spot_img
Homeຂ່າວພາຍ​ໃນສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ຫວນ​ຄືນ​ມູນ​ເຊື້ອ ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ​ຄົບຮອບ 65 ປີ

ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ຫວນ​ຄືນ​ມູນ​ເຊື້ອ ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ​ຄົບຮອບ 65 ປີ

Published on

 ສູນ​ກາງ​ຊາວ​ໜຸ່ມ​ ປະຊາຊົນ ​ປະຕິວັດ​ລາວ (ຊປປລ)  ​ໄດ້​ຈັດ​ພິທີ​ເລົ່າ​ມູນ​ເຊື້ອວັນ​ສ້າງຕັ້ງກອງທັບ​ຄົບຮອບ 65 ປີ (20/01/1949-20/01/2014) ຂຶ້ນ​ໃນ​ວັນ​ທີ 14 ມັງກອນ 2014 ຢູ່​ທີ່​ຫໍ​ວັດທະນະ​ທຳ​ແຫ່ງ​ຊາດ​, ໃຫ້​ກຽດ​ເລົ່າ​ມູນ​ເຊື້ອ​ໂດຍ​ທ່ານ ພົນ​ເອກ ສີສະ​ຫວາດ ​ແກ້ວ​ບຸນ​ພັນ ອະ​ດີດ​ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ອະ​ດີດ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີ​ທ່ານ ດຣ ວິ​ໄລ​ວົງ ບຸດ​ດາ​ຄຳ ​ເລຂາ​ຄະນະ​ບໍລິຫານ​ງານ​ ຊປປລ, ມີ​ບັນດາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ຊປປລ ແລະ ​ເລ​ຂາ, ຮອງ​ເລຂາ​ ​ແລະ ສະມາຊິກ​ຊາວ​ໜຸ່ມ​ປະຊາຊົນ​ ປະຕິວັດ​ລາວ​ ຈາກ​ບັນດາ​ກະຊວງ​ຕ່າງໆ ​ເຂົ້າ​ຮ່ວມ.

ໃນ​ໂອກາດ​ນີ້ ທ່ານ ພົນ​ເອກ ສີສະ​ຫວາດ ​ແກ້ວ​ບຸນ​ພັນ  ​ໄດ້​ຍົກ​ໃຫ້​ເຫັນ​​ການ​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວຂອງ​ກອງທັບ​ປະຊາຊົນ​ລາວ ​​ເຊັ່ນ: ການ​ກຳ​ເນີ​ດ​ເກີດ​ຂຶ້ນຂອງ​ກອງ​ລາດ​ຊະ​ວົງ ​ເຊິ່ງໄດ້​ສ້າງຕັ້ງຂຶ້ນ​ໃນ​ວັນ​ທີ 20 ມັງກອນ 1949  ຢູ່​ເຂດ​ລາວ​ຮຸ່ງ​ພຽງ​ສາ ​​ເມືອງ​ຊຽງ​ຄໍ້ ​ແຂວງ​ຫົວພັນ ​ໂດຍ​ແມ່ນ​ທ່ານ ​ໄກສອນ ພົມວິຫານ​ ເປັນ​ຜູ້​ບັນຊາ​ການ​​ໂດຍ​ກົງ ​ເຊິ່ງ​ໃນ​ເວລາ​ນັ້ນ​ເອີ້ນວ່າ: ກອງທັບ​ລາວ​ອິດສະຫລະ ​ໂດຍ​ພາຍ​ໃຕ້​ການ​ຊີ້ນຳ-ນຳພາ​ຂອງ​ ພັກ ​ທີ່​ມີ​ແນວທາງ​ການເມືອງ, ການທະຫານອັນຖືກຕ້ອງ ແລະ ປະດິດສ້າງຂອງກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນຍາດ ເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ກອງທັບ​ປະຊາຊົນ​ລາວ ໄດ້​ສາມັກຄີ​ກັບ​ກອງທັບ​ປະຊາຊົນ​ ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ ​ແລ​ະ ບັນດາ​ ປະ​ເທດ​ເພື່ອນ​ມິດ​ທີ່​ກ້າວໜ້າ​ໃນ​ໂລກ ໂດຍ​ສະ​ເພາະ​ແມ່ນ​ຄວາມ​ສາມັກຄີ​ ຮ່ວມ​ສຳພັນ​ສູ້​ຮົບ​ກັບ​ກອງທັບ ​ແລະ ປະຊາຊົນອ້າຍ​ນ້ອງຫວຽດນາມ. ພ້ອມ​ນີ້, ທ່ານ ພົນເອກ ສີສະ​ຫວາດ​ ແກ້ວ​ບຸນ​ພັນ ຍັງ​ໄດ້​ຍົກ​ໃຫ້​ເຫັນ​​ໄຊຊະນະບັ້ນຮົບ​ປົດ​ປ່ອຍ​ຕ່າງໆ​ ທີ່​ເປັນ​ບັ້ນຮົບ​ທົດ​ສອບ​ເພື່ອ​ໃຫ້​ເຫັນ​ແຈ້ງ​ກ່ຽວ​ ກັບ​ຄວາມ​ສາມາດຂອງກອງທັບປະຊາຊົນລາວ ໃນການຕີເອົາຊະນະຕ້ານ​ກັບຈັກກະພັດ​ຜູ້​ຮຸກ​ຮານໃນສະໜາມຮົບຢູ່ປະເທດເຮົາ ແລະ ບັນດາສະໜາມຮົບຢູ່ ອິນດູຈີນ.

ທີ່ມາ http://www.kpl.net.la/lao/news/dnl%203.htm

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...