Homeຂ່າວການພັດທະນາເຈົ້າຄອງ ນ.ວ ນຳທີມປ່ອຍປາລົງບຶງທາດຫລວງ ເພື່ອສ້າງຄວາມອຸດົມສົມບູນ ໃຫ້ແກ່ໜອງນ້ຳ!

ເຈົ້າຄອງ ນ.ວ ນຳທີມປ່ອຍປາລົງບຶງທາດຫລວງ ເພື່ອສ້າງຄວາມອຸດົມສົມບູນ ໃຫ້ແກ່ໜອງນ້ຳ!

Published on

973318977d7a34707454619ce8229c29

ວັນ​ທີ 16 ທັນວາ 2015 ທີ່ເຂດ​ເສດຖະກິດ​ສະເພາະ​ບຶງ​ທາດຫຼວງ ນະຄອນຫຼວງ​ວຽງ​ຈັນ ໄດ້ມີ​ຂະ​ບວນ​ການ​ປ່ອຍ​ປາ​ລົງ​ສູ່ໜອງ​ນ້ຳ​ທຳ​ມະ​ຊາດ ໂດຍ​ການເຂົ້າ​ຮ່ວມ​ຂອງ​ທ່ານ ​ດຣ. ສິນ​ລະວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທັງ​ເປັນ​ຄະນະ​ກຳມະ​ການ​ແຫ່ງ​ຊາດ​ລາວ ເພື່ອ​ຄຸ້ມຄອງ​ເຂດ​ເສດຖະກິດ​ພິເສດ ແລະ ເຂດ​ເສດຖະກິດ​ສະເພາະ (​ຄຂພສ) ທ່ານ​ນາງ ບົວ​ທາ ຂັດຕິ​ຍະ ລັດຖະມົນຕີ​ຊ່ວຍ ຮອງ​ປະທານຫົວໜ້າ​ກອງ​ເລຂາ (​ຄຂພສ) ພ້ອມ​ດ້ວຍ​ບັນດາ​ລັດຖະ​ມົນຕີ ຕະຫຼອດ​ຮອດ​ພາກສ່ວນກ່ຽວຂ້ອງ.

ການ​ສ້າງ​ຂະ​ບວນ​ການ​ໃນຄັ້ງ​ນີ້ ​ເພື່ອ​ສະເຫຼີມສະຫຼອງ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ ເປັນຕົ້ນ ວັນສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ວັນ​ສ້າງຕັ້ງ​ພັກ​ປະຊາ​ຊົນ​ປະຕິວັດ​ລາວ ຄົບຮອບ 60 ປີ ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ ພ້ອມ​ກັນ​ນັ້ນ ເພື່ອ​ເປັນ​ການສ້າງ​ຄວາມ​ອຸດົມສົມບູນ​ທາງນ້ຳ ໃຫ້​ແກ່​ໜອງ​ນ້ຳ​ໃຫຍ່​ໃນ​ກາງ​ບຶງທາດຫຼວງ ທີ່​ມີ​ຄວາມ​ຍາວ 50 ເຮັກຕາ ເລິກ 7 ແມັດ ແລະ ບັນດາ​ຄອງ​ນ້ຳ​ອ້ອມ​ຮອບ​ເຂດເສດຖະກິດ​ສະເພາະ​ບຶງ​ທາດຫຼວງ ໃຫ້​ກາຍເປັນ​ສະຖານທີ່​ທ່ອງ​ທ່ຽວ ພັກຜ່ອນ​ຂອງ​ຊາວ​ນະຄອນຫຼວງວຽງ​ຈັນ ນັກ​ທ່ອງ​ທ່ຽວ​ທັງ​ພາຍໃນ ແລະ ຕ່າງປະເທດ ເຊິ່ງ​ປາ​ທີ່ໄດ້​ນຳ​ເອົາ​ມາ​ປ່ອຍ​ໃນ​ຄັ້ງ​ນີ້​ແມ່ນປາ​ກິນ​ຫຍ້າ ປາ​ເກັດ​ແລບ ຈຳນວນ 1.000 ກິ​ໂລ ທີ່​ມີ​ນ້ຳໜັກປະມານ​ໂຕລະ 1 ກິ​ໂລ ແລະ ຈະສືບຕໍ່​ໄປ​ປ່ອຍ​ເລື້ອຍໆ ເຊິ່ງ​ຄາດວ່າ​ຈະ​ຫຼາຍ​ກວ່າ 10.000 ກິ​ໂລ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...