Homeຂ່າວການພັດທະນາກົດໝາຍວ່າດ້ວຍພະນັກງານ-ລັດຖະກອນຖືກຮັບຮອງຈາກສະພາ

ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນຖືກຮັບຮອງຈາກສະພາ

Published on

dumlud

​ວັນ​ທີ 18 ທັນວາ​ຜ່ານ​ມາ​ນີ້, ​ເຊິ່ງ​ເປັນ​ມື້​ທີ 10 ຂອງ​ວາລະ​ດຳ​ເນີນ​ກອງ​ປະຊຸມ​ສະ​​ໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII, ສະພາ​ໄດ້​ເຫັນ​ດີ​ຮັບ​​ຮອງ​ເອົາກົດໝາຍວ່າ​ດ້ວຍພະນັກງານ-ລັດຖະກອນ ດ້ວຍ​ສຽງ​ສ່ວນ​ຫລາຍຈາກ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​. ພາຍຫລັງທ່ານ ຄຳ​ໝັ້ນ ສູນ​ວິ​ເລີດ ​ໄດ້​ສະ​ເໜີ​ຕໍ່​ກອງ​ປະຊຸມ​ວ່າ: ຮ່າງ​ກົດໝາຍວ່າ​ດ້ວຍພະນັກງານ​-ລັດຖະກອນປະກອບ​ມີ: 9 ພາກ, 18 ໝວດ ​ແລະ 98 ມາດຕາ ​ເຊິ່ງມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ມີ​ການ​ສ້າງ​ຮ່າງ​ກົດໝາຍ​ດັ່ງກ່າວ ​ເພື່ອ​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ຕາມ​ແນວທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ໃຫ້​ມີ​ຜົນສຳ​ເລັດ​ຢ່າງ​ໜັກ​ແໜ້ນ, ຕໍ່​ເນື່ອງ ​ແລະຖືກຕ້ອງ​ທາງ​ດ້ານ​ການ​ເມືອງ, ​ເສ​ດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ວຽກ​ງານ​ການ​ຕ່າງປະ​ເທດ ທັງ​ນີ້ ກໍ​ເພື່ອ​ຫັນ​ລະບົບ​ການ​ຄຸ້ມ​ຄອງ​ພະນັກງານ-ລັດຖະກອນ ​ໃຫ້​ໄປ​ຕາມ​ກົນ​ໄກ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​

ເສດຖະກິດ-ສັງຄົມ ດ້ວຍ​ກົດໝາຍ ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VIII ​ແລະ IX ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໂດຍ​ສະ​ເພາະ ​ການຈັດ​ຕັ້ງ​ປະຕິບັດ 4 ​​ບຸກທະລຸ, ​ແຜນ​ແມ່​ບົດ​ກ່ຽວ​ກັບ​ການ​ສ້າງ​ລັດ​ປົກ​ຄອງ​ດ້ວຍ​ກົດໝາຍ​ຂອງ​ ສປປລາວ ​ແຕ່​ປີ 2010 ຮອດ​ປີ 2020 ທີ່​ລັດຖະບານ​ລາວ ​ໄດ້​ຮັບຮອງ​ເອົາ​ໃນ​ປີ 2009 ​ແລະ ​ເພື່ອ​ຈັດ​ຕັ້ງ​ປະຕິບັດຍຸດ​ທະ​ສາດ​ວຽກ​ງານ​ການ​ຄຸ້ມ​ຄອງ​ລັດຖະກອນ ຂອງລາວ ຮອດ​ປີ 2020 ຊຶ່ງປະກອບ​ມີ 9 ​ແຜນ​ງານ, ​ໃນ​ນັ້ນ ​ແຜນ​ງານ​ທີ1 ​ໄດ້​ກຳ​ນົດ​​​ເອົາ​ການ​ສ້າງ ​ແລະ ປັບປຸງ​ນິຕິ​ກຳ​ກ່ຽວ​ກັບ​ວຽກ​ງານ​ພະນັກງານ-ລັດຖະກອນ.

​ໃນ​ຂະນະ​ດຽວ​ກັນ ທ່ານ ດຣ. ​ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ຄຳ​ຖາມ​ເຈາະ​ຈີ້ມ​ ​ເພື່ອ​​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ຄຳຄິດ​ຄຳ​ເຫັນ​ຕໍ່​ຮ່າງ​ກົດໝາຍ​ດັ່ງກ່າວ, ​ເພື່ອ​ໃຫ້​ກົດໝາຍ​ສະບັບ​ປັບປຸງ​ນີ້ ​ມີ​ຄວາມ​ໜັກ​ແໜ້ນ, ສົມບູນ ​ແລະ ຄົບ​ຖ້ວນ, ​​ແນ​ໃສ່ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ-ລັດຖະກອນ ​ໃຫ້​ເປັນ​ຮູບ​ປະ​ທຳ​ຂຶ້ນ​ກວ່າ​​ເກົ່າ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...