spot_img
Homeມຸມຂ່າວ AECຟອນ​ເທຍຣາເອີ້ນ​ຄືນ​ສິນຄ້າ ​ຫລັງ​ຈາ​ກກວດພົບ​ເຊື້ອ​ທີ່ພາ​ໃຫ້​ອາຫານ​ເປັນ​ພິດ

ຟອນ​ເທຍຣາເອີ້ນ​ຄືນ​ສິນຄ້າ ​ຫລັງ​ຈາ​ກກວດພົບ​ເຊື້ອ​ທີ່ພາ​ໃຫ້​ອາຫານ​ເປັນ​ພິດ

Published on

ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 14​ ມັງກອນ, ຟອນ​ເທຍຣາ “Fonterra“ ຜູ້​ຜະລິດ​ນົມ​ຂະໜາດ​ໃຫຍ່​ຂອງນິວຊີແລນ ທີ່ກວມຕະຫລາດນົມ ສົ່ງອອກເຖິງ 1/3 ຂອງໂລກ ໄດ້ເອີ້ນຄືນສິນຄ້າ “ປະເພດຄີມສົດ“ ຈຳນວນເກືອບ 9 ພັນແກ້ວ ຫລັງຈາກ ກວດພົບການປົນ​ເປື້ອນ​ເຊື້ອ​ອີ​ໂຄ​ໄລ ທີ່​ເຮັດ​ໃຫ້​ເກີດ​ອາການ​ຖອກທ້ອງ ຖືເປັນ​ຄັ້ງທຳ​ອິດ​ໃນ​ຮອບ 18 ປີ ທີ່​ຜະລິດ​ຕະພັນ​ຂອງຟອນ​ເທຍຣາ ຖືກ​ກວດ​ພົບ​ເຊື້ອ​ດັ່ງກ່າວທີ່ເປັນ​ແບ​ດທີ​ເຣຍ ​ເຊິ່ງ​ພົບ​​ໃນ​ອາຈົມ​ຂອງ​ມະນຸດ​,​ ສັດ ອັນ​ຈະ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ​ເກີດ​ການ​ຕິດ​ເຊື້ອ ​ແລະ ມີ​ອາການ​ຄ້າຍຄື​ອາຫານເປັນ​ພິດ. ຂະນະ​ດຽວ​ກັນ ​ເມື່ອ​ປີ 2008 ຜ່ານ​ມາ, ບໍລິສັດ​ນົມ​ໃນ​ຈີນ ​ເຊິ່ງ​ຟອນ​ເທຍຣາ ຖື​ຮຸ້ນ​ຢູ່​ບາງ​ສ່ວນ ໄດ້ກວດ​ພົບ​ສານ​ເມລາ​ມິນ ໃນ​ນົມ​ສຳ​ລັບ​ເດັກ​ ອັນ​ເຮ​ັດ​ໃຫ້​ມີ​ເດັກ​ຊາວ​ຈີນ ເສຍ​ຊີວິດ​ໄປ 6​ ຄົນ ​ແລະ​ ເຈັບ​​ປາວ​ຍ​ອີກ 3 ​ແສນ​ຄົນ.
ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ຂອງ Fonterra ແຈ້ງວ່າ: ສາ​ເຫດ​ຂອງ​ການ​ປົນ​ເປື້ອນ​ເຊື້ອອີ​ໂຄ​ໄລນີ້ ບໍ່​ໄດ້ເກີດ​ຈາກ​ນົມງົວ​ທີ່​ຜະລິດ​ໃນ​ຟາ​ມ ​ແລະ ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເປັນ​ການ​ເຮັດ​ໂດຍ​ເຈຕະນາ, ສຳລັບ ​ຜະລິດ​ຕະພັນ​ທີ່​ຖືກ​ເອີ້ນ​ຄືນ​ນີ້ ລວມມີ​ຄີມ​ສົດ​ຍີ່​ຫຍໍ້ “Anchor “ ​ແລະ “ Pams “ ທີ່​ວາງ​ຂາຍ​ເທິງ​ເກາະ​​ເໜືອ​ຂອງ​ນິວຊີ​ແລນ ​ທີ່ເຮັດ​ໃຫ້ Fonterra ສູນ​ເສຍ​ລາຍ​ຮັບ​ຈຳນວນ 300 ລ້ານ​ເອີ​ໂຣ.

ທີ່ມາ http://www.kpl.net.la/lao/world/world1.htm

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...