Homeຂ່າວພາຍ​ໃນປະທານປະເທດ ອອກລັດຖະດຳລັດປະກາດໃຊ້ ລັດຖະທຳມະນູນ ສະບັບປັບປຸງ ປີ 2015!

ປະທານປະເທດ ອອກລັດຖະດຳລັດປະກາດໃຊ້ ລັດຖະທຳມະນູນ ສະບັບປັບປຸງ ປີ 2015!

Published on

IMG_1245

ຂປລ.  ທ່ານ ​ ຈູມ​ມາລີ ​ໄຊ​ຍະສ​​ອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້ອອກ​ລັດຖະດຳລັດ​ວ່າ​ດ້ວຍ​ ການ​ປະກາດ​ໃຊ້ ລັດຖະທຳ​ມະນູນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ສະບັບ​ປັບປຸງ ປີ 2015 , ​ເລກທີ  214/ປປທ, ໃນ​ວັນ​ທີ 15 ທັນວາ 2015 ນີ້.

ການ​ປະກາດ​ໃຊ້​ລັດຖະທຳ​ມະນູນ​ສະບັບ​ດັ່ງກ່າວ ​ແມ່ນ​ອີງ​ຕາມ ​ລັດຖະທຳ​ມະນູນ ສະບັບ​ປັບປຸງ​ປີ 2003 ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ໝວດ​ທີ VI ມາດຕາ 67 ຂໍ້ 1; ອີງ​ຕາມ​ມະຕິ​ຂອງ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ສະບັບ​ເລກທີ 012/ສພຊ, ລົງ​ວັນ​ທີ 8 ທັນວາ 2015 ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ສະບັບ​ປັບປຸງ ປີ 2015 ​ແລະ ອີງ​ຕາມໜັງສືສະ​ເໜີຂອງ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະບັບ​ເລດ​ທີ 028/ຄປຈ ລົງ​ວັນ​ທີ 8 ທັນວາ 2015.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...