພັດທະນາ ທີ່​ມີ​ລາຍ​ຮັບ​ກາງ​-ສູງ ຕາມ​ທິດ​ການ​ພັດທະນາ​ສີຂຽວ ​ແລະ ຍືນ​ຍົງ, ​ເມື່ອ​ເຖິງ​ປີ2030. ລາຍ​ໄດ້​ແຫ່ງ​ຊາດ​ໃຫ້​ເພີ່ມ​ຂຶ້ນ 4 ​ເທົ່າ ຂອງ​ປີ 2015, ມີ​ອຸດສາຫະກຳ 3 ​ເສົາຄ້ຳ, ​ໂຄ່ງ​ລ່າງ​ພື້ນຖານ​ເຂັ້ມ​ແຂງ ສຳລັບ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເສດຖະກິດ​ຕະຫລາດ​ຕາມ​ທິດ​ສັງຄົມ​ນິຍົມ. ​ຄາດໝາຍລວມຂອງຮ່າງ​ແຜນ​ພັດທະນາ​ເສດຖະ ກິດ​-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016-2020) ແມ່ນ​ຮັບປະກັນ​ສະຖຽນ​ລະ​ພາບທາງ​ດ້ານ​ການ​ເມືອງ, ​ເສດຖະກິດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ມີ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຊັບພະ​ຍາກ​ອນທຳ​ມະ​ຊາດຢ່າງ​ມີ​ປະສິດທິ​ຜົນ​ສູງ, ສ້າງ​ໃຫ້​ໄດ້​ຮູບ​ແບບ​ການຫັນປ່ຽນ ການ​ພັດທະນາ​ຕາມ​ທິດ​ເສີມ​ຂະ ຫຍາຍ​ທ່າ​ແຮງ​ບົ່ມຊ້ອນ ​ແລະ ຂໍ້​ໄດ້​ປຽບ​ຂອງ​ປະ​ເທດ, ​ເຂົ້າ​ຮ່ວມ​ໃນ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ​ຢ່າງ​ເປັນ​ເຈົ້າ​ການ.

​​ຈາກ​ນັ້ນ, ທ່ານ ດຣ. ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ສະພາບ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ 5 ປີ ຄັ້ງ VIIກໍ​ຄື​ການ​ສ້າງລາຍ​ຮັບ​ໃນ 5 ປີຜ່ານມາ ສາມາດ​ປະຕິບັດ​ເກືອບ 1 ​ແສນ​ຕື້​ກີບ, ​ໃນ​ນີ້​ເປັນ​ລາຍ​ຮັບ​ພາຍ​ໃນ ​ກວມ 76 ພັນ​ຕື້​ກວ່າ​ກີບ, ​ໃນ​ຂະນະ​ທີ່​ລາຍ​ຈ່າຍ​ລວມ 118.000 ຕື້​ກວ່າ​ກີບ ​ແລະ ການ​ຂາດ​ດຸນ​ງົບປະມານ ປະຕິບັດ​ໄດ້​ໂດຍ​ລວມ​ເກືອບ 20 ພັນ​ຕື້​ກີບ. ພ້ອມ​ນີ້ ທ່ານ​ຍັງ​ຊີ້​ແຈງ​ກ່ຽວກັບ​ການວາງ​ນະ​ໂຍບາຍ ​ແລະ ການ​ຄຸ້ມ​ຄອງ​ລາຍ​ຮັບ ​ເປັນ​ຕົ້ນ ​ແມ່ນ​ຂົງ​ເຂດ​ສ່ວຍ​ສາ​ອາກອນ, ພາສີ, ລວມທັງການຄຸມ​ຄອງ​ຊັບ​ສິນ​ຂອງ​ລັດ, ການ​ຄຸ້ມ​ການ​ເງິນ​ລັດ​ວິ​ສາ​ຫະກິດ, ການ​ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ ພ້ອມ​ດ້ວຍ​ບັນດາ​ທິດ​ທາງ, ຄາດໝາຍສູ້​ຊົນ ​ແລະ ໜ້າທີ່​ຈຸດ​ສຸມ ​ໃນ​ການ​ພັດທະນາ​ຂະ​ແໜງການ​ເງິນ​ໄລ​ຍະ​ປີ 2016-2020./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...