Homeຂ່າວເຫດການສະຫາຍ ບໍ່ແສງຄຳ ວົງດາລາ ຖືກເລືອກເປັນ ເລຂາຄະນະພັກກະຊວງ ຖວທ ອີກສະໄໝ!

ສະຫາຍ ບໍ່ແສງຄຳ ວົງດາລາ ຖືກເລືອກເປັນ ເລຂາຄະນະພັກກະຊວງ ຖວທ ອີກສະໄໝ!

Published on

ABC_4638 18.12.15.3

ຂປລ. ສະຫາຍ ສຈ.ດຣ ບໍ່ແສງຄຳ ວົງດາລາ ໄດ້ຖືກເລືອກເປັນເລຂາຄະນະພັກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)ອີກສະໄໝ ຈາກການລົງມະຕິເຫັນດີ ໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ຖວທ ໃນວັນທີ 18 ທັນວາ 2015 ຢູ່ນະຄອນຫລວງວຽງຈັນ ຈາກຕົວແທນສະມາຊິກພັກ ທີ່ເຂົ້າຮ່ວມທັງໝົດ 187 ສະຫາຍ, ຍິງ 44 ສະຫາຍ. ຂະນະດຽວກັນ ສະຫາຍ ບົວເງິນ ຊາພູວົງ ຖືກເລືອກເປັນຮອງເລຂາຄະນະພັກ ກະຊວງ ຖວທ, ສະຫາຍນາງ ສຸພາລັກ ທິລະວົງ ຖືກເລືອກເປັນ ປະທານກວດກາພັກກະຊວງ ຖວທ, ສະຫາຍ ບົວມະນີ ໄຊທິລາ ເປັນຮອງ ປະທານກວດກາ ແລະ ສະຫາຍ ຄຳສອນ ພົມມະບຸດ ເປັນຮອງປະທານກວດກາ.

ABC_4638 18.12.15.1

ໂອກາດນີ້ ສະຫາຍ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ຄະນະພັກກະຊວງ ຖວທ ເສີມຂະຫຍາຍມູນເຊື້ອ ແລະ ໝາກຜົນທີ່ບັນລຸໄດ້ ໃນໄລຍະ 5 ປີ ຜ່ານມາ, ຕ້ອງກຳແໜ້ນທ່າອ່ຽງລວມ ຂອງການຜັນແປຂອງສະພາບແວດລ້ອມສາກົນ ແລະ ພາກພື້ນ, ຕ້ອງຮູ້ຈັກນຳໃຊ້ດ້ານທີ່ເປັນກາລະໂອກາດ ແລະ ຈຳກັດດ້ານທີ່ເປັນສິ່ງທ້າທາຍໃຫ້ທັນການ, ໃນຊຸມປີຕໍ່ ໜ້ານີ້ສະພາບການສາກົນ ຍັງຈະສືບຕໍ່ຜັນແປຢ່າງສະຫລັບຊັບຊ້ອນ, ມີຫລາຍອັນກໍຄາດຄະເນລ່ວງໜ້າ ໄດ້ຍາກເຊັ່ນດຽວກັນ ການເຊື່ອມໂຍງການເພີ່ມທະວີການຮ່ວມມື ທາງດ້ານເສດຖະກິດ–ວັດທະນະທຳ, ສັງຄົມກັບປະເທດຕ່າງໆ ຍິ່ງຈະເພີ່ມ ທະວີຄູນຂຶ້ນ ອັນໄດ້ກາຍເປັນການເລັ່ງທ່ວງອັນໃໝ່ ໃຫ້ພວກເຮົາໃນການປັບປຸງ ແລະ ກໍ່ສ້າງພັກໃຫ້ເຂັ້ມແຂງຮອບດ້ານ ທາງດ້ານການເມືອງ – ແນວຄິດ, ການຈັດຕັ້ງ ແລະ ແບບແຜນ ວິທີນຳພາຂອງພັກ ເພື່ອປັບຕົວເຂົ້າກັບ ສະພາບແວດລ້ອມ ອັນໃໝ່.

ສະຫາຍ ດຣ. ພັນຄຳ ວິພາວັນ ກ່າວຕື່ມວ່າ: ວຽກງານ ຖວທ ແມ່ນວຽກງານການເມືອງແນວຄິດ ເປັນໜ້າທີ່ຕົ້ນຕໍ ຂອງພະນັກງານຂົງເຂດ ຖວທ ກໍແມ່ນເຮັດວຽກງານ ການເມືອງແນວຄິດສະນັ້ນຄະນະພັກຕ້ອງຊີ້ນຳນຳພາຈັດຕັ້ງຄົ້ນ ຄວ້າເຊື່ອມຊື່ມມະຕິກອງປະຊຸມພັກໃຫ້ເລິກເຊິ່ງທົ່ວເຖິງ ໂດຍສະເພາະ ແມ່ນມະຕິກ່ຽວກັບວຽກງານ ຖວທ ໃນໄລຍະໃໝ່ເພີ່ມທະວີເຊີດຊູບົດບາດ ຄວາມສາມາດນຳພາຂອງອົງຄະນະພັກ ແລະ ຄວາມສາມາດໃນການຄຸ້ມຄອງລັດຕໍ່ການເຄື່ອນ ໄຫວຂອງວຽກງານ ຖວທ ປຸກລະດົມທົ່ວສັງຄົມເຂົ້າໃນວຽກງານ ຖວທ ໃຫ້ກວ້າງຂວາງ ແລະ ມີປະສິດທິພາບສູງກວ່າເກົ່າ. ເຊິ່ງຈຳ ເປັນຕ້ອງຊີ້ນຳໆພາໃຫ້ວຽກງານ ຖວທ ກາຍເປັນເຄື່ອງມືອັນແຫລມຄົມຂອງພັກ ແລະ ວ່ອງໄວທັນການມີລັກ ສະນະສຶກສາອົບຮົມ, ກໍ່ສ້າງ, ລັກສະນະຕໍ່ສູ້–ສະກັດກັ້ນ ແລະ ລັກສະນະແນະນຳການຈັດຕັ້ງ ປະຕິບັດໃຫ້ປະກົດຜົນເປັນຈິ່ງຂຶ້ນກວ່າເກົ່າ, ເອົາໃຈໃສ່ຊີ້ນຳວຽກງານຖະແຫລງຂ່າວ ໃຫ້ມີປະສິດຕິຜົນ ເພີ່ມປະລິມານ ແລະ ຄຸນນະພາບຂອງສື່ ໃຫ້ຫລາກຫລາຍ,ອຸດົມສົມບູນ,ປັບປຸງໃຫ້ມີກົນໄກວິທີການ ແລະ ເງື່ອນໄຂເພື່ອນຳເອົາໜັງສືພິມລົງສູ່ຮາກຖານ ໃນທົ່ວປະເທດໃຫ້ວ່ອງໄວກວ່າເກົ່າ ໂດຍສະເພາະ 51 ຕົວເມືອງທົດລອງວຽກງານ 3 ສ້າງ, ປັບປຸງເນື້ອໃນ ແລະ ຮູບແບບຂອງສື່ໃຫ້ມີ ຫລາຍຮູບຫລາຍສີ ແລະ ມີຄຸນນະພາບ ຮັບໃຊ້ຄວາມຕ້ອງການ ຂອງພັກ–ລັດ ແລະ ປະຊາຊົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...