spot_img
Homeຂ່າວເຫດການຖວາຍພະເພິງສົບພະອາຈານໃຫຍ່ ດຣ.ມະຫາຜ່ອງ ສະມາເລີກ

ຖວາຍພະເພິງສົບພະອາຈານໃຫຍ່ ດຣ.ມະຫາຜ່ອງ ສະມາເລີກ

Published on

Untitled-1 mahaphong 1

ຂປລ. ​​ໃນ​ວັນ​ທີ 20 ທັນວາ 2015 ນີ້, ​ໄດ້​ມີ​ພິທີຖວາຍ​ພະ​ເພິ​ງສົບ ພະອາຈານ​ໃຫຍ່ ດຣ. ມະຫາ​ຜ່ອງ ສະມາ​ເລີກ ອະ​ດີດປະທານ​ສູນ​ກາງ​ພະ​ພຸດທະ​ສາສະໜາສຳພັນ​ລາວ  ​ຢູ່​ເດີນ​ພະທາດ​ຫລວງ​ນະຄອນຫລວວງວຽງຈັນ,​ໂດຍ​​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ມີບັນດາ​ການ​ນຳ ​ພັກ-​ລັດ, ລັດຖະມົນ​ຕີ​ວ່າການ, ຊ່ວຍ​ວ່າການ, ຕາງໜ້າ​ປະ​ມຸກ​ສົງຈາກບັນດາ​ປະ​ເທດ​ອ້ອມ​ຂ້າງ ​ແລະ ມວນ​ຊົນ​ເຂົ້າ​ຮ່ວມ. ພາຍຫລັງສຳ​ເລັດການຖວາຍ​ພະ​ເພິ​ງສົບພະອາຈານ​ໃຫຍ່ ດຣ. ມະຫາ​ຜ່ອງ ສະມາ​ເລີກ, ​ໃນຕອນ​ເຊົ້າວັນ​ທີ 21 ທັນ ວາ 2015 ຈະ​ມີ​ພິທີ​ເກັບ​ດູກ ແລະ ​ສູດ​ໄຊ​ຍະ​ມຸງຄຸນ ສຳລັບວັນທີ 22 ​ເປັນ​ມື້​ຫ້າງຫາ​ກະກຽມ​ຕັ້ງ​ກອງ​ບຸນ, ​ຕັກບາດຖວາຍ​ສັງຄະ​ທານ​ເລີກ​ມົງຄຸນ​ພະສົງ 101 ອົງ.

ພະອາຈານໃຫຍ່ ດຣ. ມະຫາຜ່ອງ ສະມາເລີກ ເກີດເມື່ອ ປີ 1915 ທີ່ບ້ານກຸງນ້ອຍ ເມືອງຕຣະການພືດຜົນ ແຂວງອຸບົນຣາຊະທານີປະເທດໄທ ເມື່ອອາຍຸໄດ້ 15 ປີ ​ໄດ້​​ບວດ​ເປັນ​ສຳມະ​​​ເນນ ຢູ່​ວັດ​ກຸງ​ນ້ອຍ​ ບ້ານ​ເກີດ​ຂອງ​​ເພີ່ນເອງ, ພໍ​ອາຍຸ​ຄົບ 20 ປີ ​ໄດ້​ຮັບ​ການປະສົມ​ບົດ​ເປັນ​ພິກຂຸ ຫລັງ​ຈາກ​ນັ້ນ​ໄດ້​ໄປ​ສຶກສາ​ຄົ້ນຄວ້າ​ ກ່ຽວ​ກັບ​ພຸດ​ທະ​ສາ​ສະໜາ​ນັກທຳ, ບາ​ລີ​ ຈົນ​ມີ​ຄວາມ​ຊ່ຽວຊານ ​ແລະ ​ໄດ້​ເປັນ​ຄູ​ສອນ​ ກ່ຽວ​ກັບ​ຫລັກ​ທຳ​ທາງ​ພຸດທະ​ສາສະໜາ ​ແລະ ບາລີ ຢູ່​ກຸງ​ເທບ​ມະຫາ​ນະຄອນ ປະ​ເທດ​ໄທ, ​ໃນ​ຊຸມ​ປີ 1946 ພະອາ​ຈານ ​ໄດ້​ສະໜັບສະໜູນ ​ແລະ ​ເຂົ້າ​ຮ່ວມ​ຂະ​ບວນການ​ຕໍ່ສູ້​ກູ້​ຊາດ ​ເພື່ອ​ສັນຕິພາບ ​ແລະ ​ເອກະລາດ​ຂອງ​ລາວ. ມາ​ຮອດ​ປີ  1952 ​ໄດ້​ເດີນທາງ​ຈາກ​ປະ​ເທດ​ໄທ ມາ​ຢູ່​ວັດ​ຫລວງ​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ ສປປ ລາວ. ຫລັງ​ຈາກ​ນັ້ນ ​ໃນ​ຊຸມ​ປີ 1955 ​ໄດ້​ຖືກຊັບຊ້ອນ​ຂຶ້ນ​ມາ​ປະຈຳ​ຢູ່ ນະຄອນຫລວງ​ວຽງຈັນ ​ໃນ​ຖານະ​ເປັນ​ຄູ​ສອນ​ຢູ່​ສະ​ຖາ​ບັນ​ສຶກສາ​ພຸດທະ​ສາສະໜາ​ອົງ​ຕື້ ​ແລະ ​ເປັນ​ເລຂາ​ທິການ​ ກຳມາ​ທິການ​ປົກຄອງ​ສົງ​ທົ່ວ​ປະ​ເທດ, ​ໃນ​ປີ 1956 ໄດ້ໄປເປັນເຈົ້າເມືອງ ໂພນ ທອງ ​ແຂວງ​ຈຳປາ​ສັກ ​ແລະ ດຳ​ລົງຕໍາແໜ່ງ ເປັນປະທານ ອົງການພຸດທະສາສະໜາສໍາພັນລາວ (ອ.ພ.ສ) ຢູ່ແຂວງຈໍາປະສັກ ​ແລະ ຍ້າຍຈາກ ອ.ພ.ສ. ແຂວງຈໍາປາສັກ ໄປດໍາລົງຕໍາແໜ່ງ ​ເປັນຮອງປະທານ ອົງການພຸດທະສາສະໜາສໍາພັນລາວ ຢູ່​ນະຄອນ ຫລວງວຽງຈັນ.

ມາ​ຮອດ​ປີ 2010 ​ໄດ້​ລົງ​ຕຳ​ແໜ່​ງ​ເປັນ​ປະທານ​ສູນ​ກາງ ​ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ ແລະ ​ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃນອົງການພຸດທະສາສະໜາສຳພັນລາວ ຈົນເຖິງລະ​ສັງຂານ ​ໃນ​ວັນ​ທີ 7 ຕຸລາ 2015 ລວມອາຍຸໄດ້ 101 ປີ 81 ພັນສາ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...