spot_img
Homeຂ່າວຕ່າງປະເທດເກີດໄຟໄໝ້ປ່າ 100 ແຫ່ງພ້ອມກັນໃນແອັດສະປາຍ

ເກີດໄຟໄໝ້ປ່າ 100 ແຫ່ງພ້ອມກັນໃນແອັດສະປາຍ

Published on

400..photoblog900

ຂປລ.ຕາມຂ່າວ ຕ່າງປະເທດ, ວັນທີ 20 ທັນວາ 2015, ເກີດໄຟໄໝ້ປ່າ 100 ແຫ່ງ ພ້ອມກັນ ໃນພື້ນທີ່ ທາງຕາເວັນຕົກ ສຽງເໜືອຂອງ ແອັດສະປາຍ ເຮັດໃຫ້ ເຈົ້າໜ້າທີ່ ດັບເພີງ 230 ຄົນ ເລັ່ງອອກໄປ ສະກັດກັ້ນ ໄຟປ່າ ທີ່ພວມ ລຸກໄໝ້ ຢ່າງຮຸນແຮງ ໄດ້ສ້າງ ຄວາມເສຍຫາຍ ເປັນບໍລິເວນກວ້າງ ໂດຍສະເພາະ ເຮືອນຂອງ ປະຊາຊົນ 5 ຫລັງ ຢູ່ໃກ້ ບ່ອນເກີດເຫດ ຖືກໄຟໄໝ້ ຈົນໝົດ ແລະ ຖະໜົນ ສາຍຫລັກ ຖືກສັ່ງປິດ ການສັນຈອນ ຊົ່ວຄາວ ເນື່ອງຈາກ ມີຄວັນໄຟປ່າ ປົກຄຸມ ໜາແໜ້ນ ສ້າງຄວາມ ຫຍຸ້ງຍາກ ໃນການ ເດີນທາງ. ສຳລັບ ປີນີ້ ໄຟປ່າ ໄດ້ສ້າງ ຄວາມເສຍຫາຍ ພື້ນທີ່ ປ່າໄມ້ ແລະ ພື້ນທີ່ ຜະລິດ ກະສິກຳ 5.200 ກວ່າ​ເຮັກຕາ ເພີ່ມຂຶ້ນ ຈາກໄລຍະ ຜ່ານມາ ເກືອບ 2 ເທົ່າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...