spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໄຟໄໝ້ເຮືອນປະຊາຊົນຢູ່ບ້ານສີຫອມ ເສຍຫາຍເປັນຈຳນວນຫລາຍ

ໄຟໄໝ້ເຮືອນປະຊາຊົນຢູ່ບ້ານສີຫອມ ເສຍຫາຍເປັນຈຳນວນຫລາຍ

Published on

fireburning

ເຈົ້າ​ໜ້າ​ທີ່​ມອດ​ໄຟ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ເວລາ​ປະມານ 19:45ນາທີ ຂອງ​ວັນ​ທີ 18 ທັນວາ​ຜ່ານ​ມາ, ​ໄດ້​ເກີດ​ເຫດ​ໄຟ​​ໄໝ້​​ເຮືອນຈຳໜ່າຍ​ແກັສ ​ແລະ ຂາຍ​ເຄື່ອງບໍລິ​ໂພ​ກ ​ແລະ ​ເຮືອນ​ຫ້ອງ​ແຖວ 7 ຫ້ອງ ​ແລະ ​ເຮືອນ​ທຳ​ມະ​ດາ3 ຫລັງ ​ຢູ່​ບ້ານ​ສີ​ຫອມ​ ​ເມືອງ​ຈັນທະ​ບູລີ ​ນະຄອນຫລວງ​ວຽງ​ຈັນ ໄດ້​ສ້າງ​ຄວາມ​ເສຍ​ຫາຍມີ​ລົດຈັກ 5 ຄັນ ​ເງິນສົດ​ຫລາຍ​ກວ່າ 197 ລ້ານ​ກີບ, 10 ລ້ານ​ບາດ(ສະກຸນ​​​ເງິນໄທ) ​ແລະ 40 ພັນ​ໂດ​ລາ​ສະຫະລັດ, ​ສ່ວນ​ສາ​ເຫດ​ແມ່ນ​ເກີດ​ຈາກ​ການ​​ໄຕ້​ທູບ​ທຽນ​ບູຊາ

​ເຈົ້າ​ໜ້າ​ທີ່ ​ໃຫ້​ຮູ້​ວ່າ: ພາຍຫລັງ​ໄດ້​ຮັບ​​ແຈ້ງ​ ກໍ​ຮີບ​ນຳ​ລົດ​ນ້ຳ ​ແລະ ​ເຈົ້າ​ໜ້າ​ທີ່​ຈຳນວນ​ໜຶ່ງ ລົງ​ຊ່ວຍ​ດັບ​ມອດ​ໄຟ​ທີ່ກຳລັງ​ລຸກ​ໃໝ້, ຜ່ານ​​ໄປ​ຫລາຍ​ຊົ່ວ​ໂມງ​ ຈຶ່ງ​ສາມາດ​ສະກັດ​ກັ້ນ ​ແລະ ຄວບ​ຄຸມ​ໄຟ​ໄວ້​ໄດ້. ຈາກ​ເຫດການ​ທີ່​ບໍ່​ເພີ່ງ​ປາຖະໜາ​ດັ່ງກ່າວ ຈຶ່ງຂໍ​ເຕືອນ​​ໃຫ້​ປະຊາຊົນ ຈົ່ງ​​ມີ​ສະຕິ​ໃນ​ການ​ຊົມ​​ໃຊ້​ຟືນ​ໄຟ, ​ໃຕ້​ທູບ​ທຽນ​ບູຊາ​ໃນ​ວັນ​ສິນ​ວັນ​ພະຕ່າງໆ​ໃຫ້​ລະມັດລະວັງ​ ​ເພື່ອ​ປ້ອງ​ກັນ​ການ​ເກີດ​ອັກຄີ​ໄພ​ທີ່​ສາມາດ​ເກີດ​ຂຶ້ນ​​ໄດ້​ທຸກ​ເວລາ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...