Homeຂ່າວຕ່າງປະເທດອົງການ UNICEF ລະບຸ ມີເດັກນ້ອຍຊາວອາຟຣິກາ ເສຍຊີວິດ 500 ຄົນຕໍ່ມື້ ຍ້ອນຂາດແຄນນ້ຳສະອາດ!

ອົງການ UNICEF ລະບຸ ມີເດັກນ້ອຍຊາວອາຟຣິກາ ເສຍຊີວິດ 500 ຄົນຕໍ່ມື້ ຍ້ອນຂາດແຄນນ້ຳສະອາດ!

Published on

Internally displaced children queue for food supplies at the Badbado refugee camp in the south of capital Mogadishu

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນວັນທີ 16 ທັນວາຜ່ານມານີ້ ອົງການອຸຍນີເຊບ ຫລື UNICEF ໄດ້ອອກມາລະບຸວ່າ ໃນແຕ່ລະມື້ ມີເດັກນ້ອຍປະມານ 500 ຄົນ ຕ້ອງເສຍຊີວິດ ໃນບັນດາປະເທດອາຟຣິກາ ທີ່ຢູ່ພາກໃຕ້ຂອງທະເລຊາຍຊາຮາລາ ເນື່ອງຈາກການຂາດແຄນນ້ຳສະອາດ ແລະ ສຸຂະອະນາໄມທີ່ດີ ພ້ອມທັງລະບຸວ່າ ກຸ່ມປະເທດເຫລົ່ານີ້ ຊຶ່ງກະຈາຍຢູ່ທາງພາກຕາເວັນຕົກ ແລະ ພາກກາງຂອງທະວີບອາຟຣິກາ ຈຳເປັນຈະຕ້ອງໄດ້ຮັບເງິນຊ່ວຍເຫລືອ ປະມານ 30 ຕື້ໂດລາຕໍ່ປີ ເພື່ອແກ້ໄຂບັນຫາດັ່ງກ່າວ ຢ່າງເປັນລະບົບ.

ທ່ານ ມານູເອວ ຟົງແຕັງ ຜູ່ອຳນວຍການ ອົງການອຸຍນີເຊບ ປະຈຳພາກພື້ນອາຟຣິກາຕາເວັນຕົກ ແລະ ອາຟຣິກາກາງ ໄດ້ກ່າວວ່າ ບັນຫານີ້ ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ແລະ ຈຳເປັນຕ້ອງອາໄສການຮ່ວມມື ຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ປະເທດເຫລົ່ານີ້ ໄດ້ເຂົ້າເຖິງລະບົບສຸຂະອະນາໄມ ທີ່ເປັນມາດຕະຖານສາກົນ ແລະ ໄດ້ເຂົ້າເຖິງນ້ຳສະອາດຢ່າງທົ່ວເຖິງ ພາຍໃນປີ 2030 ຕາມເປົ້າໝາຍ ດ້ານການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...