spot_img
Homeຂ່າວທ້ອງຖິ່ນແຂວງຄໍາມ່ວນ ມີແຜນການສູ້ຊົນ ຜະລິດເຂົ້ານາແຊງ ໃຫ້ໄດ້ 10.000 ເຮັກຕາ!

ແຂວງຄໍາມ່ວນ ມີແຜນການສູ້ຊົນ ຜະລິດເຂົ້ານາແຊງ ໃຫ້ໄດ້ 10.000 ເຮັກຕາ!

Published on

SPS_KMM1-1-650x421

ອີງຕາມການເປີດເຜີຍຂອງ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ໃນວັນທີ 15 ທັນວາ 2015 ຜ່ານມາໃຫ້ຮູ້ວ່າ ລະດູການຜະລິດເຂົ້ານາແຊງປີນີ້ ທົ່ວແຂວງມີແຜນຜະລິດເຂົ້າໃຫ້ໄດ້ ໃນເນື້ອທີ່ 10.000 ເຮັກຕາ ຄາດຄະເນຈໍານວນແນວປູກ 800 ໂຕນ ຄາດຄະເນສະມັດຖະພາບໃຫ້ບັນລຸ 5,6 ໂຕນ/ເຮັກຕາ ຄາດຄະເນຜົນຜະລິດ 56.000 ໂຕນ.

ສໍາລັບການຜະລິດເຂົ້ານາແຊງປີນີ້ ແມ່ນໄດ້ເລີ່ມລົງມືຕົກກ້າມາແຕ່ວັນທີ 15 ພະຈິກ 2015 ຮອດປັດຈຸບັນ ໝົດແນວເຂົ້າປູກ 61 ໂຕນ ເທົ່າກັບ 8 % ຂອງແຜນການ ດ້ານການປູກພືດລະດູແລ້ງປີນີ້ ທົ່ວແຂວງມີເນື້ອທີ່ແຜນການທັງໝົດ 10.000 ເຮັກຕາ ຄາດຄະເນສະມັດຖະພາບ 6,16 ເຮັກຕາ ຄາດຄະເນຜົນຜະລິດ 61.600 ເຮັກຕາ ຜ່ານການຈັດຕັ້ງປະຕິບັດການປູກພືດລະດູແລ້ງໄດ້ເລີ່ມລົງມືມາແຕ່ຕົ້ນເດືອນຕຸລາ 2015 ມາຮອດປັດຈຸບັນ ຈັດຕັ້ງປະຕິບັດໄດ້ໃນເນື້ອທີ່ 4.779 ເຮັກຕາ ເທົ່າກັບ 48 % ຂອງເນື້ອທີ່ແຜນການ ສໍາລັບການຜະລິດເຂົ້ານາປີໃນທົ່ວແຂວງມາຮອດປັດຈຸບັນແມ່ນສໍາເລັດ ແລ້ວ 100%.

 

ແຫລ່ງຂ່າວ:

ວຈທດ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...