Homeຂ່າວເຫດການເຈົ້າແຂວງບໍລິຄຳໄຊຕ້ອນຮັບທູດອັງກິດ ປະຈຳລາວ

ເຈົ້າແຂວງບໍລິຄຳໄຊຕ້ອນຮັບທູດອັງກິດ ປະຈຳລາວ

Published on

2-1

ທ່ານ ດຣ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ຕ້ອນຮັບທ່ານ ຮິວ ເອເວັນ ເອກອັກຄະລາຊະທູດ ຜູ້ມີອຳນາດເຕັມ ແຫ່ງປະເທດ ອັງກິດ ປະຈຳ ສປປ ລາວ ພ້ອມ ດ້ວຍຄະນະໄດ້ເດີນທາງ ມາຢ້ຽມຢາມແຂວງບໍລິຄຳໄຊ ເມື່ອບໍ່ດົນມານີ້ທີ່ຫ້ອງຮັບແຂກ ແຂວງ.
ໃນໂອກາດນີ້, ທ່ານເຈົ້າ ແຂວງ ໄດ້ແຈ້ງສະພາບການພັດທະ ນາເສດຖະກິດ-ສັງຄົມຂອງ ແຂວງຂະຫຍາຍຕົວຢ່າງຕໍ່ ເນື່ອງ ໃນລະດັບສະເລ່ຍ 8,9%ຕໍ່ປີ, ສະເລ່ຍໃສ່ຫົວຄົນ ໄດ້ 1.621 ໂດລາ, ການພັດ ທະນາຊົນນະບົດແກ້ໄຂຄວາມ ທຸກຍາກຂອງປະຊາຊົນໄດ້ມີ ບາດກ້າວຂະຫຍາຍຕົວ ແລະ ມີຜົນສຳເລັດຫຼາຍດ້ານ ໂດຍ ເຫັນໄດ້ການແກ້ໄຂຄວາມທຸກ ຍາກໄດ້ເຮັດຢ່າງຕັ້ງໜ້າ ແລະ ມີປະສິດທິພາບສູງ, ມາຮອດ ປະຈຸບັນມີຄອບຄົວພົ້ນທຸກ ກວມເອົາ 92,41% ແລະ ບ້ານພົ້ນທຸກກວມເອົາ 88,21%, ສ້າງບ້ານໃຫຍ່ໃນຊົນນະບົດ ເປັນຕົວເມືອງນ້ອຍຫຼາຍຂຶ້ນ ທຽບໃສ່ປີ 1984 ຄອບຄົວ ແລະ ບ້ານພົ້ນທຸກຍັງກວມອັດ ຕາສ່ວນໜ້ອຍ.
ທ່ານເອກອັກຄະລາຊະທູດໄດ້ກ່າວຂອບໃຈ ພ້ອມທີ່ຈະຊ່ວຍເຫຼືອບາງດ້ານເປັນຕົ້ນແມ່ນວຽກງານສຶກສາກໍຄືການຍົກລະດັບພາສາອັງກິດ ໃຫ້ແກ່ນັກສຶກສາເວົ້າລວມ, ເວົ້າສະເພາະ ກໍຄືແຂວງບໍລິຄຳໄຊ ໃຫ້ນັບມື້ນັບດີຂຶ້ນທັນກັບປະເທດອ້ອມຂ້າງ. ໃນເວ ລາດຽວກັນ ທ່ານເຈົ້າແຂວງ ກໍ ໄດ້ນຳພາຄະນະໄປຢ້ຽມຢາມ ເບິ່ງເຂດການຜະລິດກະສິກຳ ຂອງຊາວ ບ້ານປາກບຶງ ກຳລັງ ລົງປູກເຂົ້ານາແຊງ, ປູກພືດຊະ ນິດຕ່າງໆ, ການລ້ຽງປາດຸກ ພັນ ແລະ ສະຖານທີ່ການຜະລິດອື່ນໆຈຳນວນໜຶ່ງ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...