Homeຂ່າວເຫດການກຽມຈັດງານຊາປະນາກິດສົບ ພຣະອາຈານ ດຣ. ມະຫາຜ່ອງ ສະມາເລີກ 20 ທັນວານີ້!

ກຽມຈັດງານຊາປະນາກິດສົບ ພຣະອາຈານ ດຣ. ມະຫາຜ່ອງ ສະມາເລີກ 20 ທັນວານີ້!

Published on

DSC_8789 achanephon 1

ຂປລ. ​ງານ​ຊາ​ປະ​ນາ​ກິດ​ສົບ​ ພະອາຈານ ດຣ. ມາ​ຫາ​ຜ່ອງ ສະມາ​ເລີກ​ ອະດີດ​ປະທານ​ສູນ​ກາງ ອົງການ​ພຸດທະ​ສາ​ສະໜາ​ສໍາພັນ​ລາວ ​ອົງ​ທີ 4 ​ແມ່ນ​ໄດ້​ເລີ່​ມ​ແຕ່ວັນ​ທີ 16-20 ທັນວາ 2015 ນີ້ ​ເຊິ່ງ ​ທ່ານ ສາຍທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ, ​ໄດ້​ຖະ​ແຫລ​ງຂ່າວກ່ຽວ​ກັບ​ງານ​ດັ່ງກ່າວ​​ໃນ​ວັນ​ທີ 17 ທັນວາ 2015 ນີ້​ວ່າ:  ງານ​ຊາ​ປະ​ນາ​ກິດ​ສົບ​ພະ​ອາ​ຈານ​ ດຣ. ມະຫາຜ່ອງ​ ສະມາ​ເລີກ ຈະ​ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ 20 ທັນວາ 2015 ​ໂດຍ​ຈະ​ໄດ້​ເລີ່​ມຕົ້ນ​ ແຕ່​ເວລາ 12 ​ໂມງ​ເປັນ​ຕົ້ນ​ໄປ ​ຈະ​ມີ​ຂະ​ບວນ​ແຫ່ສົບ​ໄປ​ຍັງ​ປະຕູ​ໄຊ, ຫລັງ​ຈາກ​ນັ້ນ ກໍ​ຈະ​ໄດ້ຈັດ​ຂະ​ບວນ​​ແຫ່ສົບ​ແຕ່​ປະຕູໄຊ​ ໄປ​ຫາ​ສະໜາມ​ຫລວງຢ່າງ​ເປັນ​ຂະ​ບວນທີ່​ຍິ່​ງ​ໃຫຍ່​ ໂດຍ​ການ​ນໍາ​ພັກ​, ລັດ ​ແລະ ຂະ​ບວນກຽດຕິຍົດ​ ​ເຊິ່ງປະກອບ​ມີຂະ​ບວນທ່ານ​ຊາຍ​ ຊົງ​ຄຸນ​ວຸດ​ທິ 8 ທ່ານ, ນຸ່ງ​ຊຸດ​ລາວ​ສີຂາວ​ອຸ້ມ​ຂັນໝາກ​ເບັງ​ ອອກ​ໜ້າ ​ແລະ 2 ທ່ານ ຊ້າຍ–ຂວາ ຖື​ທຸງຊາດ ​ແລະ ທຸງ​ສາສະໜາ, ຂະ​ບວນຈູງ​ສົບ​ ​ແມ່ນ​ມີພະສົງ​ສຳມະ​ເນນ 400 ອົງ, ຂະ​ບວນພະສົງ​ສຳມະ​ເນນ​ ແຫ່​ຕາມ​ຫລັງ​ຈໍານວນ 500 ອົງ, ຂະ​ບວນລົດ​ດົນ​ຕີ​ພື້ນ​ເມືອງ​ລາວ, ຂະ​ບວນມະຫາຊົນ ​ແລະ ຂະ​ບວນຊາວ​ໜຸ່ມ​ຢືນ​ຢູ່​ສອງ​ຂ້າງ​ທາງ​​ແຕ່​ປະຕູ​ໄຊ​ ເຖິງ​ສະໜາມ​ຫລວງ.

ທ່ານ ສາຍທອງ ​ແກ້ວ​ດວງ​ດີ ຍັງ​ກ່າວ​ຕື່ມ​ອີກ​ວ່າ​: ຂະ​ບວນ​ແຫ່​ ສົບ​ໄປ​ຍັງ​ສະໜາມ​ຫລວງ​ໃຊ້​ເວລາ​ປະມານ 30 ນາທີ​ ຫລັງ​ຈາກ​ນັ້ນ​ ເວລາ 15 ​ໂມງ 15 ນາທີ ພິທີ​ຖອດ​ຜ້າ​ບັງ​ສະກຸນ​ຊຸດ​ທີ 1, ມີ​ພະ 4 ອົງ ​ແລະ ​ຊຸດ​ທີ 2 ມີ​ພະ 26 ອົງ, ພະ​ເຖຣະຂັ້ນ​ສູນ​ກາງ ​ແລະ ພະສົງ​ຕາງປະ​ເທດ​ຕ່າງໆ ​ແລະ  ການ​ນໍາ​ພັກ–ລັດ ​ແລະ ຜູ້ຕາງໜ້າ​ປະ​ເທດ​ຕ່າງໆ​ຂຶ້ນ​ວາງ​ດອກ​ໄມ້​ທູບ​ທຽນ​, ຈາກ​ນັ້ນ​ເວລາ 21 ​ໂມງ​ ຈະ​ໄດ້​ວາງ​ເພີງ​ຮ້ອນ​ຢ່າງ​ເປັນ​ທາງ​ການ. ສ່ວນວັນ​ທີ ວັນ​ທີ 21 ​ເວລາ 9 ​ໂມ​ງ ຈະ​ໄດ້​ຈັດ​ພິທີ​ເກັບ​ດູກ ສູດ​ໄຊ​ຍະມົງຄຸນ; ​ໃນ​ວັນ​ທີ 22 ທັນວາ 2015 ​ເປັນ​ມື້​ຫໍ່​ເຂົ້າ​ຕັ້ງ​ກອງ​ບຸນ, ຕັກບາດ ​ແລະ ຖວາຍ​ສັງຄະ​ທານ​ເລີກ​ມົງຄຸນ ​ພະສົງ 101 ອົງ.

ໃນ​ໂອກາດ​ນີ້ ທ່ານ ສາຍທອງ ​ແກ້ວດວງ​ດີ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ພໍ່​ແມ່​ປະຊາຊົນ​ຜູ້​ທີ່​ມີນ້ຳ​ໃຈ​ໄສ​ສັດທາ​ທີ່​ຢາກ​ມາ​ຮ່ວມ​ ໃນ​ພິທ​ີຊາ​ປະນາ​ກິດ​ສົບ​ໃນ​ຄັ້ງ​ນີ້ ຈົ່ງ​ໃຫ້​ໄປ ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ສະໜາມ​ຫລວງ ​ເຊິ່ງທາງ​ຄະນະ​ກໍາມະການ​ໄດ້​ກຽມ​ສະຖານ​ທີ່​ໄວ້​ຮອງ​ຮັບ​ຢ່າງກວ້າງ​ຂວາງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...