Homeຂ່າວເຫດການກອງປະຊຸມໃຫຍ່ ຄັ້ງທີ VII ຂອງທະນາຍຄວາມທົ່ວປະເທດ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງທະນາຍຄວາມທົ່ວປະເທດ

Published on

5-1

ກອງປະຊຸມໃຫຍ່ ຄັ້ງ ທີ VII ຂອງທະນາຍຄວາມທົ່ວ ປະເທດ ໄດ້ຈັດຂຶ້ນໃນວັນທີ 15-16 ທັນວານີ້ ທີ່ຫ້ອງປະ ຊຸມໄອເຕັກ ຊັ້ນ 2 ໂດຍການ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກ ເລຂາຄະ ນະພັກ ລັດຖະມົນຕີວ່າການກະຊວງຍຸຕິທຳ, ມີບັນດາແຂກຖືກເຊີນ ພ້ອມດ້ວຍບັນດາປະທານ-ຮອງປະທານ ຕະຫຼອດຮອດສະມາຊິກທະນາຍຄວາມ ທີ່ມາຈາກທົ່ວປະເທດເຂົ້າຮ່ວມ 200 ກວ່າທ່ານ.
ກອງປະຊຸມທະນາຍ ຄວາມທົ່ວປະເທດ ໄດ້ດຳເນີນ ມາເປັນເວລາສອງວັນ ຊຶ່ງກອງ ປະຊຸມໄດ້ຜ່ານບົດລາຍງານ ການເຄື່ອນໄຫວວຽກງານຂອງ ທະນາຍຄວາມຊຸດທີ VI (2013 – 2015) ແລະ ທິດທາງແຜນ ການ 2015-2019 ໄດ້ມີການ ປ່ອນບັດຄັດເລືອກເອົາຄະນະ ບໍລິຫານສະພາທະນາຍຄວາມ ແຫ່ງ ສປປ ລາວ ຊຸດທີ VII. ກອງ ປະຊຸມຄັ້ງ ປະຖົມມະລືກຂອງ ສະພາທະນາຍຄວາມຊຸດທີ VII ໄດ້ຄັດເລືອກເອົາທ່ານ ຄຳ ໃສ ສຸລິນທອນ ເປັນປະທານ ສະພາທະນາຍຄວາມ ແຫ່ງ ສປປ ລາວ; ທ່ານ ວໍລັດສະໝີ ສຸລິປະພັນ, ທ່ານ ອຸ່ນເຮືອນ ແກ່ນປະເສີດ ແລະ ທ່ານ ນາງ ລຳເງິນ ຄັດສະຫວ່າງ ເປັນ ຮອງປະທານ, ຄັດເລືອກເອົາ ທ່ານ ອຸ່ນເຮືອນ ແກ່ນປະເສີດ ເປັນປະທານກວດກາ, ທ່ານ ບຸນເລັດ ເທບພິທັກ ເປັນຮອງ ປະທານກວດກາ ແລະ ທ່ານ ນາງ ກອງສີ ວິໄລວັນ ເປັນຄະ ນະ.
ໃນໂອກາດນີ້, ທ່ານ ບຸນ ເກີດ ສັງສົມສັກ ໄດ້ມີຄຳເຫັນ ໂອ້ລົມຕໍ່ກອງປະຊຸມ ຊຶ່ງກ່ອນ ອື່ນທ່ານໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ສະພາທະນາຍ ຄວາມຊຸດທີ VI ຍາດມາໄດ້  ໃນໄລຍະທີ່ຜ່ານມາ (2013- 2015). ພ້ອມກັນນີ້ ທ່ານຍັງ ໄດ້ເນັ້ນບາງບັນຫາທີ່ສຳຄັນ ທີ່ຈະຕ້ອງໄດ້ເອົາໃຈໃສ່ຄື: ຕ້ອງໄດ້ເພີ່ມທະວີການສຶກສາ ອົບຮົມການເມືອງແນວຄິດ, ຄຸນທາດການເມືອງ, ຄຸນສົມ ບັດສິນທຳປະຕິວັດ ໃຫ້ແກ່ບັນ ດາສະມາຊິກທະນາຍຄວາມ ຢ່າງເປັນປົກກະຕິ; ເພີ່ມທະວີ ແລະ ເອົາໃຈໃສ່ປັບປຸງ ແບບ ແຜນວິທີນຳພາ, ແບບແຜນວິ ທີເຮັດວຽກ ແລະ ແບບແຜນວິ ທີຄຸ້ມຄອງຂອງຄະນະສະພາ ທະນາຍຄວາມ; ຊຸກຍູ້ປຸກລະ ດົມຂົນຂວາຍໃຫ້ບັນດາສະມາ ຊິກທະນາຍ ຄວາມ ເຄື່ອນໄຫວ ປະຕິບັດພັນທະ ແລະ ໜ້າທີ່ ວຽກງານຂອງຕົນບົນພື້ນຖານ ເຄົາລົບ ແລະ ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ ແລະ ສິ່ງ ທີ່ສຳຄັນຈຳເປັນ ແລະ ຮີບດ່ວນພາຍຫຼັງທີ່ສຳເລັດກອງ ປະຊຸມໃນຄັ້ງນີ້ ແມ່ນຕ້ອງຮີບຮ້ອນ ແລະ ເອົາໃຈໃສ່ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍທະ ນາຍຄວາມ ແນໃສ່ຮັບ ປະກັນ ເນື້ອໃນທີ່ມີຄວາມສອດຄ່ອງ ກັບສະພາບຈຸດພິເສດ ແລະ ຄວາມເປັນຈິງຂອງສັງຄົມໃນ ໄລຍະໃໝ່ໄປພ້ອມໆດຽວກັນ ນັ້ນ ຕ້ອງຮີບຮ້ອນ ແລະ ເອົາ ໃຈໃສ່ຄົ້ນຄວ້າ ປັບປຸງກົດ ລະບຽບພາຍໃນຂອງທະນາຍ ຄວາມໃຫ້ສາມາດຮັບປະກັນ ໄດ້ການເຄື່ອນໄຫວປະຕິບັດ ພາລະບົດບາດ ແລະ ໜ້າທີ່ ຂອງຕົນ. (ຂ່າວ: ສະຫວັນຄຳ)

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...