spot_img
Homeຂ່າວພາຍ​ໃນການນຳກະຊວງປ້ອງກັນປະເທດ ອວຍພອນສະຫາຍ ບຸນຍັງ ວໍລະຈິດ ໃນໂອກາດວັນກອງທັບ ຄົບຮອບ 65 ປີ

ການນຳກະຊວງປ້ອງກັນປະເທດ ອວຍພອນສະຫາຍ ບຸນຍັງ ວໍລະຈິດ ໃນໂອກາດວັນກອງທັບ ຄົບຮອບ 65 ປີ

Published on

index

ໃນ​ໂອກາດ​ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 65 ປີ ແລະ ປີ​ໃໝ່​ສາກົນ ​ຄສ 2014, ສະຫາຍ ພົນ​ຕີ ແສງ​ນວນ ໄຊ​ຍະ​ລາດ ເລຂາທິການ​ສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍ​ຄະນະ​ນຳ​ຈາກ​ບັນດາ​ກົມ​ໃຫຍ່ ແລະ ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ນຳ​ເອົາ​ກະຕ່າ​ດອກ​ໄມ້ ແລະ ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະເທດ​ແຫ່ງ ​ສປປ ລາວ ໃນ​ວັນ​ທີ 8 ມັງກອນ 2014 ຢູ່​ທີ່​ຫ້ອງ​ຮັບແຂກ ຫ້ອງ​ວ່າການ​ສູນ​ກາງ​ພັກ.

ສະຫາຍ ພົນ​ຕີ ແສງ​ນວນ ໄຊ​ຍະ​ລາດ ກ່າວ​ວ່າ: ໃນ​ທ່າມກາງ​ທີ່​ທົ່ວ​ພັກ-ທົ່ວ​ກອງທັບ ກຳລັງ​ສ້າງ​ຜົນງານ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 65 ປີ ທີ່​ໝູນວຽນ​ມາ​ບັນຈົບ​ຄົບຮອບ​ອີກ​ວາລະ​ໜຶ່ງ​ນີ້, ຕາງໜ້າ​ໃຫ້ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ຕະຫຼອດ​ຮອດ​ນາຍ ແລະ ພົນທະຫານ​ທຸກ​ເຫຼົ່າ​ຮົບ ຂໍ​ສະແດງ​ຄວາມ​ກະຕັນຍູ ແລະ ຮູ້​ບຸນຄຸນ​ຢ່າງ​ສູງ ຕໍ່​ສະຫາຍ​ຮອງ​ປະທານ​ປະເທດ​ແຫ່ງ ​ສປປ ລາວ ທີ່​ຍາມ​ໃດ​ກໍ​ເປັນ​ດັ່ງ​ຮົ່ມ​ໂພ​ຮົ່ມ​ໄຊ ເປັນ​ຜູ້​ຊີ້​ທິດ​ເຍືອງ​ທາງ ອົບຮົມ​ບົ່ມ​ສອນ​ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເວົ້າ​ສະເພາະ​ໃນ​ຖັນ​ແຖວ​ກອງທັບ​ປະຊາຊົນ​ລາວ ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ ເຊິ່ງ​ໄດ້​ເຮັດ​ໃຫ້​ກອງທັບ​ກາຍເປັນ​ກອງທັບ​ທີ່​ມີ​ຄວາມ​ເຂັ້ມແຂງ ໜັກ​ແໜ້ນ ແລະ ມີ​ຄວາມ​ທັນ​ສະໄໝ​ຂຶ້ນ​ເລື້ອຍໆ. ນະ​ໂອກາດ 65 ປີ​ແຫ່ງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ແລະ ໂອກາດ​ປີ​ໃໝ່​ສາກົນ ຂໍ​ອວຍ​ໄຊ​ໃຫ້​ພອນ​ອັນ​ປະເສີດ ມາ​ຍັງ​ສະຫາຍ​ຮອງ​ປະທານ​ປະເທດ ພ້ອມ​ດ້ວຍ​ຄອບຄົວ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ ສືບຕໍ່​ນຳພາ ແລະ ເປັນ​ເຂັມທິດ​ເຍືອງ​ທາງ​ໃຫ້​ຖັນ​ແຖວ​ກຳລັງ​ປະກອບ​ອາວຸດ ໃຫ້​ກາຍເປັນ​ກຳລັງ​ທີ່​ມີ​ແບບແຜນ​ທັນ​ສະໄໝ.

ໂອກາດ​ດຽວ​ກັນ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ​ຢ່າງ​ສູງ, ພ້ອມ​ທັງ​ໄດ້​ມີ​ຄຳ​ເຫັນ ໃຫ້​ທິດ​ຊີ້​ນຳ​ຕໍ່​ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ເນັ້ນ​ໜັກ​ໃຫ້​ກອງທັບ ຈົ່ງ​ພ້ອມ​ກັນ​ຮັກສາ​ມູນເຊື້ອ​ອັນ​ດີງາມ​ຂອງ​ກອງທັບ​ຕະຫຼອດ​ຍ່ານ​ທາງ 65 ປີຜ່ານມາ ຮັກສາ​ມູນເຊື້ອ​ສ້າງ​ພະລາທິການ​ກັບ​ທີ່ ບົນ​ພື້ນຖານ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ເອົາໃຈໃສ່​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະເທດ​ໃຫ້​ໜັກ​ ແໜ້ນ ຕິດ​ພັນ​ກັບ​ການ​ສ້າງ​ສະໜາມ​ສົງຄາມ​ປະຊາຊົນ ກໍ​ຄື​ການ​ສ້າງ​ໃຫ້​ປະຊາຊົນ​ພົນລະເມືອງ​ລາວ ມີ​ຄວາມ​ຕື່ນ​ຕົວ​ຮັກ​ຊາດ​ຮັກ​ລະບອບ​ໃໝ່ ເຊື່ອ​ໝັ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ເອົາໃຈໃສ່​ຫັນ​ລົງ​ຮາກ​ຖານ ຢູ່​ໃນ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫຼີກ ນຳພາ​ປະຊາຊົນ​ສ້າງສາ​ພັດທະນາ ສ້າງ​ເສດຖະກິດ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ຫຼ້າຫຼັງ, ພ້ອມ​ທັງ​ສຸມ​ໃສ່​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ພະນັກງານ​ຢູ່​ໃນ​ຮາກ​ຖານ ແລະ ກົມ​ກອງ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ເພື່ອ​ພັດທະນາ​ກຳລັງ​ປະກອບ​ອາວຸດ ໃນ​ຖັນ​ແຖວ​ກອງທັບ​ຂອງ​ພວກ​ເຮົາ ໃຫ້​ນັບ​ມື້​ທັນ​ສະໄໝ​ຂຶ້ນ​ເລື້ອຍໆ.

ທີ່ມາ http://www.vientianemai.net/teen/khao/1/10976

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...