HomeມູມໄອທີລາວZTE ເປີດໂຕ Axon MAX ສະມາດໂຟນໜ້າຈໍ 6 ນິ້ວ

ZTE ເປີດໂຕ Axon MAX ສະມາດໂຟນໜ້າຈໍ 6 ນິ້ວ

Published on

image

ZTE ໄດ້ປະກາດເປີດໂຕສະມາດໂຟນສານຕໍ່ຕະກຸນ Axon ນັ້ນກໍຄື Axon MAX ເຊິ່ງເປັນສະມາດໂຟນລະດັບສູງທີ່ເບິ່ງແລ້ວມີຄວາມຫຼູຫຼາບໍ່ເບົາເລີຍ ອີກຢ່າງ Axon MAX ເປັນສະມາດໂຟນລຸ້ນທຳອິດໃນຕະກຸນ Axon ທີ່ໃຊ້ຈໍຂະໜາດ 6 ນິ້ວ ກ່ອນໜ້ານີ້ກໍມີ Axon Elite, Axon Lux ແລະ Axon Pro  ທີ່ໃຊ້ຈໍຂະໜາດ 5.5 ນິ້ວ ແລະ ລຸ້ນ Axon mini ໃຊ້ຈໍ 5.2 ນິ້ວ.

ສຳລັບສະເປັກຂອງ Axon MAX ມີດັ່ງນີ້:
– ໃຊ້ງານໄດ້ 2 ຊິມ
– ໃຊ້ງານຈໍ AMOLED ຂະໜາດ 6 ນິ້ວ ຄວາມລະອຽດ Full HD
– ໃຊ້ງານໜ່ວຍປະມວນຜົນລະດັບກາງລຸ້ນໃໝ່ Snapdragon 617
– RAM 3 GB
– ROM 32 GB ສາມາດເພີ່ມ MicroSD ໄດ້ (ໃສ່ໃນຖາດຊິມ 2 ເຊິ່ງຕ້ອງເລືອກວ່າຈະໃຊ້ງານ SIM ຫຼື MicroSD)
– ກ້ອງຫຼັງ 16 ລ້ານພິກເຊວ
– ກ້ອງໜ້າ 13 ລ້ານພິກເຊວ
– ໃຫ້ແບັດເຕີຣີມາເຖິງ 4140 mAh ອີກທັງຍັງຮອງຮັບມາດຕະຖານ Quick Charge 2.0 ສາມາດສາກແບັດຈາກ 0% ຫາ 60% ໄດ້ພຽງແຕ່ 30 ນາທີເທົ່ານັ້ນ
– ໃຊ້ພອຣດ USB type-C
– ໃຊ້ລະບົບສຽງ AK4961 24-bit ADC
– ໃຊ້ງານລະບົບສະແກນລາຍນິ້ວມືທີ່ດ້ານຫຼັງໂຕເຄື່ອງ

ສຳລັບລາຄາເປີດໂຕຢ່າງເປັນທາງການແມ່ນ 2,799 ຢວນ ( 3.820.000 ກີບ ) ແລະຕອນນີ້ມີພຽງແຕ່ສີທອງເທົ່ານັ້ນ ແລະຈະເລີ່ມຂາຍທີ່ປະເທດຈີນໃນທ້າຍເດືອນນີ້ ສ່ວນການນຳອອກມາຂາຍນອກປະເທດຈີນນັ້ນຍັງບໍ່ມີການປະກາດອອກມາເທື່ອ.

image

  ທ້າຍນີ້ ທາງບໍລິສັດ ZTE ຍັງໄດ້ເປີດໂຕ “Global VIP Passport” ສຳລັັບບໍລິການຫຼັງການຂາຍອີກນຳ. (ລາຍລະອຽດເພີ່ມຕື່ມສາມາດເຂົ້າໄປອ່ານທີ່ທ້າຍຂ່າວຕົ້ນທາງ)

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...