Homeຂ່າວເຫດການການນຳຂັ້ນສູງເຂົ້າຮ່ວມພິທີຊາປານະກິດສົບພຣະອາຈານ ດຣ. ມະຫາຜ່ອງ ສະມາເລີກ

ການນຳຂັ້ນສູງເຂົ້າຮ່ວມພິທີຊາປານະກິດສົບພຣະອາຈານ ດຣ. ມະຫາຜ່ອງ ສະມາເລີກ

Published on

mahaphong

ໃນຕອນ​ບ່າຍວັນທີ 20 ທັນວານີ້, ໄດ້​ມີ​ພິທີ​ເຄື່ອນ​ພຣະສົບຂອງ​ພຣະອາຈານດຣ. ມະຫາ​ຜ່ອງ​ສະມາ​ເລີກ ອະດີດ​ປະທານ​ສູນ​ກາງ​ອົງການ​ພຸດທະ​ສາດສະໜາ​ສໍາ​ພັນ​ລາວ​ອົງ​ທີ 4 ຈາກ​ວັດ​ມະຫາ​ວິຫານ​ອົງ​ຕື້, ​ເມືອງ​ຈັນທະ​ບູລີນະຄອນຫລວງ​ວຽງ​ຈັນ, ​ໄປ​ຊາ​ປານະ​ກິດ​ ຢູ່​ທີ່​ເດີ່ນ​ພະທາດ​ຫລວງ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​​ໃຫຍ່​ປະທານ​ປະ​ເທດ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ​ລັດຖະບານ, ສະພາ​ແຫ່ງ​ຊາດ, ສູນ​ກາງ​ແນວ​ລາ​ວສ້າງ​ຊາດ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ມວນ​ຊົນ​ຊາວ​ນະຄອນຫລວງ​ວຽງ​ຈັນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລວງ​ຫລາຍ. ​ໃນ​ຂະ​ບວນ​ເຄື່ອນ​ພຣະສົບ​ປະກອບ​ມີ: ຂະບວນຜູ້ຊົງຄຸນວຸດທິ, ຂະບວນສະຫລຽງພຣະມະຫາເຖຣະສູດຍອດມຸກ, ຂະບວນຈູງພຣະ ສົບມີພຣະສົງສາມະເນນ 400 ອົງ, ຂະບວນລົດພຣະສົບ,ຂະບວນດົນຕີພື້ນເມືອງລາວ, ຂະບວນມະຫາຊົນ

ເຂົ້າຮ່ວມ ພິທີອັງເຊີນ ແລະ ກໍາລັງຊາວໜຸ່ມຫລາຍກວ່າ 2 ພັນຄົນ ຍືນສອງຂ້າງທາງແຕ່ປະຕູໄຊຮອດເດີນທາດຫລວງ, ຫລັງ​ຈາກ​​ນັ້ນ ກໍ​ມີ​ພຣະສົງ​ສາມະ​ເນນ ​ແລະ ຍາດ​ໂຍມ​ເຂົ້າ​ວາງ​ດອກ​ໄມ້​ທູບ​ທຽນ​ ​ເມື່ອ​ມາ​ຮອດ​ເວລາ 21:00 ​ໂມງ ​ໄດ້​ມີ​ພິທີ​ຖວາຍ​ພຣະ​ເພີງ​ສົບ​ ​ແລະ ​ໃນ​ວັນ​ທີ 21 ທັນວາ 2015 ເວລາ 9:00 ໂມງແມ່ນຈະ​ມີພິທີເກັບດູກ, ຕອນຄໍ່າເວລາ18:00 ໂມງແມ່ນສູດໄຊຍະມຸງຄຸນ, ວັນທີ 23 ທັນວາ ຈະເປັນມື້ຕັ້ງກອງບຸນ, ສູດໄຊຍະ ມຸງຄຸນ ແລະ ວັນທີ 23ທັນວາ ເວລາ 7:00 ຈະມີ ພິທີຕັກບາດຖວາຍສັງຄະທານເລິກ ມຸງຄຸນພຣະສົງ 101 ອົງ.

ພະອາຈານໃຫຍ່ມະຫາຜ່ອງສະມາເລີກ ໄດ້ລະສັງຂານໃນວັນທີ 7 ຕຸລາ 2015 ທີ່​ວັດ​ອົງ​ຕື້​ມະຫາ​ວິຫານ ກໍໄດ້ມີບັນດາ​ອອກ​ຕົນ​ຍາດ​​ໂຍມທົ່ວ​ສາລະ​ທິດທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດຫລັ່ງ​ໄຫລກັນ​ເຂົ້າມາກາບສັກກາຣະ​ສາ​ຣິຣະສັງຂານພະອາຈານ​ໃຫຍ່ຢູ່​ວັດ​ອົງ​ຕື້ມະຫາ​ວິຫານ, ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ບູຊາ, ຄວາມ​ກະ​ຕັນ​ຍູ​ກະຕະ​ເວທີ, ຮູ້​ບຸນຄຸນ ​ແລະ ຄຸນງາມ​ຄວາມ​ດີຂອງ​ພະ​ອາຈານ​ໃຫຍ່, ໂດຍມີ​ພິທີບຳ​ເພັນ​ກຸສົນຢ່າງ​ຕໍ່​ເນື່ອງ, ​ມີ​ການ​ເຮັດບຸນ​ປະຈຳ​ວັນ​ເປັນ​ຕົ້ນ​ແມ່ນໃສ່​ບາດຖວາຍ​ສັງຂະທານ​, ​ສູດ​ພຣະອະພິທັມ, ຖວາຍ​ພັດ​ຕາ​ຫານ​ເພນ ​ແລະ ຮັບ​ຕ້ອນ​ການ​ເຂົ້າ​ສັກກາຣະ​ສາ​ຣິຣະສັງຂານຈາກ​ຄະນະພະສົງ ​ແລະ ອອກ​ຕົນຍາດ​​ໂຍມ,​ ສູດ​ພຣະ​ອະພິທັມ, ຟັງ​ເທສະໜາ, ຄາຣາວະຮັບ​ພອນ,ກິດຈະກຳ ສົນທະນາ​ທັມ ​ແລະ ອື່ນໆຕາມປະເພນີ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...