spot_img
Homeຂ່າວເຫດການມອບ-ຮັບໜ້າທີ່ເຈົ້າແຂວງຫົວພັນຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ເຈົ້າແຂວງຫົວພັນຜູ້ເກົ່າ ແລະ ຜູ້ໃໝ່

Published on

DSC_0080 samneua 1

ຂປລ. ພິທີ​ມອບ-ຮັບ​ໜ້າ​ທີ່ ​ລະຫວ່າງ ທ່ານ ຄໍາ​ຮຸ່ງ ​ເຮືອງ​ວົງ​ສີ ​ເຈົ້າ​ແຂວງ​ຜູ້​ເກົ່າ (​ໄປ​ຮັບ​ໜ້າ​ທີ່​ໃໝ່)​ແລະ ທ່ານ ວັນ​ໄຊ ​ແພງ​ຊຸມ​ມາ ​​ເປັນ​​ເຈົ້າ​ແຂວງ​ຄົນ​ໃໝ່​ ພ້ອມ​ນັ້ນ, ​ກໍ​ໄດ້​ປະກາດ​​ແຕ່ງ​ຕັ້ງ​ບັນດາ​ຮອງ​ເຈົ້າ​ແຂວງ​ຄົນ​ໃໝ່​ ຈໍານວນ 3 ທ່ານ ຄື: ທ່ານນາງ ​ແພງ ກັນຍາ​ພິມ, ທ່ານ ພັນ​ທອງ ​ເພັດ​ໄຊ​ສົມບູນ ​ແລະ ທ່ານ ພູ​ໂຊນ ທໍາ​ມະ​ວິໄຊ. ພິທີ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ທັນວາ 2015 ທີ່​ຫ້ອງ​ວ່າ​ການ​ປົກ​ຄອງ​ແຂວງ​ດັ່ງກ່າວ ໂດຍ​ມີ​ທ່ານ ຈັນ​ສີ ​ໂພ​ສີ​ຄໍາ ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້​າຄະນະ​ຈັດ​ຕັ້ງສູນ​ກາງ​ພັກ, ມີ​ບັນດາ​ຄະນະ​ພັກ, ພະນັກງານ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ.

​ເພື່ອ​ສືບ​ຕໍ່​ຊີ້​ນໍາ-​ນໍາພາ ​ແລະ ຄຸ້ມ​ຄອງ​ບໍລິຫານ​ວຽກ​ງານ​ແຂວງ​ຫົວພັນ ​ທີ່​ການຈັດ​ຕັ້ງ​ພັກ-ລັດຖະບານ​ມອບ​ ໝາຍ​ໃຫ້​ ທັງ​ປະຕິບັດ​ພາລະ​ບົດບາດ, ໜ້າ​ທີ່ ​ແລະ ຂອບ​ເຂດ​ສິດ​ຂອງ​ຕົນ​ໃຫ້​ປະສົບ​ຜົນ​ສໍາ​ເລັດ​ນັ້ນ, ທ່ານ ຈັນ​ສີ ​ໂພ​ສີ​ຄໍາ ​ໄດ້​ໃຫ້​ກຽດ​ໂອ້​ລົມ​ໂດຍ​ກ່າວ​ວ່າ: ການ​ມອບ​ໝາຍ​ຮັບ​ໜ້າ​ທີ່​ ລະຫວ່າງ​ເຈົ້າ​ແຂວງ​ຜູ້​ເກົ່າ ​ແລະ ຜູ້​ໃໝ່​ໃນ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​ເປັນ​ຢ່າງ​ຍິ່ງ​ທີ່​ເຈົ້າ​ແຂວງ​ຜູ້​ໃໝ່​ ຈະ​ໄດ້​ສືບ​ຕໍ່​ນໍາພາ, ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ພັກ-ລັດ​ ໃຫ້​ປະກົດ​ຜົນ​ເປັນ​ຈິງ. ພ້ອມກັນ​ນັ​້ນ ກໍ​ເພື່ອ​ເປັນ​ການ​ຮອງ​ຮັບ​ບໍ​າລຸງຍົກ​ລະດັບ​ພະນັກງານ​ການ​ນໍາ​ຜູ້​ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາດ​ເຂົ້າ​ໃນ​ພາລະກິດ​ລວມຂອງ​ຊາດ. ການ​ໝູນວຽນ, ການ​ຊັບ​ຊ້ອນ​ໜ້າ​ທີ່​ເຊິ່ງ​ແມ່ນ​ເປັນ​ເລື່ອງ​ປົກກະຕິ, ທັງ​ເປັນ​ກົດ​ເກນ ​ແລະ ທັງ​ແມ່ນ​ຫລັກການ​ຂອງ​ພັກ​ເຮົາ​ທີ່​ເຄິຍປະຕິ ບັດ​ກັນ​ມາ.

ພ້ອ​ມກັນ​ນີ້, ທ່ານ​ເຈົ້າ​ແຂວງ​ຜູ້​ໃໝ່​ ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ນໍາພາ​ເຕົ້າ​ໂຮມ​ຄວາມ​ສາມັກ​ຄີ​ໃນ​ໝູ່​ຄະນະ, ພະນັກ​ງານ-ລັດຖະກອນໃຫ້​ແໜ້ນແຟ້ນ, ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ພະນັກງານການ​ນໍາ​​ແຂວງ ລວມທັງ​ພະນັກງານ-ລັດ ຖະກອນ​ທົ່ວ​ແຂວງ​ຫົວພັນ ​ໃຫ້​ມີ​ຫລັກ​ສະນະຫ​ລັກ​ໝັ້ນ​ການ​ເມືອງໜັກ​ແໜ້ນ, ສ້າງ​ໃຫ້​ພະນັກງານ​ມີ​ສະ ຕິ​ເຄົາລົບ​ລະບຽບ-ກົດໝາຍ, ມີ​ສະຕິ​ຕໍ່​ການຈັດ​ຕັ້ງ, ​ເພີ້​ມທະວີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ນໍາພາ​ສະມາຊິກ​ພັກ-ພະນັກງານ​ໃນ​ຂົງ​ເຂດ​ທີ່​ຕົນ​ຮັບຜິດ ຊອບ​ໃຫ້​ມີ​ຜົນ​ສໍາ​ເລັດ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...