Homeຂ່າວພາຍ​ໃນສະຫະພັນເທັນນິສແຫ່ງຊາດລາວ ຈະຈັດການແຂ່ງຂັນ ເທັນນິສເຍົາວະຊົນທົ່ວປະເທດ ຄັ້ງທຳອິດ!

ສະຫະພັນເທັນນິສແຫ່ງຊາດລາວ ຈະຈັດການແຂ່ງຂັນ ເທັນນິສເຍົາວະຊົນທົ່ວປະເທດ ຄັ້ງທຳອິດ!

Published on

SPS_0472-1-650x433

ສະຫະພັນເທັນນິສແຫ່ງຊາດລາວ ຈະຈັດການແຂ່ງຂັນເທັນນິສເຍົາວະຊົນທົ່ວປະເທດ ຄັ້ງທີ 1 ຂຶ້ນໃນວັນທີ 26-27 ທັນວາ 2015 ນີ້ໂດຍໃຊ້ສະໜາມກີລາແຫ່ງຊາດ ຫຼັກ 16 ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນສະຖານທີ່ແຂ່ງຂັນ ພາຍໃຕ້ການອຸປະຖໍາຫຼັກຂອງ ຜະລິດຕະພັນນໍ້າດື່ມກາຫົວເສືອ ຂອງບໍລິສັດເບຍລາວຈໍາກັດ.

ຫຼ້າສຸດ ທ່ານ ດາວວອນ ພະຈັນທະວົງ ປະທານ ສະຫະພັນເທັນນິສແຫ່ງຊາດລາວ ໄດ້ຖະແຫຼງຕໍ່ຜູ້ສື່ຂ່າວ ໃນຕອນແລງຂອງວັນ 11 ທັນວາ 2015 ທີ່ສະຫະພັນເທັນນິສແຫ່ງຊາດລາວ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ ການແຂ່ງຂັນເທັນນິສ ຄັ້ງທີ 1 ນີ້ ສໍາລັບຜູ້ຮຽນຫຼິ້ນເທັນນິສໃໝ່ ແລະ ຜູ້ທີຊໍານິຊໍານານແລ້ວ ຖືວ່າຈັດເປັນລາຍການໃຫຽ່ເທື່ອທໍາອິດ ໂດຍເປີດກວ້າງໃຫ້ເຍົາວະຊົນ-ຊາວໜຸ່ມ ໄວໜຸ່ມທົ່ວປະເທດ ທີ່ມີອາຍຸລະຫວ່າງ 8-18 ປີ ສະໝັກເຂົ້າຮ່ວມແຂ່ງຂັນ ສໍາລັບລາຍການແຂ່ງຂັນປະກອບມີ ປະເພດ ຍິງ-ຊາຍດ່ຽວ ອາຍຸບໍ່ເກີນ 8 ປີ ປະເພດ ຍິງ-ຊາຍດ່ຽວ ອາຍຸບໍ່ເກີນ 10 ປີ ປະເພດ ຍິງ-ຊາຍດ່ຽວ ອາຍຸບໍ່ເກີນ 12 ປີ ປະເພດ ຍິງ-ຊາຍດ່ຽວ ອາຍຸບໍ່ເກີນ 14 ປີ ປະເພດ ຍິງ-ຊາຍດ່ຽວ ອາຍຸບໍ່ເກີນ 16 ປີ ປະເພດຍິງ-ຊາຍດ່ຽວອາຍຸບໍ່ເກີນ 18 ປີ ນອກນີ້ ຍັງມີປະເພດອາຍຸທົ່ວໄປ ທັງນີ້ ກໍເພື່ອເປັນການປຸກລະດົມຊາວໜຸ່ມ ໄວໜຸ່ມ ເຍົາວະຊົນ ຫັນມາສ້າງກິດຈະກໍາ ຫຼິ້ນກີລາເພື່ອສຸຂະພາບ ເອົາຕົນຫ່າງໄກຈາກສິ່ງເສບຕິດ ທັງເປັນການເຝິກແອບທັກສະ ຄວາມສາມາດ ແລະ ປະສົບການຫຼິ້ນເທັນນິສ ໃຫ້ມີຄວາມຄ່ອງແຄ້ວ ວ່ອງໄວ ນອກນີ້ ຍັງເປັນການຄັດເລືອກເອົານັກກີລາທີ່ມີພອນສະຫວັນດີເດັ່ນ ເຂົ້າສັງກັດທີມຊາດ ເພື່ອເຂົ້າຮ່ວມແຂ່ງຂັນໃນລາຍການຕ່າງໆທັງລະດັບພາກພື້ນ ແລະ ສາກົນ.

ໃນວາລະດຽວກັນນີ້ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ ຍັງໄດ້ມອບໃບຍ້ອງຍໍ ແລະ ເງິນສະໜັບສະໜູນຈໍານວນ 500.000 ກີບໃຫ້ແກ່ນ້ອງ ອາລິຍາ ວົງດາລາ (ນ້ອງປູເປ້) ແຊັມເທັນນິສຍິງດ່ຽວ 10 ປີ ແລະ ນ້ອງ ທິບພະສອນ ປານສີວົງໄຊ ແຊັມເທັນນິສຍິງດ່ຽວ 8 ປີ ເປັນສອງນັກກິລາເຍົາວະຊົນເທັນນິສຈາກ ສປປ.ລາວ ຄົນທຳອິດສ້າງປະຫວັດສາດໃຫ້ແກ່ວົງການເທັນນິສລາວໂດຍການຍາດໄດ້ຂັນຊະນະເລີດອັນດັບທີນຶ່ງ ຈາກການແຂ່ງຂັນເທັນນິສ ລາຍການ 100 PLUS ລອນເທັນນິສພັດທະນາສີມື ຮອບມາສເຕີ ທີ່ບາງກອກ ປະເທດໄທ ລະຫວ່າງວັນທີ 27 ພະຈິກ-ວັນທີ 02 ທັນວາ 2015 ຜ່ານມາ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...