Homeຂ່າວທ້ອງຖິ່ນສະພາບອາກາດໃນໄລຍະນີ້ຈະອຸ່ນຂຶ້ນ

ສະພາບອາກາດໃນໄລຍະນີ້ຈະອຸ່ນຂຶ້ນ

Published on

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ບໍລິ​ເວນ​ຄວາມ​ກົດ​ດັນ​ສູງ​ຂອງ​ອາກາດ​ໜາວ​ທີ່​ປົກ​ຄຸມ​ຢູ່ທົ່ວ​ທຸກ​ພາກ​ຂອງ​ລາວ ​ໄດ້​ສືບ​ຕໍ່​ອ່ອນກຳລັງ​ລົງ ​ແລະ ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນອອກ​ພັດ​ປົກ​ຄຸມ, ​​ເຊິ່ງລັກສະນະ​ເຊັ່ນ​ນີ້ ຈະ​ເຮັດ​ໃຫ້​ສະພາບ​ອາກາດ​ອຸ່ນ​ຂຶ້ນ​ຕື່ມ​ອີກ​ໃນ​ແຕ່​ລະ​ພາກ, ສຳລັບ​ເຂດ​ພູ​ສູງ ​ແລະ ​ເຂດ​ຮ່ອມ​ພູ ອາກາດ​ຍັງ​ຈະ​ໜາວ​ຫລາຍ​ພ້ອມ​ມີ​ໝອກ​ໜາ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ.

+ ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ: ອາກາດ​ໂດຍ​ທົ່ວ​ໄປ​ຈະ​ອຸ່ນ​ຂຶ້ນ​ຕື່ມ ​ແຕ່​ຢູ່​ເຂດ​ພູ​ສູງ, ຍອດພູ, ​ເປີ້ນພູ ​ແລະ ຮ່ອມ​ພູອາກາດ​ຈະໜາວ ພ້ອມ​ມີ​ໝອກ​ໜາ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ. ອຸ່ນ​ຫະພູມ​ຕ່ຳ​ສຸດ 9-12 ອົງສາ ​ແລະ

ສູງ​ສຸດ 19-21 ອົງສາ. ສ່ວນ​ພາກ​ເໜືອ​ດ້ານ​ຕ​າ​ເວັນ​ຕົກ: ອາກາດ​ຈະ​ອຸ່ນ​ຂຶ້ນ​ຕື່ມ​, ​ແຕ່​ໂດຍ​ທົ່ວ​ໄປ​ອາກາດ​ຍັງ​ຈະ​ໜາວ​ເຢັນ ພ້ອມ​ມີ​ໝອກ​ໜາ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ, ສະ​ເພາະ​ເຂດ​ພູ​ສູງ ອາກາດ​ຈະ​ໜາວ​ຫລາຍ. ອຸ​ນຫະພູມ​ຕ່ຳ​ສຸດ 15-17 ອົງສາ ​ແລະ ສູງ​ສຸດ 24-26 ອົງສາ, ສະ​ເພາະ​ຢູ່​ເຂດ​ເມືອງ​ສິງ ​ແລະ ວຽງ​ພູ​ຄາ: ອຸນຫະພູມ​ຕ່ຳ​ສຸດ 13-15 ອົງສາ ​ແລະ ສູງ​ສຸດ 22-24 ອົງສາ.

+ ນະຄອນຫລວງ​ວຽງ​ຈັນ: ມີ​ເມກ​ປົກ​ຄຸມ​ເປັນ​ບາງ​ສ່ວນ, ອາກາດ​ເຢັນ​ພ້ອມ​ມີໝອກ​ບາງ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ.ອຸນຫະພູມ​ຕ່ຳ​ສຸດ 17-19 ອົງສາ ​ແລະ ສູງ​ສຸດ 29-31 ອົງສາ. ສຳລັບ​ພາກ​ກາງ: ມີ​ເມກ​ປົກ​ຄຸມ​ເປັນ​ບາງ​ສ່ວນ,ອາກາດ​​ເຢັນ ພ້ອມ​ມີ​ຫມອກ​ບາງ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ. ອຸນຫະພູມ​ຕ່ຳ​ສຸດ 16-18 ອົງສາ ​ແລະ ສູງ​ສຸດ 29-31 ອົງສາ ​ແລະ ​ແຂວງ​ໄຊ​ສົມບູນ: ອາກາດ​ໜາວ ພ້ອມ​ມີ​ໝອກ​ໜາ​ປົກ​ຫຸ້ມ​ໃນ​ຕອນ​ເຊົ້າ​. ອຸນຫະພູມ​ຕ່ຳ​ສຸດ 7-9 ອົງສາ ​ແລະ ສູງ​ສຸດ 22-24 ອົງສາ.

+ ພາກ​ໃຕ້: ມີ​ເມກ​ປົກ​ຄຸມ​ເປັນ​ບາງ​ສ່ວນ, ອາກາດ​​ເຢັນ ພ້ອມ​ມີ​ໝອກ​ບາງ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ. ອຸນຫະພູມ​ຕ່ຳ​ສຸດ 20-22 ອົງສາ ​ແລະ ສູງ​ສຸດ 30-32 ອົງສາ. ສ່ວນ​ວ່າ​ຢູ່​ເຂດ​ປາກ​ຊ່ອງ, ນິຄົມ 34: ອາກາດ​ຍັງ​ເຢັນ. ອຸນຫະພູມ​ຕ່ຳ​ສຸດ10-12 ອົງສາ ​ແລະ ສູງ​ສຸດ 24-26 ອງົສາ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...